ໂຮງງານແປຮູບ ຢາງພາລາ

0:00 / 0:00

ນັກລົງທຶນ ຈີນ ຈະສ້າງ ໂຮງງານ ແປຮູບ ຢາງພາລາ ຢູ່ ແຂວງ ຜົ້ງສາລີ ຕື່ມອີກ ຫລັງຈາກ ມີນັກລົງທຶນ ຈີນ ມີແຜນ ຈະສ້າງ ເມື່ອຕົ້ນປີ ຜ່ານມາ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ຜົ້ງສາລີ ນາງນຶ່ງ ໃນວັນທີ 20 ມິຖຸນາ 2013 ນີ້. ນາງເວົ້າວ່າ:

"ມັນຢູ່ ຄົນລະບ່ອນ ມັນບໍ່ແມ່ນ ຢູ່ບ່ອນດຽວ ຈັ່ງຊີ້ເດ໋ ຢູ່ຄົນລະເມືອງ ຂະເຈົ້າ ສິເຮັດເປັນ 2 ຈຸດ ຄື ຈຸດທີນຶ່ງ ນີ້ແມ່ນ ຈະເວົ້າເຣື່ອງ ເມືອງ ທີ່ຢູ່ທາງໃຕ້ ຂອງ ແຂວງເນາະ ຈະໃຫ້ທາງ ນັ້ນ ເປັນຜູ້ສົ່ງ ທາງນັ້ນ ເມືອງທີ່ຢູ່ ທາງເໜືອ ຂອງ ແຂວງ ຈັ່ງຊີ້ ຂະເຈົ້າ ກໍຈະໃຫ້ ອີກ ໂຮງງານນຶ່ງ ໃຫ້ຂະເຈົ້າ ປ້ອນເຂົ້າ ຕາມໂຮງງານ ນັ້ນ ຄືກັນ".

ນາງເວົ້າ ຕໍ່ໄປວ່າ ໂຮງງານ 2 ແຫ່ງ ທີ່ວ່ານັ້ນ ຈະຖືກສ້າງ ຢູ່ ເມືອງບຸນເໜືອ ແລະ ເມືອງບຸນໃຕ້ ຊຶ່ງ ຢູ່ຕິດກັບ ຊາຍແດນ ຈີນ ຍ້ອນ 2 ເມືອງນີ້ ມີການປູກ ຢາງພາລາ ຫລາຍ ທັງປູກ ໃນຮູບແບບ ສັມປະທານ, ແບບ ໂຄງການ ສອງ ບວກສາມ ແລະ ແບບລົງທຶນ ດ້ວຍຕົນເອງ.

ຕາມແຜນການ ຢາງ ທີ່ຖືກແປຮູບ ໃນໂຮງງານ ນັ້ນ ຈະສົ່ງໄປຂາຍ ໃຫ້ຈີນ. ຢ່າງໃດກໍຕາມ ມາເຖິງ ປັດຈຸບັນ ກໍຍັງ ບໍ່ຮູ້ວ່າ 2 ໂຮງງານ ທີ່ວ່ານັ້ນ ຈະສ້າງຂຶ້ນ ເມື່ອໃດ ຍ້ອນແຜນ ສເນີສ້າງ ນັ້ນ ຍັງບໍ່ຜ່ານ ການ ພິຈາຣະນາ ອະນຸມັດ ຈາກ ຣັຖບານ ເທື່ອ ເຖິງແມ່ນ ພວກນັກ ລົງທຶນ ຕຽມພ້ອມ ແລະ ຢາກສ້າງຂຶ້ນໄວ ກໍຕາມ