ແມງໄມ້ເຂົ້າທຳລາຍສວນ ກາເຟ
2020.09.04
ໄລຍະໂຄວິດ19 ຣະບາດ, ໂຕດ້ວງ ແລະ ໂຕມອດ ໄດ້ເຈາະກິນຕົ້ນກາເຟ ຂອງຊາວສວນກາເຟຢູ່ 4 ແຂວງພາກໃຕ້ຄື ແຂວງຈຳປາສັກ, ສາຣະວັນ, ເຊກອງ ແລະ ອັດຕະປື ຈົນເຂົາເຈົ້າ ຕ້ອງໄດ້ຕັດຕົ້ນກາເຟຖິ້ມ. ຊາວສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ກ່າວ ຕໍ່ເອເຊັຽ ເສຣີ ໃນວັນທີ 4 ກັນຍາ ວ່າ:
"ເຈົ້າ ແມ່ນແຫຼະ ແຕ່ວ່າ ລົງຫຼາຍ ມັນກະເປັນບາງຕົ້ນ ຕ້ອງໄດ້ຮອນຕົ້ນ ແລ້ວມັນຈະແຕກແໜງໃໝ່, ກະມີປຶກສາກັນ ໃນກຸ່ມສະຫະກອນ, ເນັ້ນໆ ກະແມ່ນທາງເຮົາເອງຫັ້ນແຫຼະ ເປັນຜູ້ ຈະຫາແນວທີ່ວ່າ ເງື່ອນໄຂໃນການແກ້ກັນເອງ."
ຊາວສວນກາເຟທ່ານນີ້ ກ່າວຕື່ມວ່າ ຊາວສວນກາເຟ ແລະ ບໍຣິສັດປູກກາເຟ ຕ້ອງກວດເບິ່ງຕົ້ນກາເຟ ທຸກຕົ້ນ ຖ້າວ່າຕົ້ນໃດ ມີໂຕດ້ວງ ແລະ ໂຕມອດ ເຈາະກິນລຳຕົ້ນ ກໍຈະຕັດຕົ້ນອອກ ແລ້ວເຜົ່າຖິ້ມ ແລະ ຖ້າມັນເຈາະກິ່ງງ່າ ກໍຈະຕັດກິ່ງງ່າອອກ ແລ້ວໃຫ້ມັນບົ່ງຄືນໃໝ່, ສ່ວນການແກ້ໄຂເລື່ອງນີ້ ສະມາຄົມກາເຟລາວ ຈະເປັນຜູ້ນຳແນວທາງ ແກ້ໄຂບັນຫາ.
ຊາວສວນ ກາເຟ ອີກທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ວ່າເຂົາເຈົ້າຈະຕັດຕົ້ນກາເຟຖິ້ມທັນທີ ຖ້າວ່າ ຕົ້ນໃດຖືກໂຕດ້ວງ ແລະ ໂຕມອດ ກັດ, ແຕ່ຈະບໍ່ໃຊ້ສານເຄມີສີດ:
ແມ່ນ ປັດຈຸບັນນີ້ ເຮົາມີບັນຫາດ້ວງ ມັນລະບາດແລ້ວ ແລ້ວກະໃຫ້ມັນປົ່ງແຕກແໜງໃໝ່ ເຮົາເຮັດແບບທຳມະຊາດເນາະ ຈະບໍ່ໃສ່ຢາ ສ່ວນວ່າ ຊາວສວນກາເຟ ຢູ່ເມືອງທ່າແຕງ ແຂວງເຊກອງ ຕ້ອງໄດ້ໃຊ້ຢາສະໝູນໄພພື້ນບ້ານສີດໃສ່ ຕົ້ນກາເຟເພື່ອປ້ອງກັນໂຕດ້ວງ ແລະໂຕມອດ. ຊາວສວນກາເຟ ເມືອງທ່າແຕງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ຢາທັມມະດາດອກ ຢາເຂົາເຄີຍສີດຢາແບບວ່າ ເຂົາເອີ້ນວ່າຢາສະໝູນໄພ ແບບເຮົາໄລ່ມັນໜີ ຈາກກົກກາເຟເຮົາມັນຕິດແລ້ວ ມັນມີກິ່ນ ມັນກະໜີດ້ວງມັນບໍ່ໃກ້."
ຊາວສວນກາເຟ ເມືອງທ່າແຕງ ທ່ານນີ້ກ່າວຕື່ມອີກວ່າ ສວນກາເຟຂອງລາວ ເສັຍຫາຍ 1 ເຮັກຕາ ຍ້ອນໂຕດ້ວງ ແລະ ໂຕມອດເຈາະ ຈາກທັງໝົດ 4 ເຮັກຕາ. ກ່ຽວກັບບັນຫານີ້, ຕາງໜ້າ ສະມາຄົມກາເຟລາວ ກ່າວຕໍ່ເອເຊັຽເສຣີ ວ່າ ສາເຫດທີ່ເຮັດໃຫ້ມີໂຕດ້ວງ ແລະ ໂຕມອດ ເຈາະລຳຕົ້ນກາເຟ ເກີດຄວາມເສັຽຫາຍ ເປັນວົງກວ້າງ ໃນປີນີ້ ຍ້ອນວ່າ ໃນໄລຍະເກີດ ໂຄວິດ19 ຊາວສວນກາເຟສ່ວນຫຼາຍ ພາກັນຢູ່ເຮືອນ ແລະບໍ່ມີເວລາໄປເບິ່ງແຍງ ສວນກາເຟຂອງຕົນເອງເທົ່າທີ່ຄວນ ຈຶ່ງເປັນໄລຍະເວລາທີ່ໂຕດ້ວງ ແລະ ໂຕມອດສາມາດ ເຈາະ ຕົ້ນກຳເຟໄດ້ຢ່າງກວ້າງຂວາງ.
ຕ່າງໜ້າສະມາຄົມກາເຟລາວ ຍັງກ່າວອີກວ່າ ກາລະບາດຂອງໂຕດ້ວງ ແລະໂຕມອດ ຈະສົ່ງຜົນກະທົບຕໍ່ຜົນຜລິດ ແລະວິທີການແກ້ໄຂ ຕ້ອງພົ່ນຢາ ເພື່ອປ້ອງກັນກ່ອນລ່ວງໜ້າ ແລະ ຕັດຕົ້ນຖິ້ມ ຖ້າວ່າ ກາເຟຕົ້ນໃດ ຖືກ ດ້ວງ-ມອດ ເຈາະແລ້ວ:
"ໄລຍະຕົ້ນແມ່ນຫຼັງຈາກ ເຮົາເກັບກ່ຽວແລ້ວນິ ເຮົາຕ້ອງອະນາໄມສວນ ສີດພົ່ນຢາ ທີ່ເອີ້ນວ່າ ການປ້ອງກັນລ່ວງໜ້າເນາະ ແຕ່ພາຍຫຼັງທີ່ ມັນເປັນແລ້ວ ຖ້າວ່າເຮົາປ້ອງກັນໂຕນັ້ນບໍ່ທັນ ເຮົາຕ້ອງໄດ້ຕັດກົກກາເຟ ແລ້ວເຜົາກະທັນທັນເພື່ອຕັດວົງຈອນ ຊີວິດຂອງມັນ, ເລື່ອງການ ກະທົບນີ້ ມັນຈະກະທົບຜົນຜລິດ ເຮັດໃຫ້ປະຣິມານ ຫຼຸດລົງ, ປີນີ້ 6 ເດືອນຕົ້ນ ເຮົາໄດ້ຢູ່ 22 ພັນປາຍ ກ່ວາຕັນ."
ສະມາຄົມກາເຟລາວ ໄດ້ແນະນຳໃຫ້ຊາວສວນກາເຟ ກວດກາເບິ່ງຕົ້ນກາເຟທຸກຕົ້ນ, ຖ້າຕົ້ນໃດມີໂຕດ້ວງ ແລະໂຕມອດເຈາະ ໃຫ້ຕັດຖິ້ມ ແລະ ເຜົາທຳລາຍ ທັນທີ ເພື່ອບໍ່ໃຫ້ເກີດ ການຣະບາດຊ້ຳ ແລະ ເສັຽຫາຍ ໜັກຂຶ້ນຕື່ມ.
ນອກຈາກນີ້ ເງື່ອນໄຂທີເຮັດໃຫ້ໂຕດ້ວງ ແລະ ໂຕມອດ ລະບາດຢ່າງວ່ອງໄວ ກໍແມ່ນສະພາບອາກາດ ຮ້ອນຂຶ້ນ ທີ່ຕ່າງຈາກ ແຕ່ກ່ອນ ອີງຕາມ ຂໍ້ມູນຈາກຊາວສວນກາເຟ. ເຈົ້າໜ້າທີ່ ປແນກກະສິກຳ ແລະປ່າໄມ້ ແຂວງຈຳປາສັກ ກ່າວຕໍ່ເອເຊັຽເສຣີ ວ່າໃຫ້ສະມາຄົມກາເຟ ລາວ ຣາຍງານມາຫາ ແລະ ເຈົ້າໜ້າທີ່ ຈະສົ່ງວິຊາການລົງໄປກວດ: "ຣາຍງານເຂົ້າຂະແໜງ ປູກຝັງຫັ້ນສີດ່ວນໆ ກະໃຫ້ເພິ່ນລົງໄປຕິດ ຕາມຣາຍງານ ໃຫ້ຫົວໜ້າປແນກອີກເທື່ອນຶ່ງ ເພິ່ນຊິມີວິຊາການ ສະເພາະເຂົາຊິລົງ ກວດກາເບິ່ງ."
ທ່ານ ສີວິໄຊ ໄຊຍະແສງ ຫົວໜ້າສະມາຄົມກາເຟລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ໃນທ້າຍເດືອນສິງຫາ ຜ່ານມາວ່າໃນ 6 ເດືອນ ຕົ້ນປີ 2020 ບັນດາ ສະມາຄົມກາເຟລາວ ສົ່ງກາເຟອອກໄປບັນດາ ປະເທດ ໃນເອເຊັຽ, ຢູໂຣບ ແລະ ອະເມຣິກາ ທັງໝົດປະມານ 20 ພັນຕັນ ລວມມູນຄ່າ 40 ລ້ານໂດລາ.
ປັດຈຸບັນ ປະເທດລາວມີເນື້ອທີ່ປູກກາເຟ ທັງໝົດ 90 ພັນເຮັກຕາ ໃນນັ້ນຢູ່ແຂວງຈຳປາສັກ ມີ 50 ພັນ ເຮັກຕາ, ແຂວງສາລະວັນ 20 ພັນ ເຮັກຕາ, ເຊກອງປະມານ 10 ພັນ ເຮັກຕາ, ແຂວງອັດຕະປີ ແລະ ແຂວງອື່ນໆ ຢູ່ພາກກາງ ລວມກັນ ປະມານ 10 ພັນ ເຮັກຕາ.