ຈີນ ລົງທຶນປູກອ້ອຍເພີ້ມ
2018.04.17
ບໍຣິສັດຜລິດນໍ້າຕານ ເມືອງຟຸງ ຂອງຈີນລົງທຶນປູກອ້ອຍອີກ 1 ພັນເຮັກຕ້າ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ໃນການປູກອ້ອຍ ບໍຣິສັດຈະ ລົງທຶນໃຫ້ຊາວບ້ານກ່ອນ ແລ້ວຈຶ່ງຫັກເອົາເງິນຕາມພາຍຫລັງ ດັ່ງເຈົ້າໜ້າທີ່ຫ້ອງການກະສິກັມແລະປ່າໄມ້ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີ ເມື່ອວັນທີ 10 ເມສາວ່າ:
"ມີຫລາຍບ້ານ ສະເພາະເມືອງລອງເຮົາ ສ່ວນນຶ່ງແມ່ນ ຂຍາຍເນື້ອທີ່ໃໝ່ ສ່ວນນຶ່ງແມ່ນປູກໃສ່ສວນກ້ວຍ ທີ່ເຂົາປະ ທີ່ວ່າມັນໝົດກຳນົດນະ ເປັນບໍຣິສັດ ນໍ້າຕານເມືອງຟຸງ ເຂົາຈະຊ່ວຍເລື່ອງການລົງທຶນກ່ອນ ຫລັງຈາກຂາຍອ້ອຍ ເຂົາຈະຫັກເງິນ ທີ່ເຂົາລົງທຶນຄືນ ນອກນັ້ນ ກໍຈະ ແມ່ນກຳໄລ."
ນັກລົງທຶນຈີນເລີ້ມເຂົ້າມາລົງທຶນ ປູກອ້ອຍຢູ່ເມືອງລອງ ແຂວງຫລວງນໍ້າທາ ນັບແຕ່ປີ 2010 ເປັນຕົ້ນມາ ໃນເນື້ອທີ່ 2 ພັນເຮັກຕ້າ ແລະ ຕໍ່ມາຈຶ່ງມາຊັກຊວນ ໃຫ້ຊາວບ້ານປູກເພີ້ມອີກ 1 ພັນເຮັກຕ້າ.
ບ້ານທີ່ ບໍຣິສັດຈີນໄປສົ່ງເສີມ ໃຫ້ມີການປູກອ້ອຍລວມມີ ບ້ານນໍ້າມະ ບ້ານທາດ ບ້ານໂພນຄຳ ບ້ານແດນກາງ ບ້ານສີວິໄລ ບ້ານແຕ ບ້ານ ໂພນສຳພັນ ບ້ານເມືອງຂັນ ບ້ານສຸຂສາລາ ແລະ ບ້ານໂນນສະຫວ່າງ.
ເຖິງຢ່າງໃດກໍຕາມ ຊາວບ້ານກໍຕ້ອງການຢາກຮູ້ລາຄາກ່ອນ ເພື່ອໃຫ້ສາມາດຄິດໄລ່ ເຖິງຜົນໄດ້ຜົນເສຍ ດັ່ງຊາວບ້ານຜູ້ທີ່ປູກອ້ອຍ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 14 ເມສາ ວ່າ:
"ອັນເຣື່ອງເນື້ອທີ່ດິນ ຈະປູກນີ້ລະແມ່ນ ປະຊາຊົນເຮົາ ຈະເປັນຜູ້ຊອກ ອັນເຣື່ອງທຶນລະເຣື່ອງອີຫຍັງລະ ແມ່ນບໍຣິສັດ ເຂົາຊິອອກໃຫ້ກ່ອນ ລະຫລັງຈາກຂາຍອ້ອຍ ເຂົາເຈົ້າຈະຫັກອອກ ກ່ຽວກັບທຶນນີ້ລະ ສຳຄັນທາງເຮົານີ້ ຢາກຮູ້ເຣື່ອງຣາຄາ ເພື່ອວ່າຈະເອົາມາສົມທຽບ ໄລ່ລຽງ ເບິ່ງວ່າມັນຊິໄດ້ ຫລືວ່າມັນຊິຫລຸບທຶນ."
ບໍຣິສັດ ຈະຮັບຊື້ອ້ອຍຈາກຊາວບ້ານລາຄາ 5 ແສນກີບ ຕໍ່ນຶ່ງຕັນ ສຳລັບອ້ອຍຄຸນນະພາບດີ ລະດັບທີນຶ່ງ 430 ພັນກີບ ສຳລັບອ້ອຍ ລະດັບທີສອງ ແລະ 350 ພັນກີບ ສຳລັບອ້ອຍລະດັບທີສາມ ຊຶ່ງຖືວ່າເປັນລາຄາບໍ່ສູງປານໃດ ເມື່ອທຽບໃສ່ຕົ້ນທຶນ; ອີງຕາມການຢັ້ງຢືນ ຈາກຊາວບ້ານ.
ຮູບແບບການລົງທຶນ ຣະຫວ່າງບໍຣິສັດກັບຊາວບ້ານ ແມ່ນການເຊັນສັນຍາ 2 ບວກ 3 ໝາຍຄວາມວ່າ ຊາວບ້ານຈະປະກອບສ່ວນ ທີ່ດີນ ແລະແຮງງານ ສ່ວນວ່າບໍຣິສັດ ຈະປະກອບສ່ວນ ເທັກນິກວິຊາການ ແນວພັນແລະປຸຍ ຮວມທັງຢາປາບສັດຕຣູພືດ.