ເຈົ້າຂອງສວນກ້ວຍຈ່າຍຄ່າ ເຊົ່າດິນ
2017.08.01
ບໍຣິສັດປູກຢາງພາລາຈຳກັດ ເປັນບໍຣິສັດ ລົງທຶນປູກກ້ວຍຂອງຈີນ ຢູ່ເມືອງຜາອຸດົມແຂວງບໍ່ແກ້ວ ໄດ້ຈ່າຍເງິນຄ່າເຊົ່າດິນ ໃຫ້ແກ່ປະຊາຊົນ ທີ່ບ້ານປ່ອງລາດ ຜູ້ເປັນເຈົ້າຂອງທີ່ດິນ ໃນວັນທີ 30-31 ກໍຣະກະດາ ປີ 2017 ຫລັງຈາກ ບໍຣິສັດ ບໍ່ໄດ້ຈ່າຍເງິນ ຄ່າເຊົ່າ ໃຫ້ຊາວບ້ານ ຕາມກຳນົດ ຍ້ອນບັນຫາສ່ວນຕົວ ໃນປະເທດຈີນ ເຮັດໃຫ້ຊາວບ້ານ ເຈົ້າຂອງດິນບໍ່ພໍໃຈ ພາກັນໄປຕັດຕົ້ນກ້ວຍ ຖິ້ມປະມານ 71 ຕົ້ນ ໃນເນື້ອທີ່ ທັງຫມົດ 60 ເຮັກຕາ, ດັ່ງທີ່ເອເຊັຽເສຣີ ໄດ້ສເນີຂ່າວໄປ ໃນອາທີດກ່ອນ. ດັ່ງ ເຈົ້າຫນ້າທີ່ ເມືອງຜາອຸດົມ ກ່າວໃນວັນທີ 31 ກໍຣະກະດາ ນີ້ວ່າ:
"ກຳລັງຈ່າຍເລີ້ມມື້ວານນີ້ ກັບມື້ນີ້ ເພິ່ນວ່າສິຈ່າຍເງິນເນາະ ແມ່ນເພິ່ນເຈັບ ເຂົ້າໂຮງຫມໍຢູ່ຈີນ ເພິ່ນມາບໍ່ໄດ້ ລະກະຜູ້ອື່ນ ມາເຮັດແທນບໍ່ໄດ້ ເຣື້ອງບັນຊີນີ້ຫັ້ນນ່າ ພະນັກງານເມືອງເຮົາ ເປັນຜູ້ລົງແກ້ໄຂໄກ່ເກັ່ຽ ຂະເຈົ້າເລີຍ".
ຍານາງກ່າວຕື່ມວ່າ ຫລັງຈາກຊາວບ້ານ ໄດ້ຮັບເງິນຄ່າເຊົ່າດິນແລ້ວ ຂະເຈົ້າບໍ່ເອົາເຣື້ອງ ກັບບໍຣິສັດ ຈີນອີກ ໂດຍເງິນທີ່ໄດ້ຮັບ ໃນເທື່ອນີ້ ແມ່ນຄ່າເຊົ່າຂອງ ປີ 2018 ສ່ວນເຣື້ອງ ປະຊາຊົນ ເອົາຣົດໄປດຸດ ຕົ້ນກ້ວຍຖິ້ມນັ້ນ ບໍຣິສັດ ບໍ່ວ່າຫຍັງ ຍ້ອນການ ເຂົ້າໃຈຜິດຊື່ໆ. ເອເຊັຽ ເສຣີ ໄດ້ພຍາຍາມຕິດຕໍ່ ໄປຫາບໍຣິສັດ ບໍ່ແກ້ວ ຢາງພາລາ ເພື່ອສອບຖາມ ລາຍລະອຽດ ກ່ຽວກັບເຣື້ອງນີ້ ເພີ້ມຕື່ມ ແຕ່ບໍ່ມີຜູ້ໃດ ຮັບສາຍ.
ປະຊາຊົນບ້ານປ່ອງລາດ ຈຳນວນ 3 ຄອບຄົວ ຜູ້ທີ່ເປັນເຈົ້າຂອງດິນ ໄດ້ຮັບຄ່າເຊົ່າດິນ ຈາກ ບໍຣິສັດ ແຕ່ລະປີ ຣະຫວ່າງ 18 ຫາ 30 ລ້ານກີບ ຊຶ່ງເງິນຄ່າເຊົ່າ ທີ່ໄດ້ໃນຄັ້ງນີ້ ຖືວ່າເປັນເທື່ອ ສຸດທ້າຍ ຍ້ອນວ່າ ບໍຣິສັດ ດັ່ງກ່າວ ຈະຫມົດສັນຍາ ໃນປີຫນ້າ ແລະຈະຄືນດິນ ໃຫ້ປະຊາຊົນ ຍ້ອນແຂວງ ບໍ່ອະນຸຍາດ ໃຫ້ປູກກ້ວຍອີກຕໍ່ໄປ.