ຄົນຈີນເປີດບໍຣິການຣົດເຊົ່າ ແລະ ຣົດແທັກຊີ ຢູ່ນະຄອນຫຼວງວຽງຈັນ ທີ່ນໍາຣົດ ມາຈາກປະເທດຈີນ ແລະ ຕິດປ້າຍທະບຽນຈີນອັນບໍ່ເປັນ ໄປຕາມຣະບຽບກົດໝາຍ ການຂົນສົ່ງທາງບົກ ຂອງລາວ. ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫຼວງ ວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ກຸມພາ ນີ້ວ່າ:

”ປ້າຍຈີນຂຶ້ນຫລາຍ ເພິ່ນຍັງບໍ່ໄດ້ໂອນຕິ ເພິ່ນຕ້ອງໃຫ້ໂອນຫັ້ນນະ ຕາມຣະບຽບຕ້ອງແມ່ນທະບຽນລາວໝົດແຫລະ ປ້າຍລາວ ແບບໂອນ ມາເປັນວິສາຫະກິດ ປ້າຍສີຂາວຫັ້ນນະ.”
ທ່ານເວົ້າວ່າ ຕາມຣະບຽບແລ້ວ ທຸຣະກິດຣົດເຊົ່າ ຈະຕ້ອງໄດ້ຈົດທະບຽນວິສາຫະກິດ ກັບຜແນກໂຍທາທິການ ແລະຂົນສົ່ງເພື່ອຈະໄດ້ປ້າຍ ທະບຽນວິສາຫະກິດລາວ ກ່ອນຈະໃຫ້ບໍຣິການໄດ້. ການທີ່ຄົນຈີນເຂົ້າມາເປີດບໍຣິການຣົດເຊົ່າ ແລະຕິດປ້າຍຈີນ ນັ້ນ ຖືວ່າເປັນທຸຣະກິດ ເຖື່ອນ ບໍ່ຖືກຕ້ອງຕາມກົດໝາຍລາວ ແລະ ຜູ້ປະກອບການ ຮ້ານບໍຣິການຣົດເຊົ່າ ຢູ່ນະຄອນຫລວງວຽງຈັນ ກໍກ່າວໃນມື້ດຽວກັນນັ້ນວ່າ ມີຄົນຈີນເຂົ້າມາເປີດທຸຣະກິດຣົດເຊົ່າຫຼາຍ ຊຶ່ງສ່ວນໃຫຍ່ຈະເປັນຣົດຫລູຫລາ ເພື່ອບໍຣິການ ນັກທ່ອງທ່ຽວ ຈາກຈີນດ້ວຍກັນເອງ:
”ກໍຫລາຍຢູ່ ແຕ່ສ່ວນຫລາຍຈະເຮັດແບບຣົດຫລູ ກັບຣົດທີ່ມາຈາກຈີນເອງ ມັນບໍ່ຄ່ອຍດີທໍ່ໃດຂອງຈີນ ສ່ວນຫລາຍເຂົາຈະລັກລອບເອົາເຂົ້າ ມາຈາກປະເທດເຂົາ ແລ້ວກໍມາຂຶ້ນທະບຽນຢູ່ລາວ ມັນຈະຂັບບໍ່ດີທໍ່ໃດ ສ່ວນຫລາຍມັນຈະເປັນຣົດທີ່ບໍ່ໄດ້ ມາຕຖານຖ້າລົດຈາກຈີນ.”
ທ່ານກ່າວຕື່ມອີກວ່າ ຣົດເຊົ່າຂອງຄົນຈີນ ສ່ວນຫລາຍຖືກນໍາເຂົ້າມາໃຊ້ລາວ ແບບບໍ່ຖືກ ຕ້ອງຕາມຈຸດປະສົງ ແລະບໍ່ໄດ້ມາຕຖານຄືນໍາຣົດ ເຂົ້າມາໃຊ້ແບບສ່ວນຕົວ ເພື່ອທີ່ຈະບໍ່ໄດ້ຈົດທະບຽນ ວິສາຫະກິດ ແລະ ບໍ່ໄດ້ຕິດປ້າຍລາວ ຫລືນໍາຣົດເຂົ້າມາ ຂາຍແຕ່ເຮັດເປັນ ຣົດເຊົ່າ.
ເວົ້າເຖິງທຸຣະກິດຣົດເຊົ່າ ເຈົ້າໜ້າທີ່ຜແນກແຜນການ ແລະ ການລົງທຶນ ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 27 ກຸມພາ ນີ້ວ່າ ປັດຈຸບັນ ທຸຣະກິດ ບໍຣິການຣົດເຊົ່າຂອງຈີນ ມີຫລາຍ ບໍ່ຕໍ່າກວ່າ 10 ຮ້ານ:
”ມີຫລາຍຢູ່ໄດ໋ ສ່ວນຫລາຍພວກຈີນກໍຫລາຍ ອັນນີ້ຂຶ້ນກັບກິຈການນໍ ອາດຈະບໍ່ກໍານົດເຈົ້າ ມີແຕ່ນໍາເຂົ້າຖືກຕ້ອງ ຕາມລະບຽບກົດໝາຍທີ່ ເພິ່ນວາງອອກຫັ້ນແຫລະ.”
ແລະ ຄົນຂັບຣົດແທັກຊີ ຢູ່ນະຄອນຫລວງວຽງຈັນ ກໍເວົ້າໃນມື້ດຽວກັນນັ້ນວ່າ ບໍ່ເຫັນດີໃຫ້ຄົນຕ່າງປະເທດ ເປີດທຸຣະກິດເຖື່ອນ ໃນລາວ:
”ທັມມະດາ ທຸກມື້ນີ້ ມັນກໍບໍ່ສົມຄວນໃຫ້ຄົນຕ່າງດ້າວ ມາເຮັດຢູ່ແລ້ວ ແຕ່ວ່າມັນກໍຂັດຜົລປະໂຫຍດ ບໍ່ໄດ້ດອກຫັ້ນນະ ຄ້າຍໆວ່າເຂົາເຮັດ ກໍຢາກໄດ້ຜົລປະໂຫຍດເຂົາຈຶ່ງອະນຸຍາດໃຫ້ແລ່ນຫັ້ນນະ ທັມດາບໍ່ໜ້າຈະໃຫ້ຄົນຕ່າງດ້າວ ມາແລ່ນແທັກຊີ ຢູ່ແລ້ວຫັ້ນນະຄ້າຍໆມັນມາແຍ້ງ ຕລາດເຮົາຢູ່ແລ້ວຫັ້ນນະ.”
ອີງຕາມກົດໝາຍວ່າດ້ວຍການຂົນສົ່ງທາງບົກຂອງ ສປປລາວ ປີ 2012 ຍານພາຫະນະຂົນສົ່ງ ຂອງບຸກຄົນ ຫຼືການຈັດຕັ້ງ ທີ່ມີຈຸດປະສົງ ດໍາເນີນທຸຣະກິດຢູ່ລາວ ຕ້ອງໄດ້ຈົດທະບຽນກັບທາງການລາວ.