ນັກລົງທຶນຈີນວຽດນາມບໍ່ ຈິງໃຈ

ອຸ່ນແກ້ວ ສຸກສະຫວັນ
2016.09.12
F-Huaphanh ບ້ານໝໍ້ ບ້ານວັທນະທັມ ແຂວງຫົວພັນ
Screen captured travel Huaphanh video

ຢູ່ໃນຫຼາຍເມືອງ ຂອງ ແຂວງຫົວພັນ ມີນັກລົງທຶນ ຈີນແລະວຽດນາມ ຈຳນວນຫຼາຍ ເຂົ້າມາຂໍ ໃບອະນຸຍາດ ການລົງທຶນ ຈາກ ທາງການແຂວງ ເພື່ອນຳເອົາ ໃບອະນຸຍາດ ນັ້ນ ກັບໄປຫາ ຜົນປະໂຫຍດ ໃສ່ຕົນເອງ ຈົນເຮັດໃຫ້ ຣະບົບ ການລົງທຶນ ຢູ່ແຂວງ ເກີດບັນຫາ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງຫົວພັນ ຜູ້ທີ່ບໍ່ປະສົງ ອອກຊື່ ຕໍ່ ເອເຊັຽເສຣີ ໃນວັນທີ 12 ກັນຍາ ວ່າ:

"ລະຍະຜ່ານມາ ທີ່ວ່າ ບັນດາ ນັກລົງທຶນ ຈີນແລະວຽດນາມ ເນາະ ເຂົ້າມາຢາກມາ ລົງທຶນ ຢູ່ແຂວງຫົວພັນ ແທນທີ່ ນະໂຍບາຍ ຂອງພວກເຮົາ ເປີດກວ້າງ ເນາະ ເປີດກວ້າງແລ້ວ ກໍໃຫ້ ນະໂຍບາຍ ພິເສດ ອີກຫັ້ນນ່າ ແຕ່ຜົນໄດ້ຮັບ ສ່ວນຫຼາຍ ຜູ້ທີ່ມາແລ່ນ ໂຄງການຫັ້ນ ນັກລົງທຶນ ເວລາໄດ້ຮັບ ການອະນຸຍາດ ຈາກ ແຂວງແລ້ວ ແຕ່ກົງກັນຂ້າມ ບໍ່ຈັດຕັ້ງ ປະຕິບັດ ບັນດາ ໂຄງການ ດັ່ງກ່າວ ຍ້ອນວ່າເອົາ ໃບອະນຸຍາດ ນີ້ໄປຂໍແລ່ນ ທຶນ ຈາກປະເທດ ຂອງຕົນ ແລ້ວ ເຮັດກິຈກັມ ອື່ນ".

ທ່ານ ອະທິບາຍ ວ່າບັນຫາ ການຂໍໃບ ອະນຸຍາດ ລົງທຶນ ແລ້ວບໍ່ເຮັດແທ້ ນີ້ ບໍ່ໄດ້ເປັນ ບັນຫາໃໝ່ ສຳລັບ ທາງການລາວ ເນື່ອງຈາກວ່າ ຜ່ານມາ ໄດ້ເກີດຂຶ້ນຢູ່ ໃນແຂວງຕ່າງໆ ຢູ່ ປະເທດລາວ ເຊັ່ນ ແຂວງບໍ່ແກ້ວ, ແຂວງ ຫຼວງນ້ຳທາ ແລະ ຜົ້ງສາລີ.

ນັກລົງທຶນ ຈີນແລະວຽດນາມ ໃນ ເບື້ອງຕົ້ນ ຈະເຂົ້າມາ ພົວພັນ ກັບຊາວບ້ານ ແລະ ມີແຜນການ ຕ່າງໆ ກ່ຽວກັບ ການລົງທຶນ ຊຶ່ງເບິ່ງຄືວ່າ ຢາກລົງທຶນ ຢູ່ ແຂວງຫົວພັນ ແທ້ໆ ໂດຍສະເພາະ ການລົງທຶນ ໃສ່ ກາເຟ ແລະ ໃບຊາ, ພຶດ ອຸດສາຫະກັມ ແລະ ເສຖກິດ ຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່. ຫລັງຈາກ ໄດ້ໃບ ອະນຸຍາດແລ້ວ ນັກລົງທຶນ ກໍເອົາໄປຢືມ ເງິນຈາກ ທະນາຄານ, ດັ່ງເຈົ້າໜ້າທີ່ ທ່ານ ນັ້ນກ່າວ ອີກວ່າ:

"ປະເທດ ຍົກຕົວຢ່າງຄື ວຽດນາມ ນີ້ ການກູ້ຢືມເນາະ ຖ້າຫາກວ່າ ໄດ້ຮັບ ອະນຸຍາດ ຈາກ ປະເທດໃດ ປະເທດນຶ່ງ ນີ້ນະ ແລ້ວເວລາ ເຂົາເຈົ້າ ກູ້ຢືມນີ້ ດອກເບັ້ຽ ມັນຈະຕ່ຳ ຈະເອົາ ເອກກະສານ ທີ່ວ່າ ພວກນ້ອງໃຫ້ ຫັ້ນ ຊິໄປແລ່ນ ຢືມເງິນ ຢູ່ ປະເທດ ຫລືວ່າ ເອົາໄປ ໝູນໃຊ້ ອັນອື່ນ ຫັ້ນເນາະ ແລ້ວ ກໍຈະບໍ່ ກັບຄືນມາເລີຍ ໝາຍຄວາມວ່າ ອັນນີ້ ພວກນ້ອງ ກຳລັງຖືກ ຕົວະຕົ້ມ ຢູ່ໃນ ປັດຈຸບັນ ນີ້ມັນ ຈະເປັນ ລັກສນະ ນັ້ນ".

ເຈົ້າໜ້າທີ່ ກ່າວຕື່ມອີກວ່າ ທາງການ ແຂວງຫົວພັນ ຕ້ອງການ ນັກລົງທຶນ ທີ່ຈິງໃຈ ແລະ ຢາກຈະລົງທຶນ ແທ້ໆ ບໍ່ແມ່ນ ນັກລົງທຶນ ຈີນແລະວຽດນາມ ທີ່ ເຂົ້າມາຫາ ຜົນປະໂຫຍດ ໃສ່ຕົວເອງ ໃນ ລັກສນະນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.