ແຜນຂຍາຍ ມ.ພູຄູນ ຊ້າອີກ 3 ປີ

ເມືອງພູຄູນ ແຂວງ ຫລວງພຣະບາງ
ເມືອງພູຄູນ ແຂວງ ຫລວງພຣະບາງ (RFA/PN)

0:00 / 0:00

ແຜນການຂະຫຍາຍ ເມືອງພູຄູນ ແຂວງຫຼວງພຣະບາງ ທີ່ກໍານົດວ່າ ຈະໃຫ້ແລ້ວ ພາຍໃນຕົ້ນປີ 2017 ນັ້ນ ຕ້ອງຊັກຊ້າ ໄປຕື່ມອີກ 3 ປີ ຍ້ອນວ່າການ ອອກແບບແຜນ ການກໍ່ສ້າງ ໂດຍລະອຽດ ບໍ່ຜ່ານ ການພິຈາຣະນາ ຂອງ ຄນະ ກັມມະການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຈຶ່ງສະເໜີໃຫ້ ບໍຣິສັດ ອອກແບບ ແກ້ໄຂຕື່ມ, ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ເມືອງພູຄູນ ຕໍ່ເອເຊັຽເສຣີ:

"ຢູ່ຂັ້ນຕອນການກວດແກ້ ເອກກະສານ ຂັ້ນກະຊວງໂຍທາ ເພື່ອຮອງຮັບ ດ້ານຣາຄາ ດ້ານຕ່າງໆ ແລະແກ້ໄຂແບບ ຈໍານວນນຶ່ງ ທີ່ບໍ່ເໝາະ ສົມ ກັບພື້ນທີ່ ຂອງມັນຫັ້ນ".

ເມື່ອປີ 2015 ບໍຣິສັດ ເອກກະຊົນ ໄດ້ເຊັນສັນຍາ ເອກກະສານ ບັນທຶກ ຄວາມເຂົ້າໃຈ ກັບຣັຖບານ ໃນການອອກແບບ ຜັງເມືອງພູຄູນ ໃນພື້ນທີ່ 720 ເຮັກຕາ ເພື່ອກໍ່ສ້າງ ອາຄານຕ່າງໆ, ແຕ່ວ່າພື້ນທີ່ ໂຕຈິງ ທັງໝົດມີ 3,000 ເຮັກຕາ. ຄນະກັມມະການ ເຫັນວ່າຂນາດ ຂອງອາຄານ ໃຫຍ່ເກີນໄປ ບໍ່ເໝາະສົມ ກັບພື້ນທີ່, ນອກນັ້ນ ຢາກໃຫ້ຫລຸດ ງົບປະມານ ຈາກ 290 ລ້ານໂດລາ ລົງເປັນ 250 ລ້ານ ໂດລາ.

ເຈົ້າໜ້າທີ່ ເມືອງພູຄູນກ່າວວ່າ ຫລັງຈາກ ບໍຣິສັດ ອອກແບບກໍ່ສ້າງ ດັດແກ້ ແຜນລະອຽດ ໃນການ ກໍ່ສ້າງແລ້ວ ຈະຕ້ອງສົ່ງແຜນ ໄປຍັງ ກະຊວງ ໂຍທາທິການ ພາຍໃນເດືອນ ກຸມພາ ເພື່ອ ພິຈາຣະນາ ອີກໃໝ່.