ເກີດເຫດ ຜູ້ຄຸມງານຄົນຈີນທຳຮ້າຍ ຄົນງານລາວ ໃນວັນທີ 17 ຕຸລາ ທີ່ຜ່ານມາ ຢູ່ບ້ານນ້ຳພາວ ເມືອງວັງວຽງ ແຂວງວຽງຈັນ ຍ້ອນຄົນງານລາວ ພຍາຍາມ ລັກເຄື່ອງໂຮງງານ ຂອງຄົນຈີນ.
ຄົນງານດັ່ງກ່າວ ອາຍຸປະມານ 22 ປີ ຖືກຜູ້ຄຸມງານຄົນຈີນ ເຕະ ແລະຖີບ ໃນຂະນະທີ່ມືຂອງຄົນງານດັ່ງກ່າວ ຖືກເຊືອກມັດຢູ່, ແຕ່ຄົນລາວ ຈຳນວນນຶ່ງ ຢາກໃຫ້ພາກສ່ວນກ່ຽວຂ່ອງ ດໍາເນີນຄະດີກັບຜູ້ຄຸມງານຄົນຈີນດັ່ງກ່າວ. ຊາວບ້ານ ນ້ຳພາວ ເມືອງວັງວຽງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 19 ຕຸລາ ວ່າ:
“ກໍບໍ່ຖືກໄດ໋ ຕ້ອງສົ່ງເຈົ້າໜ້າທີ່ ບໍ່ຕ້ອງທຳຮ້າຍຮ່າງກາຍໄດ໋ ຕໍ່ໄປນີ້ ກໍຄືງຽບເລີຍ ບໍ່ຮູ້ທາງແບບມັນໄປທາງໃດ ເຂົາສົ່ງເຈົ້າໜ້າທີ່ບໍ່ ຫຼືບໍ່ສົ່ງ ໃຫ້ເຈົ້າໜ້າທີ່ ດໍາເນີນການກັບຄົນຕ່າງຊາດ ບໍ່ຄວນທຳຮ້າຍຮ່າງກາຍ ກໍສົ່ງເຈົ້າໜ້າທີ່ຢ່າງດຽວ ເສັຽຫາຍເທົ່າໃດ ແບບໃຫ້ທາງບ້ານຮັບຜິດຊອບ ຖ້າບໍມີຄ່າເສັຽ ກໍໃຫ້ຮັບໂທດລະກໍແລ້ວ.”
ຄົນງານທີ່ເຮັດວຽກຢູ່ ບໍຣິສັດຂອງຄົນຈີນ ພາຍໃນປະເທດລາວ ສ່ວນຫຼາຍເປັນຄົນງານລາວ ໃນຂະນະທີ່ຜູ້ຄຸມງານເປັນຄົນຈີນ. ທີ່ຜ່ານມາ ກໍເຄີຍມີຜູ້ຄຸມງານຄົນຈີນ ເລືອກໃຊ້ວິທີການລົງໂທດ ຄົນງານລາວ ທີ່ພຍາຍາມລັກເຄື່ອງ ແທນທີ່ຈະແຈ້ງ ເຈົ້າໜ້າທີ່ຕຳຣວດ ຊຶ່ງຊາວບ້ານເຫັນວ່າ ການກະທຳແບບນີ້ ບໍ່ຖືກຕ້ອງ ແລະບໍ່ຖືກກົດໝາຍ. ຊາວບ້ານອີກ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ຕຸລາ ວ່າ:
"ຢູ່ ລາວນີ້ ມັນ ເກີດ ຂຶ້ນ ບ່ອຍ ຄັ້ງ ຢູ່ ລາວ ເຮົາ ນີ້ປ່ອຍ ໃຫ້ ຄົນ ຕ່າງ ຊາດຫັ້ນ ນ່າ ເນາະ ເຂົ້າ ມາ ຢູ່ ໃນ ເມືອງ ລາວ ເຮົາ ມາ ໃຊ້ ສິດ ທິ ຂົ່ມ ເຫັງ ຄົນ ລາວ ເຮົາ ບໍ່ ໃຫ້ ກຽ ດ ຄົນ ລາວ ເຮົາ ເລີຍຫັ້ນ ເນາະ ທີ່ ວ່າ ມາ ເຮັດ ທຸ ຣະ ກິ ຈ ປະ ເທດ ລາວ ແລ້ວ ກໍ ມາ ທຳ ຮ້າຍ ຮ່າງ ກາຍ ຂອງ ຄົນ ລາວ ແບບ ທີ່ ວ່າ ແນວ ໃດ ບໍ່ ຮູ້ ແຫຼະ ຄື ວ່າ ມັນ ບໍ່ ມີ ສິດ ທິ ບໍ່ ມີ ກົດ ໝາຍ ຄຸ້ມ ຄອງບໍ່ ແນວ ໃດ ເຮົາ ກໍ ຍັງ ເວົ້າ ຢູ່ ."
ຫຼັງຈາກມີຊາວລາວ ຈຳນວນນຶ່ງ ໄດ້ເຫັນຄລິບວີດີໂອ ເຫດການດັ່ງກ່າວ ຜ່ານສື່ສັງຄົມອອນລາຍນ໌ ກໍຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ສອບສວນຄະດີດັ່ງກ່າວ. ຊາວບ້ານ ທ່ານນຶ່ງ ໄດກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ຕຸລາ ວ່າ:
" ກໍ ແຕ່ວ່າ ຄັນວ່າ ເຂົາເຈົ້າກະທຳຜິດແທ້ເນາະ ກໍຢາກໃຫ້ສົ່ງກັບປະເທດ ກໍບໍ່ຢາກໃຫ້ເຂົ້າມາລາວອີກຫັ້ນນ່າ ມາຄວບຄຸມພວກທີ່ວ່າ ມາທຳຮ້າຍຮ່າງກາຍ ໃຫ້ພາກແຮງງານລາວນີ້ ຊີ້ນ່າ ຢາກໃຫ້ມີມາຕການເດັດຂາດຫັ້ນແຫຼະ ກ່ຽວກັບການດຳເນີນຄະດີ ເຮົານີ້ຍັງບໍ່ຮູ້ວ່າ ທາງການ ເພິ່ນດຳເນີນຄະດີແບບໃດ."
ໜ່ວຍງານກ່ຽວຂ້ອງ ກຳລັງກວດກາວີດີໂອ ຄົນຈີນຕີຄົນລາວ ແລະ ບຸກຄົນຢູ່ໃນພາບວີດີໂອນັ້ນ ແມ່ນໃຜ. ເຈົ້າໜ້າທີ່ທ້ອງຖິ່ນ ເມືອງວັງວຽງ ໄດ້ກ່າວວ່າ:
"ຈະແມ່ນຄລິບເກົ່າ ຫຼື ຄລິບໃໝ່ ຍັງບໍ່ຮູ້ຊັດເຈນເນາະ ມີແຕ່ເຫັນທາງການເພິ່ນຖາມວ່າ ມີຄົນລົງເຟສບຸກເນາະ ຈະເປັນຂ່າວແທ້ ຫຼືວ່າຂ່າວປອມ ກໍຍັງບໍ່ທັນຮູ້ເນາະ ເພິ່ນກຳລັງສືບສວນແຫຼະ ກໍມີແຕ່ວ່າ ທາງຂັ້ນເທິງເພິ່ນຈະໄປເຮັດ ແນວໃດເນາະ ແລ້ວບໍ່ຮູ້ຈຸດເກີດເຫດວ່າ ມັນເກີດຢູ່ຈຸດໃດຫັ້ນນ່າ ເຂົາຕີຢູ່ບ່ອນໃດຫັ້ນນ່າ."
ປັດຈຸບັນ ການຕິດຕາມເຣື່ອງດັ່ງກ່າວ ຍັງບໍ່ມີຄວາມຄືບໜ້າ ຍ້ອນວ່າ ຄົນງານລາວ ຜູ້ຖືກທຳຮ້າຍຮ່າງກາຍ ຫຼືຍາດຕິພີ່ນ້ອງ ຂອງຜູ້ກ່ຽວຍັງບໍ່ທັນຮ້ອງຟ້ອງ ເພື່ອໃຫ້ອຳນາດການປົກຄອງບ້ານ ສົ່ງເຣື່ອງໄປຫາເຈົ້າໜ້າທີ່ຕຳຣວດ. ເຈົ້າໜ້າທີ່ຕຳຣວດ ແຂວງວຽງຈັນ ໄດ້ກ່າວວ່າ:
" ແຕ່ ວ່າ ປັດຈຸບັນນີ້ ຜູ້ກ່ຽວ ຫຼືວ່າຍາດຕິພີ່ນ້ອງ ກໍຍັງບໍ່ທັນມີແນວໃດ ມາຮ້ອງຟ້ອງ ຫຼືວ່າສເນີຕໍ່ການຈັດຕັ້ງ ມີແຕ່ສັງຄົມອັບລົງໂຊຊຽວ ບອກອັນນັ້ນ ອັນນີ້ ເຮົາກໍບໍ່ສັງ ບໍ່ຮູ້ວ່າ ຊິຈະດໍາເນີນແນວໃດໄດ້ ຄັນວ່າ ມີຂໍ້ມູນວ່າ ຜູ້ນັ້ນ ຜູ້ນີແທ້ ໄດ້ຮັບຂ່າວ ແນວນັ້ນ ແນວນີ້ເທື່ອ ກໍພຍາຍາມຮຽກຮ້ອງ ໃຫ້ເຂົາເຈົ້າມາ ສເນີຕໍ່ການຈັດຕັ້ງ ຕໍ່ເຈົ້າໜ້າທີ່ພວກເຮົາ."
ກ່ອນໜ້ານີ້ ໃນວັນທີ 6 ພືສພາ 2021 ກໍເຄີຍເກີດເຫດຜູ້ຄຸມງານ ຄົນຈີນໃນສວນກ້ອຍຊາວຈີນ ຂອງບໍຣິສັດ ມິນຍາງ ຢູ່ບ້ານໂພນໄຊ ເມືອງຮຸນ ແຂວງອຸດົມໄຊ ຈັບເດັກນ້ອຍຊາວລາວອາຍຸ 14 ປີ ມັດໂຕ ແລ້ວ ໃຊ້ໄມ້ຕີຫຼາຍບາດ ຍ້ອນຜູ້ຄຸມງານຄົນຈີນ ບໍ່ພໍໃຈ ທີ່ເດັກນ້ອຍໄປລັກເຄື່ອງ ຢູ່ໃນສວນກ້ວຍ ຊຶ່ງບັນຫາດັ່ງກ່າວ ຄົນລາວຫຼາຍຄົນ ເຫັນວ່າມັນເປັນການ ໃຊ້ຄວາມຮຸນແຮງ ແລະລະເມີດສິດທິເດັກ ແທນທີ່ຈະສົ່ງມອບເດັກນ້ອຍໃຫ້ ອຳນາດການປົກຄອງ.