ງານຊ້າງສາກົນ ຂ.ໄຊຍະບູຣີ
2017.08.07
ບໍຣິສັດພຽວເປີ້ນຂອງຈີນ ຮ່ວມກັບບໍຣິສັດ ພັທນາການທ່ອງທ່ຽວ ເຊໂນ-ລາວ ຈະເປັນເຈົ້າພາບ ຈັດງານ ວັນຊ້າງສາກົນ ຂຶ້ນທີ່ ແຂວງ ໄຊຍະບູຣີ ເປັນເທື່ອທຳອິດ ໃນວັນທີ 12 ສິງຫາ ປີນີ້ ຢູ່ທີ່ເດີ່ນຈັດກິຈກັມ ທີ່ແຂວງໄຊຍະບູຣີ ເພື່ອເປັນການອະນຸຮັກ ຊ້າງປ່າ ໃນລາວ ທີ່ກຳລັງ ຫລຸດຫນ້ອຍລົງ ໃນແຕ່ລະມື້. ດັ່ງເຈົ້າຫນ້າທີ່ ແຂວງໄຊຍະບູຣີ ທ່ານນຶ່ງ ເວົ້າວ່າ:
"ຂະເຈົ້າສິຈັດ ແຕ່ວ່າຕົວນີ້ມັນເປັນພາກສ່ວນ ເອກຊົນເປັນຜູ້ຈັດ ພາກຣັດເຮົາບໍ່ໄດ້ຈັດ ບໍ່ໄດ້ເຂົ້າຮ່ວມ ຊີ່ມີໜ້ອຍນຶ່ງ ແຕ່ກະສິບໍ່ເຕັມຮ້ອຍ ວ່າຊັ້ນນ່າ ກະສິຊ່ອຍ ຂະເຈົ້າໄດ້ຢູ່ ມັນມີບໍຣິສັດນຶ່ງ ຂະເຈົ້າ ຮວມລວມຊ້າງ ໄດ້ແລ້ວ ຂະເຈົ້າສິຈັດເອງ ອ່າ ວັນຊ້າງໂລກ".
ທ່ານວ່າ ໃນງານດັ່ງກ່າວຈະນຳເອົາຊ້າງ ຈຳນວນ 50 ໂຕ ຊື່ງເປັນຊ້າງຂອງ ບໍຣິສັດເອກຊົນ ສອງບໍຣິສັດ ດັ່ງກ່າວ ມາສະແດງ ກິຈກັມ ຕ່າງໆ ເປັນຕົ້ນ ຂະບວນແຫ່ຊ້າງ ອາບນ້ຳຊ້າງ ແລະຊ້າງກິນຫມາກໄມ້ ຊນີດຕ່າງໆ ຊື່ງງານນີ້ ແມ່ນແຂວງໄຊຍະບູຣີ ເປັນຜູ້ສນັບສນູນ ເຣື້ອງສະຖານທີ່ ແລະ ອຳນວຍ ຄວາສະດວກ ໃນການຈັດງານ ໃນວັນ ງານສາກົນ ເທື່ອນີ້.
ທ່ານ EDWIN WIEK ເຈົ້າຫນ້າ ທີ່ມູນນິທິ ອະນຸຮັກຊ້າງ ໃນຂົງເຂດເອເຊັຽ ປະຈຳ ສປປລາວ ກ່າວວ່າ ງານວັນຊ້າງສາກົນ ທີ່ຈີນເປັນ ເຈົ້າພາບ ນັ້ນ ບໍ່ແມ່ນເປັນ ການອະນຸຮັກ ຊ້າງໃນ ສປປລາວ ຢ່າງແທ້ຈີງ ແຕ່ຈັດຂຶ້ນ ເພື່ອຜົລປໂຍດ ທາງທຸຣະກິດ ຂອງບໍຣິສັດ ຈີນ ຫລາຍກວ່າ ຍ້ອນວ່າ ໃນປັຈຸບັນ ຊ້າງໃນລາວ ຖືກສົ່ງໄປຂາຍ ໃນຕ່າງປະເທດ ຫລາຍຂຶ້ນ ໃນນັ້ນ ຮ່ວມດ້ວຍຈີນ ເຮັດໃຫ້ຊ້າງໃນລາວ ຈະສູນພັນໄປຫມົດ. ດັ່ງທ່ານກ່າວວ່າ:
"ຖ້າແມ່ນວ່າ ໃນສປປລາວ ບໍ່ມີກນບຸກຣຸກປ່າ ບໍ່ມີການຍິງ ແລະຈັບຊ້າງຈາກປ່າ ແລ້ວຕໍ່ໄປ ປາຣີມານ ຫນ້າຈະຫຼາຍຂຶ້ນ ຂ້າພຣະເຈົ້າ ຮູ້ເລີຍວ່າ ບາງຄົນ ຄິດວ່າຈະປະສົມພັນ ຊ້າງໃຫ້ຊ້າງ ມີລູກຫລາຍໆ ເປັນການ ອະນຸຮັກຊ້າງ ແຕ່ຕາມຄວາມ ເປັນຈີງ ເຮົາບໍ່ໄດ້ ປ່ອຍ ຊ້າງເຂົ້າປ່າ ຈື່ງຖືວ່າ ບໍ່ແມ່ນການ ອະນຸຮັກ ເປັນການລ້ຽງສັດ ເພື່ອຜົລປໂຍດ ເທົ່ານັ້ນ".
ເຈົ້າຫນ້າທີ່ກວດກາສັດປ່າ ກະຊວງກະສິກັມ ແລະປ່າໄມ້ ທ່ານນຶ່ງເວົ້າວ່າແຕ່ກ່ອນລາວ ບໍ່ມີກົດຫມາຍ ຄຸ້ມຄອງຊ້າງ ເຮັດໃຫ້ກຸ່ມນາຍທຶນ ຕ່າງຊາດເຂົ້າມາຊື້ຂາຍຊ້າງ ໃນລາວຢ່າງຫຼວງຫຼາຍ ໂດຍສະເພາະນາຍທຶນຈີນ ທີ່ເຂົ້າມາຊື້ຊ້າງ ຂອງປະຊາຊົນ ທີ່ແຂວງໄຊຍະບູຣີ ແລະ ສົ່ງໄປຈີນ ຜ່ານເຂດ ເສຖກິດ ພິເສດ ບໍ່ເຕັນ.
ຫນັງສືພີມ The Guardian ຂອງອັງກິດລາຍງານວ່າ ມີຊ້າງລາວ ປະມານ 88 ໂຕ ພົບເຫັນ ໃນສວນສັດ ຊາຟາລີ ສອງແຫ່ງໃນຈີນ ທີ່ຖືກຊື້ຈາກລາວ ແບບຜິດກົດຫມາຍ ໃນຣາຄາໂຕລະ ປະມານ 30 ພັນໂດລາ ແລ້ວພໍ່ຄ້າຈີນ ກໍໄດ້ເອົາຊ້າງ ດັ່ງກ່າວ ມາຂາຍໃຫ້ ສວນສັດຈີນ ໃນຣະຄາໂຕລະ 3 ແສນໂດລາ.
ແຕ່ໃນປັດຈຸບັນ ສປປລາວ ມີກົດຫມາຍ ຫ້າມການຊື້ຂາຍ ຊ້າງ ໂດຍບໍ່ໄດ້ຮັບ ອະນຸຍາດ. ໃນປັດຈຸບັນ ຊ້າງໃນລາວ ເຫລືອຢູ່ເລັກນ້ອຍ ເປັນຕົ້ນ ຊ້າງປ່າ ມີຢູ່ປະມານ 400 ໂຕ ແລະຊ້າງບ້ານ ປະມານ 450 ໂຕ.