ຈີນຈະສ້າງສນາມບິນຢູ່ບໍ່ແກ້ວ ໃຫ້ໄດ້
2014.06.17

ຫນັງສືພີມ ຜູ້ຈັດການ ຂອງໄທ ຣາຍງານວ່າ ກຸ່ມລົງທຶນ ບໍຣິສັດ ດອກງີ້ວຄຳ ຈີນ ຜູ້ສ້າງ ບ່ອນຫລີ້ນ ກາຊີໂນ ຢູ່ ແຂວງ ບໍ່ແກ້ວ ຈະເດີນຫນ້າ ໃນການ ສ້າງ ສນາມບິນ ນາໆຊາດ ເພື່ອຮອງຮັບ ນັກ ທ່ອງທ່ຽວ ແລະ ນັກຫລີ້ນ ການພະນັນ. ຂ່າວ ຫລ້າສຸດ ວ່າ ຈີນ ໄດ້ຈ່າຍເງິນ ໃຫ້ຊາວບ້ານ ອອກຈາກ ພື້ນທີ່ ໃນຈຳນວນ 200 ໄຣ່ ຫລື 33 ເຮັກຕາ ເພື່ອຫວັງຈະ ດຶງດູດ ເອົາ ນັກທ່ອງທ່ຽວ ເຂົ້າມາໃຊ້ ບໍຣິການ ENTERTAINMENT CASINO COMPLEX ຂນາດໃຫຍ່.
ຫນັງສືພິມ ຣາຍງານ ອີກວ່າ ຫລັງຈາກ ກຸ່ມ ບໍຣິສັດ ດອກງີ້ວຄຳ ຈຳກັດ ຜູ້ດຳເນີນ ໂຄງການ ຄີງໂຣມັນ ແລະ ເຂດ ເສຖກິດ ພິເສດ ສາມຫລ່ຽມ ຄຳ ທີ່ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ຕຣົງກັນຂ້າມ ກັບ ແຂວງຊຽງຮາຍ ຂອງໄທ ໄດ້ວາງ ສີລາເຣີກ ເພື່ອກໍ່ສ້າງ ສນາມບິນ ນາໆຊາດ ແລ້ວນັ້ນ ຫລ້າສຸດ ທາງໂຄງການ ໄດ້ຈ່າຍຄ່າ ທີ່ດິນ ໃຫ້ຊາວບ້ານ ໃນບ່ອນ ທີ່ຈະສ້າງ ໄປແລ້ວ.
ທ່ານ ບຸນມີ ສຸວັນນະຣັງສີ ຫົວຫນ້າ ເຂດເສຖກິດ ພິເສດ ສາມຫລ່ຽມຄຳ ເມືອງ ຕົ້ນເຜີ້ງ ຮ່ວມກັບ ນາຍ ຈາວ ເຫວີຍ ປະທານ ກັມມະການ ດອກງີ້ວຄຳ ໄດ້ຈ່າຍເງິນ ໃຫ້ ຊາວບ້ານ ບ່ອນ ທີ່ຈະສ້າງ ທີ່ ເມືອງຕົ້ນເຜີ້ງ ໃນເນື້ອທີ່ 200 ໄຣ່ ໃນຣາຄາ ໄຣ່ລະ 1 ແສນ 1 ມື່ນ 6 ພັນ 4 ຮ້ອຍບາດ ມີຊາວບ້ານ ຖືກຍ້າຍ 24 ຄອບຄົວ ຊື່ງ ການຈ່າຍ ເງິນ ດັ່ງກ່າວ ເປັນໄປ ໂດຍດີ ຄາດວ່າ ຈະມີການ ກໍ່ສ້າງ ໃນໄວໆນີ້.