ສນາມບິນ ມ.ຕົ້ນເຜິ້ງ ຂ.ບໍ່ແກ້ວ ຄ້າງຄາ
2015.03.11
ຣາຍງານ ຈາກ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ວ່າ ປັດຈຸບັນ ຍັງ ບໍ່ມີການ ກໍ່ສ້າງ ສນາມບິນ ຢູ່ ເມືອງ ຕົ້ນເຜິ້ງ ແຕ່ ມີຣາຍງານ ວ່າ ທາງການ ລາວ ຈະມີການ ຂຍາຍ ສນາມບິນ ແຂວງ ບໍ່ແກ້ວ. ດັ່ງ ຊາວເມືອງ ຕົ້ນເຜິ້ງ ທ່ານ ນຶ່ງກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ບໍ່ມີແລ້ວ ຕາມຂ່າວ ເຂົາມາ ສຳຣວດ ເມືອງ ຫ້ວຍຊາຍ ພີ້ຕື່ມ ໄດ໋ ເຂົາຊິເຮັດ ສນາມບິນ ນາໆຊາດ ຢູ່ ທາງ ຫ້ວຍຊາຍ ພີ້ນ່າ ທາງ ບໍ່ແກ້ວ ພີ້ນ່າ ດີແລ້ວ ຖ້າ ມັນບໍ່ເກີດ ດີແລ້ວ ດີບໍ່ດີ ບ້ານເຮົາ ຊິ ຢູ່ບໍ່ໄດ້ ຊ້ຳນາ ລວມທັງ ດິນ ແດ່ເນາະ ຄື ຊິບໍ່ເຫັນ ຫຍັງເນາະ ໄດ້ ຍິນວ່າ ຮຸ້ນສ່ວນ ທີ່ ເຂົາມາ ລົງທຶນນຳ ເຂົາ ບໍ່ມີ ຜົນປະໂຫຍດ ຫລາຍ ບໍ່ຮູ້ ແຫລະ".
ທ່ານ ກ່າວຕື່ມ ອີກວ່າ ຊາວບ້ານ ສ່ວນຫລາຍ ແມ່ນ ເຫັນດີ ທີ່ ບໍ່ມີການ ກໍ່ສ້າງ ສນາມບິນ ຢູ່ ເມືອງ ຕົ້ນເຜີ້ງ. ນອກຈາກ ນີ້ ຍັງມີ ຣາຍງານ ອີກວ່າ ປັດຈຸບັນ ນີ້ ທາງການ ລາວ ກຳລັງ ມີການ ສຳຣວດ ຂຍາຍ ສນາມບິນ ເມືອງ ຫ້ວຍຊາຍ ຊຶ່ງ ເປັນ ສນາມບິນ ໃຫຍ່ ຂອງ ແຂວງ ບໍ່ແກ້ວ, ແຕ່ວ່າ ຍັງ ບໍ່ມີ ການ ຣາຍງານ ຈາກ ສື່ ຂອງ ທາງການ ລາວ ກ່ຽວກັບ ເຣື້ອງນີ້.
ເນື້ອທີ່ດິນ ຢູ່ເຂດ ເມືອງ ຕົ້ນເຜິ້ງ ທີ່ ຈະສ້າງ ສນາມບິນ ນັ້ນ ເຄີຍມີ ຂໍ້ ຂັດແຍ່ງກັນ ໃນ ຕົ້ນປີ 2014 ຣະຫວ່າງ ຊາວ ເມືອງ ຕົ້ນເຜິ້ງ ກັບ ບໍຣິສັດ ຄິງໂຣມັນສ ຜູ້ທີ່ໄດ້ ຮັບ ສຳປະທານ ສ້າງ ສນາມບິນ ຫລັງຈາກ ທີ່ ທາງການ ລາວ ໄດ້ເຊັນ ໃຫ້ ບໍຣິສັດ ສຳປະທານ ໃນ ປີ ຕົ້ນປີ 2013.
ກ່ຽວກັບ ຂໍ້ຂັດແຍ່ງ ໃນ ທີ່ດິນ ເກີດຂຶ້ນ ຍ້ອນວ່າ ໂຄງການ ດັ່ງກ່າວ ຈະກວມເອົາ ດິນນາ ຂອງ ປະຊາຊົນ 6 ບ້ານ ແລະ ທາງ ໂຄງການ ຈະຈ່າຍ ຄ່າຊົດເຊີຍ ໃຫ້ ປະຊາຊົນ ປະມານ 100,000 ບາດ ສະກຸນເງິນ ໄທ ຕໍ່ ນຶ່ງໄຣ່ ແຕ່ ປະຊາຊົນ ເຫັນວ່າ ຄ່າຊົດເຊີຍ ຕ່ຳກວ່າ ຣາຄາ ຕາມ ທ້ອງຕລາດ.