ລາວ-ຈີນ ລົງນາມໃຊ້ເງິນ ກີບ-ຢວນ

ໄຊຍາ
2020.01.14
F-Bank ທະນາຄານ ແຫ່ງ ສປປ ລາວ
screen captured : Map http://goo.gl/Is7Q7Q

ທະນາຄານແຫ່ງ ສປປ ລາວ ໄດ້ເຊັນສັນຍາຕົກລົງ ກັບ ທະນາຄານປະຊາຊົນ ເພື່ອ ນໍາເອົາສະກຸນເງິນກີບ ແລະ ເງິນຢວນເຂົ້າສູ່ຣະບົບ ການເງິນສາກົລ ຂອງທັງສອງປະເທດ ເພື່ອໃຫ້ພາກທຸຣະກິດ ສາມາດສຳລະສະສາງໄດ້ໂດຍກົງ ທີ່ຜ່ານມາການ ໝູນວຽນເງິນຕຣາ ບໍ່ວ່າ ຈະເປັນການລົງທຶນ, ການຊື້ຂາຍ ຍັງໃຊ້ເງິນໂດລາ ແລະ ເງິນບາດເປັນຫຼັກ. ດັ່ງເຈົ້າໜ້າທີ່ ທະນາຄານແຫ່ງ ສປປລາວ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 14 ມົກກະຣາ ວ່າ:

"ແມ່ນທາງກົມບໍຣິການເນາະ ເພິ່ນມີການຊື້-ຂາຍ ເງິນຕຣາຕ່າງປະເທດ ເພິ່ນກໍ່ຮັບສະກຸນຢວນ ເຂົ້າເປັນສະກຸນເງິນນຶ່ງ ທີ່ຢູ່ໃນຣະບົບ ອິນເຕິແບັງ ຂອງ ເຮົາແລ້ວຫັ້ນນ່າ."

ສື່ຂອງທາງການລາວຣາຍງານວ່າ ການເຊັນສັນຍາ ນໍ້າໃຊ້ເງິນກີບ ແລະ ຢວນ ເຂົ້າໃນຣະບົບການເງິນ ຂອງທັງສອງປະເທດ ໄດ້ຈັດຂຶ້ນ ເມື່ອວັນທີ 06 ມົກກະຣາ ທີ່ຜ່ານມາ ເນື່ອງໃນໂອກາດ ທີ່ຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ມີການພົບປະ ສອງຝ່າຍຢ່າງເປັນທາງການ ທີ່ຫໍສະພາປະຊາຊົນຈີນ ໃນນັ້ນໃນເນັ້ນໜັກໃສ່ ຄວາມຄືບໜ້າຂອງການປະຕິບັດ ຂໍ້ຕົກລົງຮ່ວມກັນ ກ່ອນໜ້ານີ້ເຊັ່ນໂຄງການ ສ້າງທາງ ຣົດໄຟ ລາວ-ຈີນ, ໂຄງການສ້າງທາງດ່ວນ, ການ ລົງຄ້າການລົງທຶນ ເປັນຕົ້ນ.

ເຖິງແມ່ນວ່າຈະມີການລົງນາມ ແຕ່ການປະຕິບັດໂຕຈິງ ຢ່າງເປັນທາງການຍັງມີຫຼາຍບັນຫາ ຕ້ອງໄດ້ລົງເລິກເຊັ່ນ; ເຈົ້າໜ້າທີ່ກະຊວງ ການເງິນ ໄດ້ໃຫ້ ຄວາມເຫັນວ່າ ຍັງບໍ່ສາມາດມາຈ່າຍ ພາສີ-ອາກອນ ໄດ້ເນື່ອງຈາກກົດໝາຍ ກຳນົດໄວ້ວ່າຕ້ອງຈ່າຍ ເປັນເງິນກີບ:

"ເຈົ້າບໍ່ໄດ້ ເພາະວ່າ ຢວນເຮົາຕ້ອງໄລ່ເປັນເຣດເງິນໂດລາ ກ່ອນຫັ້ນນ່າ ແລ້ວເຮົາຕ້ອງໄປຕີ ໃນໃບແຈ້ງພາສີ ເປັນຣາຍຣະອຽດຫັ້ນມາປ່ຽນ ເປັນເຣດ ຂອງໂດລາ ແຕ່ກໍຕ້ອງໄດ້ເສັຽເປັນເງີນກີບຄືເກົ່າ ອັນນັ້ນເປັນພື້ນຖານຂອງມູນຄ່າ ສີນຄ້າ ມາໄລ່ຊື່ໆ ແລ້ວມາເສັຍເປັນເງີນກີບ."

ໃນຂນະທີ່ ໂຕແທນຂອງທະນາຄານປະຊາຊົນຈີນ ໄດ້ກ່າວຜ່ານສື່ ຂອງຈີນວ່າ ສັນຍາທີ່ລົງນາມຮ່ວມກັນຣະຫວ່າງ ທະນາຄານ ລາວ-ຈີນ ເທື່ອນີ້ຈະເຮັດໃຫ້ການສຳລະສະສາງ ໂດຍກົງຂອງສອງສະກຸນເງີນຂອງ ລາວ-ຈີນ ໃນການ ເຄື່ອນໄຫວ ບັນຊີເງີນຝາກກະແສຣາຍວັນ ແລະ ບັນຊີທືນ.

ຜ່ານມາການເງິນນໍາໃຊ້ເງິນຢວນ ສ່ວນຫຼາຍແມ່ນຢູ່ພາກເໜືອຂອງລາວ ສ່ວນຢູ່ ນະຄອນຫຼວງວຽງຈັນ ສ່ວນຫຼາຍຈະໃຊ້ເງິນໂດລາ ຫຼື ເງິນບາດ ໃນການສຳສະສາງ ດັ່ງຊາວຄ້າຂາຍຕລາດສົດ ໃນນະຄອນຫຼວງວຽງຈັນ ໄດ້ໃຫ້ຄຳເຫັນ ຕໍ່ນັກຂ່າວເອເຊັຽເສຣີໃນວັນທີ 14 ມົກຣາວ່າ ຍັງບໍ່ທັນໄດ້ນໍາໃຊ້ເງິນຢວນ ໃນການຊື້-ຂາຍ ສ່ວນຫຼາຍຈະເປັນເງິນໂດລາ ເງິນບາດ.

"ເງິນຢວນ ເງິນຫຍັງ ເຮົາບໍ່ຄ່ອຍມີເຂົາມີແຕ່ຈ່າຍເງິນກີບ ຫັ້ນບໍ່ຄ່ອຍມີນ່າ ບໍ່ຄ່ອຍເຫັນໃນຕລາດບໍ່ໄດ້ເຫັນໃຊ້, ມັນບໍ່ແລກເງີນຢວນ ສ່ວນຫຼາຍກໍເງິນໂດລ່າ ເງິນຢູໂຣ ມີຢູ່ອັນນັ້ນ."

ການນໍ້າໃຊ້ເງິນຢວນ ຂອງຈີນ ໃນລາວຢ່າງເປັນ ທາງການ ແມ່ນເຣີ້ມຂື້ນໃນປີ 2020 ນີ້ ແຕ່ຄວາມຈິງແລ້ວ ຄົນລາວບາງແຂວງທາງ ພາກເໜືອ ກໍ່ໄດ້ນໍາໃຊ້ເງິນຢວນມາແລ້ວຫຼາຍປີ ເພາະໃນເຂດພາກເໜືອຈີນເຂົ້າມາລົງທຶນ ຢ່າງມະຫານສານ ເພາະເປັນທາງຜ່ານຣົດໄຟ ລາວ-ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.