ຍັງມີປະກົດການ ນາຍໜ້າ ລັດຄິວ ເຮັດໜັງສື່ຜ່ານແດນ
ກົມກົງສຸນ ກະຊວງການຕ່າງປະເທດ ອອກມາຕການຫ້າມ ນາຍໜ້າແລ່ນໜັງສືຜ່ານແດນ ເຂົ້າເຂດຫ້ອງການ ກົມກົງສຸນ ແລະ ສູນຮັບຄຳຮ້ອງ ເຮັດໜັງສືຜ່ານແດນ ໃນທົ່ວປະເທດ ເພື່ອປ້ອງກັນການລັດຄິວເຂົ້າສຳພາດ ແຕ່ເຖິງຕອນນີ້ ຍັງປະກົດມີກຸ່ມນາຍໜ້າ ດັ່ງກ່າວ ສາມາດເຂົ້າອອກ ເຂດຫ້າມເຂົ້າ.
-
ຈຳປາທອງ
2024-02-28 -
-
-
Your browser doesn’t support HTML5 audio
ເມື່ອບໍ່ດົນມານີ້, ກົມກົງສຸນ ກະຊວງການຕ່າງປະເທດລາວ ໄດ້ຕິດປ້າຍແຈ້ງການ ຕໍ່ໜ້າຫ້ອງການຂອງກົມ ຫ້າມບໍ່ໃຫ້ນາຍໜ້າ ຮັບແລ່ນເອກະສານ ເຮັດໜັງສືຜ່ານແດນ ເຂົ້າມາພາຍໃນບໍຣິເວນ ກົມກົງສຸນ ທີ່ນະຄອນຫຼວງວຽງຈັນ ລວມທັງສູນຮັບຄຳຮ້ອງໜັງສືຜ່ານແດນ ໃນຂອບເຂດທົ່ວປະເທດ ແລະແຈ້ງເຕືອນປະຊາຊົນ ບໍ່ໃຫ້ຫຼົງເຊື່ອ ຄຳແອບອ້າງຂອງນາຍໜ້າ ທີ່ວ່າຈະສາມາດລັດຄິວເຂົ້າສຳພາດ ແລະເຮັດໜັງສືຜ່ານແດນ ໃຫ້ໄດ້ໄວກ່ອນເວລາກຳນົດ, ແຕ່ມາເຖິງປັດຈຸບັນ ຍັງປະກົດເຫັນນາຍໜ້າ ຢູ່ໃນເຂດຫ້າມ ນັ້ນເຊັ່ນເຄີຍ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງ ຊາວບ້ານ ນາງນຶ່ງ ຢູ່ແຂວງຈຳປາສັກ ໃນມື້ວັນທີ 28 ກຸມພານີ້. ນາງເວົ້າວ່າ ນາງພະຍາຍາມ ໄປແລ່ນເອກະສານ ເຮັດໜັງສືຜ່ານແດນເອງ ເພາະບໍ່ຢາກເສັຽເງິນໃຫ້ນາຍໜ້າຫຼາຍ ແລະວ່າ ນາງໄດ້ຈ່າຍຄ່ານໍ້າຄ່າໃນໃຫ້ເຈົ້າໜ້າທີ່ ຈໍານວນນຶ່ງ ເພື່ອໃຫ້ໄດ້ໜັງສືຜ່ານແດນໄວຂຶ້ນ ແຕ່ກໍບໍ່ຫລາຍທໍ່ຈ້າງນາຍໜ້າ.
“ຄືນາຍໜ້າຫັ້ນ ກະແພງ ແພງຫຼາຍ. ຄືເຂົາເຈົ້າຈະໄລ່ ຄັນວ່າສາມມື້ ເຮັດດ່ວນສຸດຫັ້ນກະ 7,000 (ບາດ). ຄືຕາມທີ່ເຫັນ ຖ້າຢາກໃຫ້ໄວ ເຮົາຢາກໄດ້ຄິວໄວ. ເຮົາກະໄປລົມກັບເຂົາເຈົ້າຢູ່ຫັ້ນ. ລະກະໃຫ້ເຂົາກິນນ້ຳກິນໃນ ຈັກ 100,000-200,000 (ກີບ).”
ຢູ່ແຂວງວຽງຈັນ ຊາວບ້ານຜູ້ນຶ່ງ ເວົ້າວ່າ ລາວກໍແລ່ນເອກະສານ ເຮັດໜັງສືຜ່ານແດນ ດ້ວຍຕົນເອງເຊັ່ນກັນ ຍ້ອນຮູ້ຈັກເຈົ້າໜ້າທີ່ ທີ່ເຮັດວຽກຢູ່ທີ່ນັ້ນ ແລະລາວກໍຮູ້ວ່າ ມີນາຍໜ້າຮັບແລ່ນເອກະສານ ທີ່ເອົາເງິນນໍາຫລາຍກວ່າ ໃຫ້ເຈົ້າໜ້າທີ່.
“ເອົາໄວມັນກະມີຫັ້ນແຫຼະ ມັນກະມີນາຍໜ້າເດ. ເອີ້! ຄັນເຮົາເຂົ້າໄປເອງລະແມ່ນໄປຕິດຕໍ່ນຳເຈົ້າໜ້າທີ່. ຄັນເຮົາໄປໂທຫັ້ນ ຫານາຍໜ້າກະໄດ້. ຄັນວ່າເອົາພາສປອດດ່ວນບໍ່. ກະຊິປະມານ 1,000,000 ປາຍ 2,000,000. ຄັນວ່າເອົາທັມມະດາກະຊິປະມານ 1,000,000 ນຶ່ງນີ້ແຫຼະ.”
ຢູ່ນະຄອນຫຼວງວຽງຈັນ ຊາວບ້ານນາງນຶ່ງເວົ້າວ່າ ໝູ່ເພື່ອນຂອງນາງ ຈະພາຄອບຄົວໄປທ່ຽວໄທຍ ແຕ່ກໍບໍ່ໄດ້ໄປ ຍ້ອນວ່າເຮັດໜັງສືຜ່ານແດນ ໃຫ້ລູກບໍ່ທັນ. ເຖິງແມ່ນຈະໄດ້ຈ້າງນາຍໜ້າ ຮັບແລ່ນເອກະສານແບບດ່ວນ ແລ້ວກໍຕາມ.
“ເຫັນເຂົາເຈົ້າກະຈົ່ມຢູ່ວ່າ ຂນາດຈ່າຍດ່ວນ ກໍຍັງດົນ ບໍ່ໄດ້ຕາມນັດຫັ້ນນ່າ ບໍ່ເຂົ້າໃຈເປັນຫຍັງຄືກັນນ່າ ຈົນບໍ່ໄດ້ໄປທ່ຽວເລີຍນ່າ. ເພາະຍາກໄປໄທຍ ເພາະວ່າປົກກະຕິລູກປິດເທີມ ຕ້ອງໄປຈັງຫວັດໄຊຍະພູມບໍ່ ໄປເຂົາໃຫຍ່ ໄປພັດທະຍາ. ໄປທະເລ, ໄປພູເກັດນັ້ນນ່າ. ພໍດີລູກລາວຄົນນຶ່ງຫັ້ນຕິດຂັດ. ລາວກໍບໍ່ຢາກຖິ້ມລູກຫັ້ນນ່າ. ພໍດີຖ້າສອງເດືອນ ກະພໍດີເລີຍ ເຂົ້າໂຮງຮຽນລະ.”
ເຣື່ອງການຮັບແລ່ນເອກະສານ ນາຍໜ້າຮັບແລ່ນໜັງສືຜ່ານແດນ ນາງນຶ່ງ ເວົ້າວ່າ ຍັງຮັບແລ່ນ ຕາມປົກກະຕິຢູ່ ແລະວ່າ ທາງການເພິ່ນຈະປັບລາຄາ ຄ່າທັມນຽມເຮັດໜັງສືຜ່ານແດນໃໝ່ ໃນວັນທີ 4 ມີນາ 2024 ນີ້.
“ລາຄາມັນຕ້ອງເຊັກອັ່ນ ມື້ຕໍ່ມື້ເລີຍນ່າ ເພາະວ່າມັນຂື້ນໆ ລົງໆ ແຕ່ລະມື້ມັນບໍ່ຄືກັນ. ມື້ນີ້ລະແມ່ນ ຕົວດ່ວນລະແມ່ນ 3,200,000. ແບບອາທິດໜ້າເພິ່ນວ່າຊິຂຶ້ນລາຄາ ເຫັນວ່າຊີ້ແຫຼະ. ທັມມະດາ 1,500,000 ເດືອນປາຍຈຶ່ງໄດ້ 1,500,000 ນ່າ.”
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍະຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ກົມກົງສຸນ ກະຊວງການຕ່າງປະເທດ ແຕ່ກໍບໍ່ມີເຈົ້າໜ້າທີ່ທ່ານໃດຮັບສາຍ.
ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ອອກແຈ້ງການ ໃນວັນທີ 19 ກຸມພານີ້ ຈະປັບຄ່າທັມນຽມ ແລະຄ່າບໍຣິການອອກໜັງສືຜ່ານແດນ ຕາມຣັຖບັນ ຍັດ ຂອງປະທານປະເທດ ວັນທີ 26 ມົກກະຣາ 2024 ໂດຍຈະປັບຄ່າທັມ ນຽມ ແລະຄ່າບໍຣິການອອກໜັງສືຜ່ານແດນ ເອເລັກໂຕຣນິກ 60 ໂດລ້າຣ໌ສະຫະຣັຖ ແລະໜັງສືຜ່ານແດນທັມມະດາ 40 ໂດລ້າຣ໌ສະຫະຣັຖ, ແຕ່ການເກັບຄ່າທັມນຽມ ແລະຄ່າບໍຣິການຕົວຈິງ ແມ່ນເກັບເປັນເງິນກີບ ຕາມອັດຕຣາແລກ ປ່ຽນເງິນຕຣາ ທີ່ກະຊວງການເງິນກຳນົດ.
ຣັຖບັນຍັດສະບັບນີ້ ໄດ້ກຳນົດເວລາ ແລະຄ່າບໍຣິການອອກໜັງສືຜ່ານແດນ ເປັນ 3 ແບບ ຄືແບບ 1 ວັນ, ລາຄາ 1,000,000 ກີບຕໍ່ຫົວ, ແບບ 3 ວັນ, ລາຄາ 500,000 ກີບ ແລະແບບ 5 ວັນ, ລາຄາ 300,000 ກີບ.
ກ່ຽວກັບເຣື່ອງນີ້ ມີປະຊາຊົນລາວຈຳນວນນຶ່ງ ເວົ້າໃນສັບປະດານີ້ວ່າ ເຈົ້າໜ້າທີ່ໄດ້ຄິດໄລ່ຄ່າທັມນຽມເຮັດໜັງສືຜ່ານແດນ ໃນອັດຕຣາໃໝ່ ກ່ອນກຳນົດເວລາ. ຊາວບ້ານຜູ້ນຶ່ງ ຢູ່ແຂວງຊຽງຂວາງ ໄດ້ເວົ້າໃນວັນທີ 26 ກຸມພານີ້ວ່າ ຕົນໄດ້ໄປຍື່ນເອກະສານ ເພື່ອຂໍເຮັດໜັງສືຜ່ານແດນ ຢູ່ສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ ປະຈຳແຂວງຊຽງຂວາງ, ເຈົ້າໜ້າທີ່ ຈ້ຳກາວັນທີຍື່ນເອກະສານ ເປັນວັນທີ 4 ມີນາ 2024 ແລະວັນທີຮັບເອກະສານ ເປັນວັນທີ 25 ມີນາ 2024 ພ້ອມທັງເກັບຄ່າທັມນຽມ ແບບທັມມະດາ, ລາຄາ 1,200,000 ກີບ ແລະຢູ່ນະຄອນຫຼວງວຽງຈັນ ມີປະຊາຊົນນາງນຶ່ງ ເວົ້າໃນມື້ດຽວກັນນັ້ນວ່າ ນາງຖືກເກັບເງິນຄ່າທັມນຽມ ເຮັດໜັງສືຜ່ານແດນ ແບບທັມມະດາ, ລາຄາ 838,000 ກີບ ໂດຍນັດສຳພາດ ໃນວັນທີ 5 ມີນາທີ່ຈະມາເຖິງນີ້.