ທຸຣະກິຈຢູ່ລາວສ່ວນຫຼາຍ ຂອງຈີນ
2019.01.18
ຄົນຈີນຈາກເມືອງມາງ, ເຂດປົກຄອງຕົນເອງ ສິບສອງປັນນາ ແຂວງຄຸນໝິງ ປະເທສຈີນ ຍັງນິຍົມມາເຮັດທຸຣະກິຈ ຢູ່ແຂວງພາກເໜືອ ຂອງລາວ ໂດຍສະເພາະທຸຣະກິຈໂຮງແຮມ ແລະຮ້ານອາຫານ ລວມເຖິງເຂົ້າມາເປັນຄົນເຮັດວຽກໃນ ໂຮງຈັກໂຮງງານ ທີ່ນັກລົງທຶນຈີນ ເປັນເຈົ້າຂອງ ຢູ່ລາວ. ດັ່ງເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ປະຈຳແຂວງຫຼວງນ້ຳທາ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 18 ມົກກະຣາ ນີ້ວ່າ:
“ພາບລວມນີ້ ຂະເຈົ້າມາເຮັດທຸຣະກິຈເນາະ ຫຼືວ່າຈະເປັນໂຮງແຮມຮ້ານອາຫານນີ້ ຊາວຈີນຂະເຈົ້າມາເຮັດທຸຣະກິຈການທ່ອງທ່ຽວ ກໍມີ ຍາຕພີ່ນ້ອງຈຳນວນນຶ່ງ ເພາະວ່າເມືອງມາງເນາະ ເພື່ອຮັບຮອງຄົນຂະເຈົ້າເອງ. ສ່ວນນຶ່ງແບບນັ້ນແຫຼະ."
ທ່ານກ່າວຕື່ມວ່າ ໂຮງແຮມແລະຮ້ານອາຫານ ທີ່ຄົນຈີນເຂົ້າມາເປີດກິຈການນັ້ນ, ຂະເຈົ້າຈະເປີດເພື່ອຮັບຮອງຄົນ ຂອງຂະເຈົ້າເອງ ບໍ່ວ່າ ເວລາຍາຕິພີ່ນ້ອງ ພັກພວກຂະເຈົ້າ ຫຼືວ່ານັກທ່ອງທ່ຽວຈີນ ທີ່ເຂົ້າມາລາວ, ໂດຍສະເພາະຢູ່ເມືອງສິງ ທີ່ເປັນເມືອງ ຊາຍແດນນັ້ນ ຄົນຈີນ ກໍມັກຈະໃຊ້ ບໍຣິການຮ້ານອາຫານຄົນຈີນ ດ້ວຍກັນ, ໂດຍບໍ່ເຂົ້າພັກເຊົາ ຫຼື ເຂົ້າຮ້ານອາຫານຂອງຄົນລາວ.
ນອກຈາກນີ້, ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ປະຈຳແຂວງອຸດົມໄຊ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຄົນຈີນທີ່ເຂົ້າມາເຮັດວຽກ ຢູ່ແຂວງອຸດົມໄຊ ກໍມີທັງທີ່ເຂົ້າມາ ແບບຖືກກົດໝາຍ ຢ່າງໜ້ອຍ 5 ພັນຄົນ ແລະ ສ່ວນຫຼາຍ ກໍຈະເຂົ້າມາ ເຮັດວຽກໃນໂຮງຈັກໂຮງງານ, ເຮືອນພັກ ແລະ ຄ້າຂາຍ.
“ມີຢູ່ ຂາຍເຄື່ອງການເຮັດສວນກ້ວຍ, ບໍ່ວ່າຈະເປັນຂແນງອຸດສາຫະກັມ ກະສິກັມ ບໍຣິຫານ ສ່ວນຫຼາຍແມ່ນແຕ່ຄົນຈີນ ນີ້ແຫຼະ. ຄົນວຽດ ກໍສ່ວນໜ້ອຍຢູ່, ແຕ່ຄົນຈີນແມ່ນແລ້ວ."
ທ່ານກ່າວຕື່ມວ່າ ນັກລົງທຶນຈີນ ທີ່ເຂົ້າມາເປີດໂຮງຈັກໂຮງງານ ແລະ ທຸຣະກິຈຕ່າງໆນັ້ນ ສ່ວນຫຼາຍມັກຈະຈ້າງຄົນຈີນກັນເອງ ເນື່ອງຈາກ ຕ້ອງສື່ສານກັນກັບຄົນຈີນເອງ. ສ່ວນຄົນລາວທີ່ເຮັດວຽກ ໃນໂຮງຈັກໂຮງງານຈີນນັ້ນ ແມ່ນຍັງມີໜ້ອຍ ຍ້ອນຍັງມີ ບັນຫາການສື່ສານ.
ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ປະຈຳແຂວງຫຼວງນ້ຳທາ ອີກທ່ານນຶ່ງ ໄດ້ເວົ້າວ່າ ປະຈຸບັນ ຣັຖບານກໍໄດ້ເຂັ້ມງວດ ໃນການ ກວດກາ ຄົນຕ່າງປະເທສ, ໂດຍສະເພາະຄົນຈີນ ທີ່ເຂົ້າມາເຮັດທຸຣະກິຈຢູ່ລາວ, ເຊິ່ງໄດ້ກຳນົດ ໃຫ້ນັກລົງທຶນຈີນ ຕ້ອງມີເງິນລົງທຶນ ບໍ່ຕ່ຳ ກວ່າ 4 ຕື້ກີບ. ຫາກຫຼຸດຈາກນັ້ນ, ຈະບໍ່ອະນຸຍາດໃຫ້ເຮັດທຸຣະກິຈໄດ້.
“ແຕ່ວ່າດຽວນີ້ ທາງການທາງຣັຖເຮົາກະ ພຍາຍາມ ມີຄຳສັ່ງນຶ່ງອອກ ເພື່ອວ່ານັກທຸຣະກິຈຈີນ ນີ້ ທຶນບໍ່ຫຼາຍບໍ່ຮອດ 4 ຕື້ເບາະ, ບໍ່ສາມາດ ເຮັດການບໍຣິການ ຢູ່ເມືອງລາວໄດ້ ຂະເຈົ້າອາຈກັບເມືອປະເທສນ່າ ດຽວນີ້ກຳລັງຊິຄືບັນດາຮ້ານອາຫານສ່ວນນຶ່ງ ກະເຣີ້ມຖອຍໄປລະເດ້."
ພ້ອມດຽວກັນນີ້, ທາງການກໍຍັງຈະຈຳກັດອາຊີພ ເປັນຕົ້ນວ່າ ທຸຣະກິຈສ້ອມແປງຣົດຈັກ, ສ້ອມແປງເຄື່ອງໄຟຟ້າ, ຮ້ານຕັດຜົມ ແລະ ເສີມສວຍ ເຊິ່ງຈະສງວນອາຊີພເຫຼົ່ານີ້ ໄວ້ໃຫ້ຄົນລາວເທົ່ານັ້ນ ເພື່ອບໍ່ໃຫ້ຄົນຈີນ ເຂົ້າມາຍາດແຍ່ງອາຊີພ.