ຂຍາຍພື້ນທີ່ປູກກາເຟອາຈ ມີຜົນ ກະທົບ

ພື້ນທີ່ປູກກາເຟ ຢູ່ທົ່ງພຽງ ບໍລາເວນ ແຂວງຈໍາປາສັກ
ພື້ນທີ່ປູກກາເຟ ຢູ່ທົ່ງພຽງ ບໍລາເວນ ແຂວງຈໍາປາສັກ (Courtesy of green discovery Laos)

0:00 / 0:00

ເມື່ອ ບໍ່ດົນ ມານີ້ ກອງ ເລຂາ ຄນະ ກັມການ ແຫ່ງຊາດ ເພື່ອ ສົ່ງເສີມ ການ ປູກ ກາເຟ ເວົ້າວ່າ ລາວ ມີແຜນ ທີ່ ຈະຂຍາຍ ເນື້ອທີ່ ປູກ ກາເຟ ຫຼາຍຂຶ້ນ ຮອດ 130 ພັນ ເຮັກຕາ ພາຍໃນປີ 2025 ເພື່ອ ຂຍາຍ ການ ສົ່ງອອກ ກາເຟລາວ ໄປຕ່າງ ປະເທດ. ແຕ່ ໃນຂນະ ດຽວກັນ ຊາວສວນ ກາເຟ ຈາກ ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ເປີດເຜີຍ ວ່າ ທີ່ ຜ່ານມາ ພວກ ເຂົາເຈົ້າ ໄດ້ ຮັບ ຜົລ ກະທົບ ຈາກ ການຂຍາຍ ພື້ນທີ່ ປູກ ກາເຟ ຂອງ ບໍຣິ ສັດ ເອກຊົນ ມາແລ້ວ. ດັ່ງນັ້ນ ແຜນການ ຂຍາຍ ພື້ນທີ່ ປູກກາ ເຟ ຂອງລາວ ຄັ້ງນີ້ ຈຶ່ງ ອາຈສົ່ງ ຜົລກະທົບ ຕໍ່ ພວກ ເຂົາເຈົ້າ ຕື່ມອີກ:

"ກໍຫລຸດລົງ ຫັ້ນແຫລະ ກໍຍ້ອນ ບໍຣິສັດ ຫັ້ນແຫລະ ເຮົາບໍ່ມີ ຜົລ ຜລິດ ຕໍ່ ບໍ່ມີ ບ່ອນເຮັດຕໍ່ ວ່າ ແຊ້ນຊະ ແຕ່ກ່ອນ ເຮົາ ກໍ 10 ພັນ ກວ່າ ກົກຕີ໋ ບັດນີ້ ຍັງແຕ່ 1000 ໜຶ່ງ ຫັ້ນ ເກັບປີນີ້ ໄດ້ພໍ 200-300 ກິໂລ ກຣາມ ເທົ່ານັ້ນ ແຫລະ".

ທ່ານ ເວົ້າວ່າ ຊາວບ້ານ ເມືອງ ປາກຊ່ອງ ສ່ວນຫລາຍ ມີອາຊີບ ປູກກາເຟ ທຸກ ຄອບຄົວ ປູກ ກາເຟ ໝົດ ແຕ່ຫຼາຍ ໜ້ອຍແຕກ ຕ່າງ ກັນ. ຫລາຍປີ ມານີ້ ບໍຣິສັດ ເອກຊົນ ເຂົ້າມາ ຫລາຍ ຊື້ ທີ່ດິນໄປ ຫລື ຖືກ ສັມປະທານ ໄປໃຫ້ ບໍຣິສັດ ປູກກາເຟ ເປັນ ອຸດສາຫະກັມ ຂນາດໃຫຍ່ ເຮັດ ໃຫ້ຊາວ ກະສິກອນ ຣາຍຍ່ອຍ ລໍາບາກ. ບາງຄົນ ກໍຖືກ ເອົາດິນໄປ ຈົນບໍ່ມີ ດິນ ປູກ ກາເຟ.

ເມື່ອທ້າຍ ເດືອນ ຕຸລາ 2014 ນີ້ ທ່ານ ໄຊປລາເດດ ຈຸນລະມະນີ ປະທານ ກອງ ເລຂາ ຄນະ ກັມການ ແຫ່ງຊາດ ເພື່ອ ສົ່ງເສີມ ການ ປູກກາເຟ ໄດ້ຣາຍງານ ໃນງານ ວາງ ສະແດງ ກາເຟ ລາວ ຄັ້ງທີ 1 ທີ່ຈັດຂຶ້ນ ຢູ່ແຂວງ ຈໍາປາສັກ ວ່າ ປັຈຈຸບັນ ປະເທດລາວ ມີເນື້ອທີ່ ປູກ ກາເຟ 7,800 ເຮັກຕາ.

ພື້ນທີ່ ປູກ ກາເຟ 95 ສ່ວນຮ້ອຍ ແມ່ນຢູ່ໃນ 3 ແຂວງ ພາກໃຕ້ ຄື ຈໍາປາສັກ ສາຣະວັນ ແລະ ເຊກອງ. ແຕ່ ແຜນການ ພັທນາ ກາເຟ ລາວ ຈະ ສົ່ງເສີມ ໃຫ້ມີ ເນື້ອທີ່ປູກ ຫຼາຍກວ່າ 130 ພັນ ເຮັກຕາ ພາຍໃນ ປີ 2025. ນອກຈາກ ບັນຫາ ຊາວ ກະສິກອນ ຣາຍຍ່ອຍ ບໍ່ມີດິນ ປູກກາເຟ ແລ້ວ ຊາວ ສວນກາເຟ ຈໍານວນ ໜຶ່ງ ຍັງຖືກ ເອົາລັດ ເອົາປຽບ ຈາກ ບໍຣິສັດ ເອກຊົນ ໂດຍເອົາດິນ ຂອງ ປະຊາຊົນ ໄປ ແຕ່ບໍ່ ຈ່າຍຄ່າ ຊົດເຊີຍ ໃຫ້ ຫລື ຈ່າຍ ຄ່າຊົດເຊີຍ ແບບບໍ່ ເໝາະສົມ ຄືດັ່ງ ທີ່ ໄດ້ເກີດຂຶ້ນ ໃນ ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ນັ້ນ.