ຣະບົບຕຸລາການ ສປປລ

ອຸ່ນແກ້ວ ສຸກສະຫວັນ
2016.04.08
F-Phouphet ທ່ານ ພູເພັດ ຄໍາພູນວົງ ອະດີດ ຣັຖມົນຕຣີ ກະຊວງການເງິນ ສປປ ລາວ
LNTV News

ທ່ານ ພູເພັດ ຄໍາພູນວົງ ອະດີດ ຣັຖມົນຕຼີ ກະຊວງ ການເງິນ ແລະ ພະນັກງານ ກະຊວງ ການເງິນ 4 ຄົນ ຊຶ່ງ ໃນນັ້ນ ກໍມີ ເລຂາ ສ່ວນຕົວ ຂອງ ທ່ານ ພູເພັດ ຊື່ ທ້າວ ອາລັດ, ມີ ຫົວໜ້າກົມ, ຮອງກົມ ງົບປະມານ ແລະ ພະນັກງານ ຜແນກ ສັງລວມ ທີ່ ຖືກຈັບ ໃນ ທ້າຍເດືອນ ທັນວາ ປີ 2015 ໃນຂໍ້ ຫາ ສໍ້ຣາສ ບັງຫຼວງ ທີ່ ກ່ຽວກັບ ການ ອອກ ພັນທະບັດ ແລະ ໂຄງການ ບໍ່ມີຕົວຕົນ.

ທ່ານ ພູເພັດ ແລະ ພະນັກງານ ເຫລົ່ານັ້ນ ຖືກປ່ອຍຕົວ ອອກມາແລ້ວ ໃນ ເດືອນ ມິນາ ປີ 2016 ຜ່ານມາ, ໂດຍບໍ່ມີ ການດໍາເນີນ ຄະດີ ຫຍັງ, ແຕ່ ຈະຕ້ອງ ຈ່າຍເງິນ ທີ່ສູນຫາຍ ໄປນັ້ນຄືນ ທັງໝົດ.

ແຕ່ເຫດການ ໃນວັນທີ 16 ເດືອນ ພຶສພາ ປີ 2014 ສານ ປະຊາຊົນ ແຂວງ ຫົວພັນ ໄດ້ຕັດສິນ ຈໍາຄຸກ ພະນັກງານ ຜແນກ ສຶກສາ ແລະ ກິລາແຂວງ 10 ຄົນ ໃນຄະດີ ຍັກຍອກເງິນ ຂອງຣັຖ ມູລຄ່າ 1 ຕື້ ກີບ, ຊຶ່ງໃນນັ້ນ ມີນຶ່ງຄົນ ໄດ້ຖືກສານ ຕັດສິນ ຈໍາຄຸກ 10 ປີ ເຖິງວ່າຜູ້ກ່ຽວ ຈະເອົາເງິນ ສ່ວນນຶ່ງ ທີ່ສໍ້ໂກງ ໄປນັ້ນ ມາຄືນກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.