ການສໍ້ຣາສບັງຫຼວງຢູ່ລາວ ແກ້ ບໍ່ໄດ້
2014.03.12

ເປັນເວລາ ເກືອບ 10 ປີທີ່ ສປປລາວ ໄດ້ມີ ກົດໝາຍ ວ່າດ້ວຍ ການຕ້ານ ການສໍ້ຣາສ ບັງຫຼວງ ແຕ່ກໍບໍ່ ສາມາດ ປະຕິບັດ ໄດ້ ຢ່າງຈິງຈັງ ແລະ ບໍ່ໄດ້ ມີ ການເປີດເຜີຍ ໃຫ້ສາທາຣະນະຊົນ ໄດ້ຮູ້ນໍາ ວ່າມີ ພະນັກງານ ຣັຖກອນ ຄົນໃດ ຖືກລົງໂທດ ຍ້ອນ ການສໍ້ໂກງ.
ໃນ ຕົ້ນປີນີ້ ຣັຖບານ ໄດ້ມີດຳຣັດ ອອກມາວ່າ ໃຫ້ ພະນັກງານ ຣັຖກອນ ຕ້ອງແຈ້ງ ຊັບສິນ ຂອງຕົນ, ແຕ່ກໍຍັງ ບໍ່ສາມາດ ບັງຄັບ ໃຫ້ ປະຕິບັດ ໄດ້. ດັ່ງຜູ້ທີ່ ເຄີຍເປັນ ສະມາຊິກ ພັກ ທ່ານນຶ່ງ ກ່າວວ່າ:
”ມັນຄືຊິ ເປັນໄປ ໄດ້ຍາກ ທີ່ວ່າຊິໃຫ້ ຄົນອື່ນ ຫຼືວ່າມີ ໜ່ວຽງານ ກວດສອບ ບັນຊີ ຊິມາກວດສອບ ບັນຊີ ຂອງ ແຕ່ລະຄົນ ສະມາຊິກ ພັກ ຫຼືວ່າ ແຕ່ລະຄົນ ທີ່ເປັນ ຣັຖມົນຕຼີ ອີຫຍັງນີ້ ມັນເປັນໄປ ໄດ້ຍາກ. ເຖິງວ່າຖ້າ ເຮັດໄດ້ ຂໍ້ມູນ ກໍ່ບໍ່ແມ່ນ ຂໍ້ມູນຕົວຈິງ".
ເມື່ອບໍ່ດົນ ມານີ້ ທາງການ ລາວ ຖືກສັງຄົມ ໂຈມຕີ ຢ່າງ ຮຸນແຮງ ກ່ຽວກັບ ເຣື້ອງການ ສໍ້ຣາສ ບັງຫຼວງ ໃນກຸ່ມ ພະນັກງານ ຣັຖກອນ ແລະ ເຈົ້າໜ້າທີ່ ຂັ້ນສູງ ຈຳນວນໜຶ່ງ ໃນກົງຈັກ ຂອງ ຣັຖບານ ລາວ. ຜົນຂອງການ ສໍ້ຣາສ ບັງຫລວງ ກໍຄື ຣັຖບານ ມີບັນຫາ ດ້ານການເງິນ ຈົນ ເຖິງຂັ້ນ ບໍ່ສາມາດ ເບີກຈ່າຽ ເງິນເດືອນ ໃຫ້ ພະນັກງານ ຣັຖກອນ, ທະຫານ, ຕຳຫຣວດ, ແພດ-ໝໍ ແລະ ຄຣູ ອາຈານ ໃນທົ່ວ ປະເທດ ມາເປັນ ເວລາ ຫຼາຽເດືອນ ແຕ່ ຣັຖບານ ກໍໃຫ້ ເຫດຜົນວ່າ ມີຣາຍຈ່າຍ ຫຼາຍເກີນໄປ ແລະ ເກັບຣາຍຮັບ ບໍ່ໄດ້ຕາມ ເປົ້າໝາຍ.