ນັກລົງທຶນຂນາດນ້ອຍບໍ່ ໝັນໃຈ

ການສໍ້ຣາສ ບັງຫລວງ ແລະ ການ ທຸຈຣິດ ແບບ ເປັນ ຂະບວນການ ເຮັດໃຫ້ ສະພາບ ການ ລົງທຶນ ຂນາດ ນ້ອຍ ໃນລາວ ບໍ່ເປັນທີ່ ດຶງດູດ ເທົ່າທີ່ ຄວນ.

ໂຄງການກໍ່ສ້າງຕ່າງໆ ໃນເຂດນະຄອນຫລວງວຽງຈັນ Citizen Journalist

ໃນ ຣະຍະ ຜ່ານມາ ຈົນຮອດ ປັດຈຸບັນ ນັກ ທຸຣະກິດ ຂນາດ ນ້ອຍ ໃນລາວ ມັກ ຈົ່ມກັນ ວ່າການ ແລ່ນ ວຽກ ທຸຣະກິດ ນີ້ ຈັ່ງແມ່ນ ມັນຍາກ ແທ້ໆ, ໄປແລ່ນ ວຽກ ມື້ໃດ ກໍດີ ກ່ອນ ຈະໄດ້ ຄໍາຕອບ ອັນໃດ ອັນນຶ່ງ  ຕ້ອງໄດ້ ຈ່າຍເງິນ ພິເສດ ໃຫ້ ເຈົ້າໜ້າທີ່ ຫລື ພະນັກງານ ຣັຖ, ນັບແຕ່ ຈ່າຍໃຫ້ ສະໝຽນ ຜູ້ ຮັບເອົາ ເອກກະສານ ໄປຮອດ ຫົວໜ້າ ຫ້ອງການ ຂຶ້ນໄປ.

ນັກ ທຸຣະກິດ ເລົ່າວ່າ ບາງ ກໍຣະນີ ພຽງແຕ່ ຢາກ ຂໍພົບ ຫົວໜ້າ ຫ້ອງການ ເພື່ອ ຕິດຕໍ່ ວຽກງານ ເທົ່ານັ້ນ ກໍຕ້ອງ ປະກອບ ເອກສານ, ຫລັງຈາກ ປະກອບ ເອກສານ ແລ້ວໆ ເມື່ອ ເຮົາ ໄປຖາມ ຄວາມ ຄືບໜ້າ ວ່າ ໄປເຖິງ ຂັ້ນໃດ ແລ້ວ ເຮົາກໍຕ້ອງ ຈ່າຍຄ່າ ນໍ້າຮ້ອນ ນໍ້າຊາ ໃຫ້ ສະໝຽນ ຕື່ມອີກ.

ຍົກ ໂຕຢ່າງ ຫລາຍໆ ທຸຣະກິດ ຮັບເໝົາ ກໍ່ສ້າງ ຂນາດ ນ້ອຍ ທີ່ ປະມູນ ເອົາ ໂຄງການ ຂອງຣັຖ ຕ້ອງ ໄດ້ຈ່າຍ ເງິນ ກ້ອງໂຕະ ໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ກັບ ການ ອະນຸມັດ ການ ປະມູນ ໂຄງການ ນັບແຕ່ ຂັ້ນນ້ອຍ ຮອດ ຂັ້ນໃຫ່ຽ. ຈ່າຍ ໄປແລ້ວ ບໍ່ໄດ້ ໝາຍຄວາມ ວ່າ ຈະ ປະມູນ ໄດ້. ຜູ້ ທີ່ຈະໄດ້ ຮັບ ການ ປະມູນ ສ່ວນຫລາຍ ແລ້ວ ແມ່ນ ຜູ້ທີ່ ໃຫ້ເງິນ ສິນບົນ ແກ່ ເຈົ້າໜ້າທີ່ ຮັບ ຜິດຊອບ ການ ອະນຸມັດ ແລະ ປະມູນ ໂຄງການ ຫລາຍ ກວ່າ ຜູ້ອື່ນ ຫລື ວ່າ ຜູ້ທີ່ໄດ້ ນັ້ນ ແມ່ນ ບໍຣິສັດ ຂອງ ຜູ້ ມີອໍານາດ ຢູ່ ເບື້ອງ ຫລັງ.

ເມື່ອ ວັນທີ່ 30 ມິນາ ຜ່ານມາ ນີ້ ປະຊາຊົນ ທ່ານນຶ່ງ ຈາກ ນະຄອນ ຫຼວງ ວຽງຈັນ ໄດ້ ໂທຣະສັບ ເຂົ້າມາ ປະກອບ ຄໍາເຫັນ ໃນ ຣາຍການ ລົມເຣື້ອງຂ່າວ ຂອງ ເອເຊັຽ ເສຣີ ທີ່ ໄດ້ເວົ້າ ເຖິງ ຄວາມສລັບ ສັບຊ້ອນ ຂອງ ທຸຣະກິດ ໂຄງການ
ສ້າງ ຖົນນ ຈາກ 3 ແຍກ ດົງໂດກ ໄປຫາ ບ້ານສີເກີດ ທີ່ ມີຄວາມ ຍາວ 9 ກິໂລແມັດ ໃນ ນະຄອນ ຫລວງ ວຽງຈັນ:

"ມາເບິ່ງ ແລ້ວ ເຣື້ອງ ການ ກໍ່ສ້າງ ເສັ້ນທາງ ໂຕນີ້ ຄັນສິເວົ້າ ແລ້ວ ມູນຄ່າ ຂອງມັນ ອັນ 50 ລ້ານ ໂດລາ ນີ້ ກໍຖືວ່າ ຢາກໜັກ ແລ້ວ ອັນນີ້ ເນາະ ແຕ່ ບໍຣິສັດ ທີ່ ໄດ້ຮັບ ສັມປະທານ ນີ້ເປັນ ບໍຣິສັດ ຂອງ ລູກຫລານ ຜູ້ໃຫຽ່ແດ່ ບັດນີ້ ມາເບິ່ງ ເຣື້ອງ ການຄິດໄລ່ ອອກແບບ ສໍາຣວດ ໃນ ການ ກໍ່ສ້າງ ນີ້ ຖືວ່າ ເຂົາ ຄິດໄລ່ ເພື່ອແລ້ວ ໂຕນີ້ ຫັ້ນ. ຜູ້ ອະນຸມັດ ຈະໄດ້ ຮັບ 10 ເປີເຊັນ ຂອງ ມູລຄ່າ ຮັບໄປ ແລ້ວ ແລະ ບໍຣິຫານ ການຊ່າງ ຮັບແຂກ ຮັບຫຍັງ ຫລືວ່າ ບັນດາ ຜູ້ທີ່ ຢູ່ໃນຮັບ ຜິດຊອບ ໂຄງການ ໂຕນີ້ ຫັ້ນ ມັນຈະ ໄດ້ແບ່ງ ໃຫ້ເຂົາໝົດ ໂຕນີ້ນະ. ຕາມການ ສອບຖາມ ຂອງ ໝູ່ ຜູ້ ຢູ່ໃກ້ຊິດ ຢູ່ ທາງ ສູນກາງ ເພິ່ນ ກໍວ່າ ແນວນີ້ ສ່ວນຫລາຍ 10 ເປີເຊັນ ຈະຕ້ອງ ໄດ້ແບ່ງ ໃຫ້ ຜູ້ ເຊັນ ອະນຸມັດ ຫັ້ນ ຄັນຊັ້ນລະ ແມ່ນ ບໍ່ໄດ້".

ນັກ ທຸຣະກິດ ລາວ ທີ່ ຄຸ້ນເຄີຍ ກັບ ເຣື້ອງນີ້ ເວົ້າ ເຊັ່ນດຽວກັນ ວ່າ ເງິນ 10 ເປີເຊັນ ຂອງ ຣາຄາ ໂຄງການ ກໍ່ສ້າງ ທັງໝົດ ຈະຕ້ອງ ເສັຽໃຫ້ ຜູ້ ອະນຸມັດ ໂຄງການ ກໍ່ສ້າງ, ນອກນັ້ນ ຍັງ ຕ້ອງຈ່າຍ ໃຫ້ ຜູ້ທີີ່ມີ ສ່ວນ ກ່ຽວຂ້ອງ ນໍາອີກ ຫລາຍ ພາກສ່ວນ. ເມື່ອ ຄິດລວມ ແລ້ວ ເງິນ ຈໍານວນ ບໍ່ ຕໍ່າກ່ວາ 30 ເປີເຊັນ ຂອງ ຣາຄາ ໂຄງການ ທັງໝົດ ຕ້ອງຮວມ ຢູ່ ໃນຣາຄາ ໂຄງການ ກໍ່ສ້າງ ມັນຈຶ່ງ ເຮັດໃຫ້ ຣາຄາ ສູງ, ແຕ່ ຄຸນນະພາບ ຂອງ ຖນົນ ທີ່ ສ້າງນັ້ນ ມັນ ຈະຕໍ່າ ເພາະວ່າ ມີແຕ່ ເງິນ ປະມານ 70 ສ່ວນຮ້ອຍ ເທົ່ານັ້ນ ທີ່ ນໍາໄປ ໃຊ້ຈ່າຍ ໃນການ ກໍ່ສ້າງ ແທ້ໆ.

ກ່ອນໜ້າ ນີ້ ເອເຊັຽ ເສຣີ ໄດ້ ໂທຣະສັບ ໄປຖາມ ເຈົ້າໜ້າທີ່ ເຣື້ອງ ຣາຄາ ໂຄງການ ກໍ່ສ້າງ ຖນົນ 9 ກິໂລແມັດ ຈາກ ດົງໂດກ ໄປຫາ 3 ແຍກ ສີເກີດ ທີ່ ມີ ຄວາມຍາວ 9 ກິໂລແມັດ ນັ້ນ ໄດ້ຮັບ ຄໍາ ອະທິບາຍ ວ່າ ຣາຄາ ການ ປະເມີນ ເບື້ອງຕົ້ນ ແມ່ນ 80 ລ້ານ ໂດລາ ສໍາລັບ ລະຍະ ທາງ 12 ກິໂລແມັດ, ແຕ່ວ່າ ຫລັງຈາກ ຕັດລົງມາ ເປັນ 9 ກິໂລແມັດ ແລ້ວ ຄ່າ ກໍ່ສ້າງ ກໍຄົງຈະ ຫລຸດລົງ ປະມານ 40 ກວ່າ ລ້ານ ໂດລາ.

ຄັນຄິດໄລ່ ທັງການ ປັບປຸງ ຄວາມ ສວຍງາມ ຂອງ ຖນົນ ຣະບົບ ແສງສວ່າງ ຣະບົບ ຣະບາຍ ນໍ້າ ແລະ ຄ່າຊົດເຊີຽ ແລ້ວ ກໍອາດ ຕົກ ເປັນ ປະມານ 50 ກວ່າ ລ້ານ ໂດລາ. ທ່ານວ່າ ວຽກງານ ກໍ່ສ້າງ ຖນົນ ເສັ້ນນີ້ ບໍ່ທັນ ເລີ້ມລົງມື ເທື່ອ ຈົນກວ່າ ເງື່ອນໄຂ ທຸກຢ່າງ ຕົກລົງ ກັນໄດ້ ການ ຊອກຫາ ແຫລ່ງ ເງິນກູ້ ແລະ ເບິ່ງເຖິງ ຄວາມ ສາມາດ ຂອງ ຣັຖບານ ໃນການ ຈ່າຍ ໜີ້ ຄືນ.

ກ່ຽວກັບ ຄວາມ ຫຍຸ້ງຍາກ ຕ່າງໆ ໃນການ ແລ່ນວຽກ ແລະ ເຮັດ ທຸຣະກິດ ໃນລາວ ນີ້ ນັກ ທຸຣະກິດ ຂອງ ບໍຣິສັດ ໃຫຽ່ແດ່ ເຄີຍໄດ້ ຣາຍງານ ແລະ ສະເໜີ ຕໍ່ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ເພື່ອ ແກ້ໄຂ ໃນເວລາ ທ່ານ ພົບປະ ກັບ ນັກ ທຸຣະກິດ ໃນ ກອງປະຊຸມ ປະຈໍາ ປີ ຂອງ ສະພາ ການຄ້າ ແຫ່ງຊາຕ ເມື່ອ ກາງເດືອນ ເມສາ ປີ 2014. ນຶ່ງ ໃນຫລາຍ ບັນຫາ ທີ່ ຫົວໜ້າ ບໍຣິຫານ ທຸຣະກິດ ໄດ້ ຮຽກຮ້ອງ ເຖິງ ພາກຣັຖ ໃນ ເວລາ ນັ້ນ ແມ່ນໃຫ້ ຕັດ ຂັ້ນ ຕອນ ການ ປະກອບ ເອກກະສານ ໃນການ ເຮັດ ທຸຣະກິດ ລົງ ເພື່ອ ອໍານວຍ ຄວາມ ສະດວກ ແກ່ ຜູ້ ປະກອບ ການ ແລ່ນ ເອກກະສານ ເຮັດ ທຸຣະກິດ. ສະເໜີ ໃຫ້ ຣັຖບານ ດັດແປງ ນະໂຍບາຍ ໃຫ້ ແຈ້ງຂາວ ກ່ຽວກັບ ການ ສົ່ງອອກ ແລະ ນໍາເຂົ້າ, ໃຫ້ສ້າງ ສິ່ງ ຈູງໃຈ ໃຫ້ແກ່ ນັກ ທຸຣະກິດ ໃນການ ເຮັດ ທຸຣະກິດ. ມາຮອດ ທຸກມື້ ນີ້ ບໍ່ທັນ ມີ ພາກສ່ວນ ໃດ ປະຕິບັດ ໄດ້ ດັ່ງ ທີ່ເຮົາ ໄດ້ຟັງ ປະຊາຊົນ ທີ່ ໄດ້ ເລົ່າ ມານັ້ນ.

ບັນດາ ນັກ ທຸຣະກິດ, ນອກຈາກ ປະເຊີນ ກັບ ການ ຊື້ຈ້າງ ເຈົ້າໜ້າທີ່ ໃນ ພາກສ່ວນ ຕ່າງໆ ໃນເວລາ ແລ່ນ ເອກກະສານ ແລ້ວ ຍັງ ປະເຊີນ ກັບ ອຸປສັກ ໃນການ ເຂົ້າເຖິງ ແຫລ່ງ ທຶນ ຄົນອອກ ແຮງງານ ແລະ ປະສົບກັບ ກໍາແພງ ພາສີ ອີກ. ບັນຫາ ນຶ່ງອີກ ທີ່ ທຸຣະກິດ ຮັບເໝົາ ໂຄງການ ພັທນາ ກໍ່ສ້າງ ຂອງຣັຖ ປະເຊີນ ໜັກ ນັ້ນ ແມ່ນວ່າ ຣັຖບານ ບໍ່ຈ່າຍ ໜີ້ ຄືນ. ການ ຈ່າຍໜີ້ ຂອງ ຣັຖບານ ຄືນໃຫ້ ບໍຣິສັດ ຕ່າງໆ ທີ່ ອອກເງິນ ທຶນ ລ່ວງໜ້າ ນັ້ນ ຣັຖບານ ຕ້ອງ ໄດ້ເອົາ ເຂົ້າ ງົບປະມານ ຣາຍຈ່າຍ ປະຈໍາປີ. ກ່ອນຈະໃຫ້ ຣັຖ ເອົາໜີ້ ຂອງ ບໍຣິສັດ ໃດນຶ່ງ ເຂົ້າໃນ ງົບປະມານ ຣາຍຈ່າຍ ນັ້ນ ຫລາຍ ບໍຣິສັດ ຕ້ອງໄດ້ ໃຫ້ ສິນບົນ ແກ່ ເຈົ້າໜ້າທີ່ ກະຊວງ ການເງິນ ຕື່ມອີກ. ຄັນເຖິງ ເວລາ ໄປລໍຖ້າ ຮັບເງິນ ແລ້ວ ຍັງ ບໍ່ຮູ້ວ່າ ຕົນຈະມີ ຣາຍຊື່ ຢູ່ ໃນແຜນ ຈ່າຍໜີ້ ຫລືບໍ່, ອັນນີ້ ກໍແມ່ນ ບັນຫາ ໃຫຽ່ ອີກ ບັນຫາ ນຶ່ງ. ບາງເທື່ອ ຕ້ອງໄດ້ ຈ້າງ ເຈົ້າໜ້າທີ່ ການເງິນ ເພື່ອ ຢາກຮູ້ວ່າ ຕົນເອງ ມີຊື່ ຢູ່ໃນ ບັນຊີ ຈ່າຍໜີ້.

ທີ່ ກ່າວມານີ້ ແມ່ນນຶ່ງ ໃນ ຫລາຍ ອຸປສັກ ໂຕຈິງ ທີ່ ນັກ ທຸຣະກິດ ໃນລາວ ໄດ້ ປະເຊີນ ມາຫລາຍ ປີແລ້ວ.

ຣາຍງານ ທະນາຄານ ໂລກ ກ່ຽວກັບ ຄວາມ ສະດວກ ສະບາຍ ໃນການ ແລ່ນ ທຸຣະກິດ ໃນລາວ ສໍາລັບ ປີ 2014 ຈັດ ອັນດັບ ສປປ ລາວ ຢູ່ໃນ ທີ 148 ໃນ ຈໍານວນ 189 ປະເທດ ດີຂຶ້ນ ນ້ອຍດຽວ ເມື່ອ ທຽບກັບ ປີ 2013 ຊຶ່ງ ຖືກຈັດ ຢູ່ ໃນອັນດັບ ທີ 155 ໃນ ຈໍານວນ 189 ປະເທດ. ຄັນທຽບໃສ່ ປະເທດ ສະມາຊິກ ອາຊຽນ ດ້ວຍກັນ ເຊັ່ນວ່າ ມາເລເຊັຽ ຖືກຈັດ ຢູ່ ໃນອັນດັບ ທີ 18, ປະເທດໄທ ຖືກຈັດຢູ່ ໃນອັນດັບ ທີ 26.

ຣາຍງານ ຂອງ ທະນາຄານ ໂລກ ຍັງ ເວົ້າວ່າ ນັກ ທຸຣະກິດ ໃນລາວ ຍັງ ປະເຊີນ ກັບ ຕົ້ນທຶນ ສູງ ໃນການ ເຮັດ ທຸຣະກິດ ເຊັ່ນວ່າ ຣະບຽບການ ສັບສົນ ບໍ່ຊັດເຈນ ແລະ ການຂໍ ໃບ ອະນຸຍາດ ກໍຍາກ ຍ້ອນ ການ ປະຕິບັດ ທີ່ ບໍ່ເປັນ ຣະບຽບ. ດັ່ງນັ້ນ ຈຶ່ງ ຢາກໃຫ້ ທາງການ ລາວ ພຍາຍາມ ປັບປຸງ ໃຫ້ ດີຕື່ມ ເພື່ອ ສ້າງ ເງື່ອນໄຂ ໃຫ້ ສະດວກ ສະບາຍ ໃນການ ເຮັດ ທຸຣະກິດ.

ນັກ ທຸຣະກິດ ໃນລາວ ໃຫ້ ທັສນະ ວ່າ ອຸປສັກ ໃຫຽ່ ສໍາລັບ ນັກ ທຸຣະກິດ ຂນາດນ້ອຍ ແມ່ນການ ສໍ້ຣາສ ບັງຫລວງ ແລະ ການ ທຸຈຣິດ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ. ນັກ ລົງທຶນ ສ່ວນຫຼາຍ ແລ້ວ ບໍ່ມີ ເງິນທຶນ ພຽງພໍ ເພື່ອ ຊື້ຈ້າງ ເຈົ້າໜ້າທີ່ ເພື່ອ ເອົາ ວຽກງານ. ຄັນ ລົງທຶນ ຊື້ຈ້າງ ເຈົ້າໜ້າທີ່ ແລ້ວ ເງິນ ທີ່ ກູ້ຢືມມາ ເພື່ອ ເຮັດ ທຸຣະກິດ ນັ້ນ ກໍ ຫລຸ້ຍຫ້ຽນ ໄປຊື່ໆ ໂດຍທີ່ ທຸຣະກິດ ບໍ່ທັນ ເລີ້ມ ຊໍ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org