ແຜນພັທນາເສຖກິດສາມຫຼ່ຽມ

ສິດນີ
2014.11.26
F-CLV ນາຍົກຣັຖມົນຕຣີ ວຽດນາມ ທ່ານ Nguyen Tan Dung ຖືກຕ້ອນຮັບ ທີ່ ນະຄອນຫຼວງວຽງຈັນ
Photo: VGP

 

ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສີງ ທັມມະວົງ ນາຍົກ ຣັຖມົນຕຣີ ກຳພູຊາ ທ່ານ ຮຸນເຊນ ແລະ ນາຍົກ ຣັຖມົນຕຣີ ວຽດນາມ ທ່ານ ຫງຽນ ຕັນ ເຢີນ ໄດ້ ສັນຍາ ກັນ ໃນ ມື້ສຸດທ້າຍ ຂອງ ກອງປະຊຸມ ຄັ້ງທີ 8 ຂອງ ໂຄງການ ພັທນາ ເສຖກິດ ສາມຫລ່ຽມ ທີ່ ນະຄອນ ຫລວງ ວຽງຈັນ ວ່າ ຈະໃຫ້ ຄວາມຮ່ວມມື ກັນຢ່າງ ໃກ້ຊິດ ໃນການ ຈັດ ຕັ້ງ ປະຕິບັດ ແຜນການ ພັທນາ ເສຖກິດ ສາມຫລ່ຽມ ຢ່າງ ຈີງຈັງ.

ທ່ານ ນາຍົກ ທັງສາມ ໄດ້ຕົກລົງ ກັນວ່າ ຈະສືບຕໍ່ ການ ບັງຄັບໃຊ້ ສົນທິ ສັນຍາ ສອງຝ່າຍ ແລະ ຫລາຍຝ່າຍ ທີ່ ມີຢູ່ໃນ ປັດຈຸບັນ ໃນແຜນການ ດັ່ງກ່າວ ເພື່ອ ສ້າງຄວາມ ສະດວກ ໃນການ ຂົນສົ່ງ ສີນຄ້າ ແລະ ການໄປມາ ຄ້າຂາຍ ຂອງ ປະຊາຊົນ ໃນສາມ ປະເທດ ສປປລາວ ກຳພູຊາ ແລະ ວຽດນາມ ໃຫ້ ດີຂ໊ື້ນ.

ນອກຈາກ ນັ້ນ ບັນດາ ຜູ້ນຳຈາກ ສາມ ປະເທດ ຍັງໄດ້ ລົງນາມ ໃນ ຖແລງການ ຮ່ວມ ເພື່ອສ້າງ ຕັ້ງແຜນ ປະຕິບັດ ງານ ໃນຂອບ ຄວາມຮ່ວມມື ໃນສົກ ປີ 2015-16 ໂດຍ ສະເພາະ ໃນ ບັນຫາ ການປາບປາມ ແລະ ສະກັດກັ້ນ ການແຜ່ລາມ ຂອງ ໂຣຄ ຕິດຕໍ່ ແລະ ການຕ້ານ ອາຊຍາກັມ ຂ້າມຊາດ. ໃນນັ້ນ ມີທັງ ການຄ້າ ມະນຸດ ແລະ ການຄ້າ ຢາເສບຕິດ ຕາມແນວ ຊາຍແດນ.

ໃນຂນະ ດຽວກັນ ວຽດນາມ ກໍມີແຜນ ການ ຈະລົງທືນ ໃນ ກຳພູຊາ ໃຫ້ໄດ້ 5 ຕື້ ໂດລາ ແລະ ໃນ ລາວ 2 ຕື້ ໂດລາ ໃນ ປີຫນ້າ. ໂຄງການ ເສຖກິດ ສາມຫລ່ຽມ ກວມເອົາ 13 ແຂວງ ຂອງ ສາມ ປະເທດ ທີ່ ສປປລາວ ມີ ແຂວງ ສາຣະວັນ ອັດຕະປື ເຊກອງ ແລະ ຈຳປາສັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.