ຈີນຍັງຢາກລົງທຶນປູກກ້ວຍ

ຈໍາປາທອງ
2016.10.13
f-banana ສວນປູກກ້ວຍ ຂອງຈີນ ຢູ່ເມືອງນໍ້າບາກ ແຂວງຫຼວງພຣະບາງ (ຮູບຖ່າຍ ວັນທີ 28/7/2016)
RFA

ນັກລົງທຶນຈີນ ຍັງພຍາຍາມ ເຂົ້າມາປູກກ້ວຍ ຢູ່ເມືອງນານ ແຂວງ ຫຼວງພຣະບາງ ແຕ່ທາງການ ປົກຄອງເມືອງ ບໍ່ອອກ ອະນຸຍາດໃຫ້ ເພາະໄດ້ສັ່ງໂຈະ ບໍ່ໃຫ້ຂຍາຍ ພື້ນທີ່ ປູກກ້ວຍ ໄປແລ້ວ. ດັ່ງນັ້ນ ພວກນັກລົງທຶນ ເຂົາຈຶ່ງຫັນໄປ ເຊົ່າດິນ ປະຊາຊົນ ປູກພືດອື່ນ ເຊັ່ນ, ໝາກອຶ ແລະ ໃຊ້ສານເຄມີ ຊນິດຕ່າງໆ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ເມືອງນານ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 12 ຕຸລາ 2016 ນີ້:

"ຢູ່ບໍຣິສັດນຶ່ງນໍ ເຂົາເຈົ້າບໍ່ໃຫ້ ປູກແລ້ວ ຢູ່ໃກ້ ອັນນັ້ນເດ ແລ້ວເຂົາເຈົ້າ ປູກໝາກອຶ ແລ້ວ, ແລ້ວກໍຍັງ ແຕ່ກ້ວຍ ນັ້ນຄືເກົ່າ ແມ່ນແຫຼະ ເຂົາເຈົ້າ ຈົນທາງເນາະ ເຂົາເຈົ້າ ຈະປູກກ້ວຍ ແລ້ວບັດນີ້ ບໍ່ທັນໄດ້ປູກ ແລ້ວເຂົາປູກ ໝາກອຶ ເຂົາເຈົ້າເກັບ ຜົລຜລິດ ແລ້ວ ຕອນແລ້ງ".

ນາງກ່າວວ່າ ພວກນັກລົງທຶນ ຈີນ ເຂົ້າມາເຮັດ ສວນໝາກອຶ ນັ້ນແມ່ນໄດ້ ຕົກລົງ ເຊົ່າດິນ ແບບກັນເອງ ກັບ ປະຊາຊົນ ໂດຍບໍ່ໄດ້ຂໍ ອະນຸຍາດ ຈາກ ທາງການ ແລະ ໃຊ້ ຝຸ່ນເຄມີ ແລະ ຢາຂ້າ ແມງໄມ້ ດັ່ງດຽວກັນ ກັບທີ່ໃຊ້ ໃນ ສວນກ້ວຍ.

ນາງເວົ້າອີກວ່າ ທາງຫ້ອງການ ກະສິກັມ ເມືອງນານ ຍັງບໍ່ມີ ເຄື່ອງມື ວັດແທກ ສານເຄມີ ຕ່າງໆ ທີ່ ນັກລົງທຶນ ຈີນ ນຳເຂົ້າມາໃຊ້ ໃນ ສວນກ້ວຍ ແລະ ສວນປູກພືດ ອື່ນໆ. ມີແຕ່ໄດ້ ຕິດຕາມ ການນຳໃຊ້ ສານເຄມີ ຂອງ ພວກເຂົາ ຢ່າງດຽວ ຈຶ່ງມີຄວາມ ກັງວົນວ່າ ອາຈ ເປັນອັນຕະລາຍ ຕໍ່ສຸຂພາບ ຜູ້ຄົນ ແລະ ສິ່ງແວດລ້ອມ ຕື່ມອີກ:

"ຢ້ານເກີດມັນສິເກີດ ຢູ່ສິໜາ ເພາະວ່າມັນ ມີສານພິດນໍ ແຕ່ວ່າເຮົາ ບໍ່ມີເຄື່ອງ ສິໄປວັດແທກ ວັດກວດ ຫຍັງນະ ມີແຕ່ເກີດ ມາແລ້ວ ສິໄດ້ຮູ້ນະ ເອີແນ້ບາງບ່ອນ ກໍເປັນແລ້ວ ຫວະ ແຕ່ກໍພິສູດ ບໍ່ໄດ້ນໍ ບໍ່ໄດ້ກວດ ບໍ່ໄດ້ຫຍັງນະ ບາງເທື່ອ ກໍມີສັດຕາຍ ຫຍັງຫັ້ນນະ ບາງເທື່ອ ກໍມີບັນຫາ ມາແຕ່ຊ່ວງ ຫລັງໆນະ".

ປັດຈຸບັນ ຢູ່ເມືອງນານ ມີ 4 ບໍຣິສັດ ຂອງຈີນ ເຂົ້າມາລົງທຶນ ປູກກ້ວຍ ໃນເນື້ອທີ່ ທັງໝົດ 700 ປາຍ ເຮັກຕາ ແລະ ໃນຕົ້ນປີ 2016 ນີ້ ກໍມີ ບໍຣິສັດ ຕ່າງໆ ເຂົ້າມາຂໍ ລົງທຶນ ປູກກ້ວຍ ແຕ່ ບໍ່ໄດ້ຮັບ ການອະນຸມັດ ຈາກທາງເມືອງ ແລ້ວພວກເຂົາ ກໍຫັນໄປ ປູກພືດອື່ນ ແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.