ຈີນ ຕິດໜີ້ຊາວບ້ານ ຄ່າໃບຊາ

ອຸ່ນແກ້ວ ສຸກສະຫວັນ
2021.03.19
ຈີນ ຕິດໜີ້ຊາວບ້ານ ຄ່າໃບຊາ ບໍຣິສັດ ຊາ ຊິ້ນຈິ້ງ ເມືອງລອງ ຈໍາກັດ ແຂວງຫຼວງນໍ້າທາ
ພາບປະກອບ: ນັກຂ່າວພົລເມືອງ

ບໍຣິສັດຈີນ ທີ່ມາເກັບຊື້ໃບຊາ ຢູ່ກຸ່ມບ້ານຈ່າໃໝ່, ກຸ່ມບ້ານສາມເມືອງ ແລະ ກຸ່ມບ້ານຫ້ວຍກູໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ຕິດໜີ້ຄ່າໃບຊາ ຂອງຊາວບ້ານ ມູລຄ່າ 500 ປາຍ ລ້ານກີບ ໃນປີ 2020. ຊາວບ້ານ ກຸ່ມບ້ານຈ່າໃໝ່ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ມິນາ ວ່າ:

"ອັນນີ້ ກໍມີບັນຫານຶ່ງ ເພາະວ່າເງິນຈ່າຍ ແຕ່ເຄິງນຶ່ງ ສົມມຸດເນາະ ໝູ່ເຮົາເກັບໄດ້ 10 ໂລ ແລ້ວກໍເຂົາຈ່າຍ ແຕ່ 5 ໂລ 5 ໂລນີ້ຂຽນ ບັນຊີໄວ້ນີ້ແລ້ວ ກໍແຕ່ລະປີຜ່ານມານີ້ເວລາເຮົາ ເກັບໝົດແລ້ວ ແລ້ວເຂົາກໍຈ່າຍໝົດ."

ບໍຣິສັດຕິດໜີ້ ຊາວບ້ານປະມານ 500 ລ້ານກີບ ຊຶ່ງຄິດໄລ່ຕາມລາຄາໃບຊາ ທີ່ຄົນຈີນ ເກັບຊື້ຢູ່ສວນໃນປີ 2020. ຊາພັນພື້ນເມືອງ ອອກຜົນຜລິດງາມ ແລະ ຂາຍໃນລາຄາ 25 ພັນ ກີບ ຕໍ່ກິໂລກຼາມ ສ່ວນວ່າ ຊາສາຍພັນຈີນ ຈະຂາຍໃນລາຄາ 10 ພັນກີບ ຕໍ່ກິໂລກຼາມ.

ຊາວບ້ານທ່ານນີ້ກ່າວຕື່ມອີກວ່າ ຊາວບ້ານໄດ້ເກັບໃບຊາ ຂາຍໃຫ້ຜູ້ທີ່ຕ້ອງການຈະຊື້ ແທນທີ່ຈະຖ້າແຕ່ ບໍຣິສັດຈີນມາຊື້:

"ຢາກໃຫ້ສົ່ງໄມ້ຄືນ ບໍຣິສັດໂຕເກົ່ານີ້ ເພາະວ່າ ປະຊາຊົນບໍ່ຢາກໄດ້ ມັນມີບໍຣິສັດອື່ນບໍ່ ຢາກໄດ້ຄືນີ້ ບໍຣິສັດຜູ້ທີ່ເດ່ ເພາະວ່າເຮັດ ໃຫ້ປະຊາຊົນຍາກສຸດນີ້ ເຮັດຈັ່ງໃດຈະເຮັດຈັ່ງໃດ ເວົ້າຈັ່ງນຶ່ງ ແລ້ວ ກໍບໍ່ເອົາໃຈປະຊາຊົນຈັກໜ້ອຍ ປະຊາຊົນບໍ່ມີຫຍັງອາໃສ ເຮົາເກັບຂາຍຊະຊາຍ ຜູ້ສົນໃຈຕິດຕໍ່ ກະຂາຍເລີຍແຫຼະ."

ນັບແຕ່ໂຄວິດ19 ລະບາດ, ນັກວິຊາການຈີນ ແລະ ນັກລົງທຶນຈີນ ໄດ້ກັບເມືອປະເທດຈີນ ດັ່ງນັ້ນຊາວບ້ານ ກຸ່ມບ້ານຫ້ວຍກູໃຫຍ່ ຈຶ່ງ ປະສົບບັນຫາໃນການຂາຍຊາ ຍ້ອນວ່າບໍ່ມີຄົນມາຊື້.

ນັບແຕ່ປີ 2015 ເປັນຕົ້ນມາ ຊາວບ້ານ ຢູ່ 3 ກຸ່ມບ້ານ ໄດ້ປຸກຊາຂາຍໃຫ້ບໍຣິສັດຈີນ ແຕ່ສະເພາະ ໃນປີ 2020 ບໍຣິສັດຈີນໄດ້ຕິດ ໜີ້ຄ່າໃບຊາຊາວບ້ານ.

ໂຄງການປູກຊາ ເປັນໂຄງການທີ່ບໍຣິສັດຈີນ ກັບ ຊາວບ້ານເຮັດຮ່ວມກັນ ໂດຍບໍຣິສັດຈີນ ປະກອບສ່ວນແນວພັນ ວິຊາການ ແລະ ການເກັບຊື້ ສ່ວນຊາວບ້ານ ເປັນແຮງງານ ແລະ ເປັນດິນ.

ຊາວບ້ານກຸ່ມຫ້ວຍກູໃຫຍ່ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ທີ່ຜ່ານມາ ບໍຣິສັດຈີນ ຈ່າຍເງິນພຽງແຕ່ຄິງດຽວ.

"ແຕ່ປີກາຍນີ້ ເພາະວ່າ ເຂົາເຈົ້າຂຽນບິນໃຫ້ ເຂົາເຈົ້າຈ່າຍໃຫ້ຄິ່ງນຶ່ງ ສ່ວນທີ່ເຫຼືອນີ້ ເຂົາເກັບບິນໄປ ບໍ່ໄດ້ມາຊຳລະ, ຕອນນີ້ ຄາທີ່ວ່າ ບໍຣິສັດເຂົາບໍ່ເຂົ້າມາ ເພາະວ່າດຽວນີ້ ກໍຮອດ ຍາມເກັບຊາ ບໍ່ຮູ້ວ່າ ເຂົາຊິເປ້ໄປແນວໃດ ຕ້ອງໄດ້ມີການພົວພັນ ຫຼືວ່າ ລົມກັບຊາວບ້ານ ແຕ່ລະບ້ານກ່ອນ ເພາະວ່າ ມີຫຼາຍບ້ານແດ່."

ສ່ວນວ່າ ຊາວບ້ານ ຢູ່ກຸ່ມບ້ານສາມເມືອງ ໄດ້ຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ຫາແນວໃດຊ່ວຍທວງໜີ້ ສ່ວນທີ່ເຫຼືອໃຫ້ເຂົາເຈົ້າ, ດັ່ງຊາວບ້ານ ທ່ານນຶ່ງໄດ້ກ່າວວ່າ:

"ມາຈ່າຍສອງເທື່ອແລ້ວ ຈ່າຍເທື່ອລະໜ້ອຍ ລະກໍດຽວນີ້ ຍັງຄ້າງ 90 ປາຍລ້ານ ຍ້ອນເຮົາ ເກັບຊາໄປຂາຍໃຫ້ເຂົາແລ້ວ ເຂົາຍັງບໍ່ຈ່າຍໝົດ ກໍຊາວບ້ານກໍບໍ່ມີຫຍັງ ກິນແຫຼະເນາະ ຢູ່ພູດອຍແດ່ ອາໃສແຕ່ເກັບໃບຊາ ສ່ວນໄຮ່ບໍ່ໄດ້ເຮັດໄຮ່ແດ່ ໄດ້ຊື້ເຂົ້າກິນ ສົມມຸດ ຊາວບ້ານເຮົາລົມກັນ ໂທໄປຫາຈີນໄດ້ ກໍແຮ່ງດີແດ່."

ອີງຕາມການລາຍງານ ຂອງສື່ມວນຊົນລາວ ໃນວັນທີ 17 ມີນາ 2020, ບໍຣິສັດຊາຊິນຈິ້ງ ຂອງຈີນ ໄດ້ເຂົ້າມາເກັບຊື້ໃບຊາ ທຳມະຊາດ ນຳປະຊາຊົນ ເຂດພູດອຍ ເມືອງລອງ ແຂວງຫລວງນ້ຳທາ ນັບແຕ່ປີ 2015.

ປັດຈຸບັນ ຊາວບ້ານ ມີເນື້ອທີ່ສວນຊາ 1,200 ເຮັກຕາ ທີ່ປູກຢູ່ເມືອງລອງ ເມືອງສິງ ແລະ ເມືອງວຽງພູຄາ ແຂວງຫລວງນ້ຳທາ. ນອກຈາກ ນີ້ ເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ກ່ຽວຂ້ອງ ຂັ້ນເມືອງ ແລະ ແຂວງ ແຕ່ບໍ່ສາມາດຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.