ໂຮງງານແປຮູບ ຢາງພາລາ


2013.06.20
F-rubber ສວນປູກ ຢາງພາລາ ຢູ່ພາກເໜືອ ຂອງລາວ
travel asia

 

ນັກລົງທຶນ ຈີນ ຈະສ້າງ ໂຮງງານ ແປຮູບ ຢາງພາລາ ຢູ່ ແຂວງ ຜົ້ງສາລີ ຕື່ມອີກ ຫລັງຈາກ ມີນັກລົງທຶນ ຈີນ ມີແຜນ ຈະສ້າງ ເມື່ອຕົ້ນປີ ຜ່ານມາ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ຜົ້ງສາລີ ນາງນຶ່ງ ໃນວັນທີ 20 ມິຖຸນາ 2013 ນີ້. ນາງເວົ້າວ່າ:

"ມັນຢູ່ ຄົນລະບ່ອນ ມັນບໍ່ແມ່ນ ຢູ່ບ່ອນດຽວ ຈັ່ງຊີ້ເດ໋ ຢູ່ຄົນລະເມືອງ ຂະເຈົ້າ ສິເຮັດເປັນ 2 ຈຸດ ຄື ຈຸດທີນຶ່ງ ນີ້ແມ່ນ ຈະເວົ້າເຣື່ອງ ເມືອງ ທີ່ຢູ່ທາງໃຕ້ ຂອງ ແຂວງເນາະ ຈະໃຫ້ທາງ ນັ້ນ ເປັນຜູ້ສົ່ງ ທາງນັ້ນ ເມືອງທີ່ຢູ່ ທາງເໜືອ ຂອງ ແຂວງ ຈັ່ງຊີ້ ຂະເຈົ້າ ກໍຈະໃຫ້ ອີກ ໂຮງງານນຶ່ງ ໃຫ້ຂະເຈົ້າ ປ້ອນເຂົ້າ ຕາມໂຮງງານ ນັ້ນ ຄືກັນ".

ນາງເວົ້າ ຕໍ່ໄປວ່າ ໂຮງງານ 2 ແຫ່ງ ທີ່ວ່ານັ້ນ ຈະຖືກສ້າງ ຢູ່ ເມືອງບຸນເໜືອ ແລະ ເມືອງບຸນໃຕ້ ຊຶ່ງ ຢູ່ຕິດກັບ ຊາຍແດນ ຈີນ ຍ້ອນ 2 ເມືອງນີ້ ມີການປູກ ຢາງພາລາ ຫລາຍ ທັງປູກ ໃນຮູບແບບ ສັມປະທານ, ແບບ ໂຄງການ ສອງ ບວກສາມ ແລະ ແບບລົງທຶນ ດ້ວຍຕົນເອງ.

ຕາມແຜນການ ຢາງ ທີ່ຖືກແປຮູບ ໃນໂຮງງານ ນັ້ນ ຈະສົ່ງໄປຂາຍ ໃຫ້ຈີນ. ຢ່າງໃດກໍຕາມ ມາເຖິງ ປັດຈຸບັນ ກໍຍັງ ບໍ່ຮູ້ວ່າ  2 ໂຮງງານ ທີ່ວ່ານັ້ນ ຈະສ້າງຂຶ້ນ ເມື່ອໃດ ຍ້ອນແຜນ ສເນີສ້າງ ນັ້ນ ຍັງບໍ່ຜ່ານ ການ ພິຈາຣະນາ ອະນຸມັດ ຈາກ ຣັຖບານ ເທື່ອ ເຖິງແມ່ນ ພວກນັກ ລົງທຶນ ຕຽມພ້ອມ ແລະ ຢາກສ້າງຂຶ້ນໄວ ກໍຕາມ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.