ການສໍາຣວດແຮ່ທາດກວມທີ່ດິນ ຊາວບ້ານ

ຈໍາປາທອງ
2015.03.30
F-Houaphanh ແຂວງ ຫົວພັນ
RFA

ປັດຈຸບັນ ບໍຣິສັດ ຈີນ ແລະ ວຽດນາມ 2 ແຫ່ງ ກໍາລັງ ສໍາຣວດ ເນື້ອທີ່ ດິນ ຢູ່ ເມືອງ ວຽງໄຊ ແຂວງ ຫົວພັນ ໃນ ເນື້ອທີ່ ປະມານ 40 ເຮັກຕາ ເພື່ອ ຂຸດຄົ້ນ ແຮ່ທາດ ທີ່ ຈະນໍາໄປ ປະສົມ ຜລິດ ຊີມັງ. ເນື້ອທີ່ ທີ່ວ່າ ນັ້ນ ໄປກວມເອົາ ດິນ ຂອງ ປະຊາຊົນ ຈໍານວນນຶ່ງ ຊຶ່ງ ຈະຕ້ອງໄດ້ ມີການ ຊົດເຊີຍ ຄວາມ ເສັຽຫາຍ ໃຫ້. ດັ່ງ ເຈົ້າໜ້າທີ່ ຜແນກ ບໍ່ແຮ່ ແຂວງ ຫົວພັນ ເວົ້າວ່າ:

"ດຽວນີ້ ທາງ ບໍຣິສັດ ກໍາລັງ ສໍາຣວດ ພື້ນທີ່ ໂຕ ທີນຶ່ງ ຫັ້ນ ຂອງຈີນ ຫັ້ນ ປະມານ 20 ກວ່າ ເຮັກຕາ ຂອງ ວຽດຫັ້ນ ມີ ປະມານ ຄືວ່າ 15 ເຮັກຕາ ມັນ ກະຖືກ ຜົນ ກະທົບ ແຫລະ ແຕ່ວ່າ ເພິ່ນ ກະສິ ມີວິທີ ຊົດເຊີຍ".

ທ່ານກ່າວ ຕໍ່ໍ່ໄປວ່າ ສໍາລັບ ການ ຊົດເຊີຍ ຄວາມ ເສັຍຫາຍ ນັ້ນ ທາງການ ແຂວງ ກໍາລັງ ປຶກສາ ຫາລື ກັນຢູ່ ແລະ ໄດ້ ໂອ້ລົມ ກັບ ປະຊາຊົນ ທີ່ ເປັນ ເຈົ້າຂອງ ທີ່ດິນ ນັ້ນ ແລ້ວ ຊຶ່ງ ສ່ວນຫຼາຍ ບໍ່ ຂັດຂ້ອງ ແລະ ທາງການ ແຂວງ ກໍາລັງ ພິຈາຣະນາ ຫາ ທີ່ດິນ ບ່ອນໃໝ່ ໃຫ້ ແລະ ໃຫ້ ເງິນ ຄ່າ ຊົດເຊີຍ ນໍາ. ການ ສໍາຣວດ ນັ້ນ ຄາດວ່າ ຈະ ສໍາເຣັດ ພາຍໃນ ເດືອນ ພຶສພາ ປີ 2015 ນີ້.

ການ ດຶງດູດ ເອົານັກ ລົງທຶນ ເຂົ້າມາ ສ້າງ ໂຮງງານ ຊີມັງ ທາງການ ແຂວງ ຖືວ່າ ມີ ຄວາມ ສໍາຄັນ ເພາະມັນ ຈະຊ່ວຍ ພັທນາ ເສຖກິດ ສັງຄົມ ຂອງ ແຂວງ, ພັທນາ ເມືອງ ວຽງໄຊ ເປັນເຂດ ອຸດສາຫະກັມ. ປັດຈຸບັນ ການລົງທຶນ ຂຸດຄົ້ນ ແຮ່ທາດ ເປັນການ ລົງທຶນ ອັນດັບ ນຶ່ງ ຢູ່ ແຂວງ ຫົວພັນ ຍ້ອນວ່າ ແຂວງນີ້ ອູດົມ ໄປດ້ວຍ ແຮ່ທາດ ຊຶ່ງ ໃນ ຣະຍະ 4 ປີ ຜ່ານມາ ນີ້ ມີ ການ ລົງທຶນ 33 ໂຄງການ ໃນນັ້ນ ເປັນ ຂອງ ຕ່າງ ປະເທສ 19 ໂຄງການ ແລະ ໂຄງການ ຮ່ວມ ລົງທຶນ 3 ໂຄງການ, ມີມູນຄ່າ ທັງໝົດ 1,500 ກວ່າ ຕື້ ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.