ບໍຣິສັດຈີນມີຜູ້ນໍາລາວຖືຫຸ້ນ ບໍ່ຍອມ ຈ່າຍໜີ້

ຈໍາປາທອງ
2014.11.05
F-image2 ບໍຣິສັດຈີນ ມີຜູ້ນໍາລາວ ຖືຫຸ້ນ ບໍ່ຍອມ ຈ່າຍໜີ້ສິນ
RFA

 

ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ການເງິນ ຂອງລາວ ທີ່ ຂໍສງວນ ຊື່ ຢືນຢັນ ເມື່ອມໍ່ໆ ມານີ້ວ່າ ກຸ່ມ ບໍຣິສັດ ລາວ ອິນໂດຈີນ ຈໍາກັດ (ມະຫາຊົນ) ຊຶ່ງ ເປັນ ບໍຣິສັດ ຮ່ວມທຶນ ຣະຫວ່າງ ນັກ ທຸຣະກິດ ຈີນກັບລາວ ເຮັດ ທຸຣະກິດ ຮັບຊື້ ມັນຕົ້ນ ຈາກຊາວ ກະເສຕກອນ ລາວ ແລະ ແປຮູບ ເປັນແປ້ງ ມັນຕົ້ນ ເພື່ອ ສົ່ງອອກໄປ ປະເທສ ຈີນ ນັ້ນ ໄດ້ຜິດນັດ ການຊໍາລະ ຄ່າ ມັນຕົ້ນ ແຕ່ ທ້າຍປີ 2013 ມາ ເຖິງ ປັດຈຸບັນ ເປັນມູນຄ່າ ທັງໝົດ ກວ່າ 14 ຕື້ ກີບ.

ຍິ່ງໄປກວ່າ ນັ້ນ ນອກຈາກ ບໍ່ໄດ້ ຊໍາລະ ເງິນກູ້ ໃຫ້ ແລ້ວ ກຸ່ມ ບໍຣິສັດ ດັ່ງກ່າວ ຍັງໄດ້ ຢືມເງິນ ຈາກ ທະນາຄານ ນະໂຍບາຍ ຂອງ ຣັຖບາລ ລາວ ໄປອີກ ຫລາຍ ກວ່າ 88 ຕື້ ກີບ ທີ່ຍັງບໍ່ ທັນໄດ້ ຊໍາລະ ແລະ ໜີ້ດອກເບັ້ຍ ຫລາຍກວ່າ 20 ຕື້ ຕື່ມອີກ. ດັ່ງ ທ່ານໄດ້ ກ່າວ ຢືນຢັນ ວ່າ:

"ບັນຫາ ມີຢູ່ ບ່ອນວ່າ ບໍຣິສັດ ອິນໂດໄຊນາ ນີ້ນະ ມີໜີ້ຕໍ່ ພວກເຮົາ ໃນ ປັດຈຸບັນ ນີ້ ນໍາ 88 ຕື້ ກີບ ດອກເບັ້ຍ 20 ຕື້ ບໍ່ສົ່ງສອດ ປັດຈຸບັນ ນີ້ 14 ສັນຍາ ກູ້ຢືມນໍາ ທະນາຄານ ນະໂຍບາຍ ມັນໝົດ ກໍານົດ ແລ້ວ ຈາກນັ້ນ ບໍຣິສັດ ນີ້ໄປຕິດ ໜີ້ ປະຊາຊົນ 14 ຕື້ອີກ".

ບັນຫາ ດັ່ງກ່າວ ສົ່ງ ຜົລກະທົບ ໜັກໜ່ວງ ຕໍ່ ຊາວສວນ ທີ່ປູກມັນຕົ້ນ ຫລາຍ ກວ່າ 3 ໝື່ນ ຄອບຄົວ ຍ້ອນວ່າໄດ້ ພາກັນ ກູ້ຢືມ ເງິນ ຈາກ ທະນາຄານ ນະໂຍບາຍ ຂອງ ຣັຖບາລ ລາວ ເຊັ່ນ ດຽວກັນ.

ພວກ ເຂົາເຈົ້າ ໄດ້ຂາຍ ມັນຕົ້ນໃຫ້ ບໍຣິສັດ ໄປແຕ່ດົນ ກວ່າປີແລ້ວ ແຕ່ ຍັງບໍ່ທັນ ໄດ້ ຮັບເງິນ ເຮັດໃຫ້ ຊາວສວນ ມັນຕົ້ນຢູ່ ນະຄອນ ຫລວງ ວຽງຈັນ, ບໍຣິຄໍາໄຊ ແລະ ແຂວງ ວຽງຈັນ ໄດ້ຮັບຄວາມ ເດືອດຮ້ອນ ຢ່າງໜັກ ຢູ່ໃນ ຂະນະນີ້. ສ່ວນ ບໍຣິສັດ ນັ້ນ ກໍໄດ້ເຊົາ ຜລິດມາໄດ້ ຫຼາຍເດືອນ ແລ້ວ.

ແຕ່ ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ຂັ້ນສູງ ຂອງ ທະນາຄານ ນະໂຍບາຍ ຂອງ ຣັຖບາລ ລາວ ກໍບອກ ກ່ຽວກັບ ເຣື່ອງທີ່ວ່ານັ້ນ ໃຫ້ຮູ້ວ່າ ສາເຫດ ທີ່ເຮັດໃຫ້ ທະນາຄານ ບໍ່ສາມາດ ບັງຄັບ ກຸ່ມ ບໍຣິສັດ ດັ່ງກ່າວ ໃຫ້ ຊໍາລະໜີ້ ໄດ້ເລີຍນັ້ນ ກໍຍ້ອນ ວ່າ ໃນນັ້ນ ຫຸ້ນສ່ວນ ສໍາຄັນ ຫລາຍຄົນ ເປັນຜູ້ນໍາ ໃນພັກ ແລະ ຣັຖບາລລາວ ນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.