ກຸ່ມຄົນຈີນ ລັກຄ້າຫຸ້ນ ຖືກຈັບ

ກຸ່ມຄົນຈີນ ລັກລອບ ເຂົ໊າມາເຮັດ ທຸຣະກິດ ຊື້-ຂາຍຫຸ້ນ ແບບຜິດ ກົດໝາຍ ຢູ່ ແຂວງອຸດົມໄຊ ຂອງ ສປປລາວ.

ໃນວັນທີ 3 ສິງຫາ ຜ່ານມາ ເຈົ້າໜ້າທີ່ ຕໍາຣວດ ປກສ ແຂວງອຸດົມໄຊ ເຂົ້າກວດຄົ້ນ ແລະ ຈັບຄົນຈີນ 11 ຄົນ ທີ່ ລັກລອບເຂົ້າມາ ເປິດທຸຣະກິດ ຊື້-ຂາຍ ຫຸ້ນ On Line. Screen captured : Oudomxay police department video

ໃນວັນທີ 3 ສິງຫາ ຜ່ານມາ ເຈົ້າໜ້າທີ່ຕໍາຣວດ ຈັບຄົນຈີນທັງໝົດ 11 ຄົນໃນນັ້ນ ເປັນແມ່ຍິງ 2 ຄົນ ກຸ່ມດັ່ງກ່າວ ໄດ້ລັກລອບເຂົ້າມາ ເປິດທຸຣະກິດ ຊື້ແລະຂາຍຫຸ້ນ ON LINE ແບບຜິດກົດໝາຍ ຢູ່ພາຍໃນເທບານ ແຂວງອຸດົມໄຊ, ເຈົ້າໜ້າທີ່ ໄດ້ຍຶດເງິນສົດ ແລະຊັບສິນ ທີ່ເປັນຂອງກາງໄດ້ອີກຫຼາຍຢ່າງເຊັນ: ຄອມພິວເຕີ 6 ອັນ Hard Dis 6 ອັນ ບັດ ATM 37 ບັດ, ບັດປະຈໍາຕົວ 13 ບັດ, ໂທຣະສັບ ມືຖື 110 ໜ່ວຍ, Passport 10 ຫົວ, ໜັງສືຜ່ານແດນ 3 ຫົວ, ເງິນກິບ ເກຶອບ 4 ລ້ານກິບ, ເງິນຢວນ 1,980 ຢວນ, ແລະ ເງິນ ມາເລເຊັຍ 53 ຣິງກິດ. ດັ່ງເຈົ້າຫນ້າທີ່ຕໍາຣວດ ປກສ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຍເສຮີ ໃນວັນທີ 10 ກັນຍາ ນີ້ວ່າ:

“ເປັນອັນນັ້ນ ຄົນຈີນເຂົ້າມາຢູ່ໄດ້ ປະມານເດືອນນື່ງ ປະມານ 30 ວັນ ປະມານນີ້ແຫລະ ມາເຊົ່າເຮືອນເປັນຫລັງ ທໍາເອເລກໂທນິກ ແລະ ປະເພດ ພວກຄອມພິວເຕີ ກໍໄດ້ຮັບການຊິ້ນໍາ ຈາກຂັ້ນເທິງແລ້ວ ວ່າໄດ້ແກ້ໄຂ ສົ່ງກັບຄືນ ປະເທດຈີນ ໝົດແລ້ວ.”

ທ່ານກ່າວຕື່ມວ່າ ທ້າວ ເຊີນນາຍ ອາຍຸ 26 ປີ ສັນຊາດຈີນ ເປັນຫົວໜ້າ ທີ່ມາເຊົ່າເຮືອນ ຢູ່ບ້ານນາຫວານນ້ອບ ເທສບານ ແຂວງອຸດົມໄຊ ແລະຕິດຕັ້ງ ຣະບົບເຄື່ອງຄອມພິວເຕີ ເພື່ອປັ່ນຕລາດຫຸ້ນ ຫຼືນັກກໍ່ກວນ ໃຫ້ຕລາດຫຸ້ນ ປັ່ນປ່ວນຊຶ່ງສແດງອອກ ກ່ອນຈະເປິດ ຕລາດຫຸ້ນ ອອນລາຍ ຂອງປະເທດຈີນ ໃນແຕ່ລະມື້, ໂດຍມີການ ຊັກຊວນຕົວະຍົວະ ໃຫ້ຄົນຈີນ ທີ່ອາສັຍຢູ່ໃນລາວ ແລະ ຄົນລາວ ຊື້ຫຸ້ນ ຂອງ Application Wechat  ແລະ QQ ໂດຍອ້າງວ່າ ເປັນຫຸ້ນຣາຄາຖືກ ແລະໄດ້ຜົນກໍາໄຣສູງ ແຕ່ ທາງເຈົ້າໜ້າທີ່ ຕໍາຣວດ ປກສ ບໍ່ໄດ້ ເປິດເຜີຍຣາຍຣະອຽດ ຈໍານວນຜູ້ເສັຍຫາຍ ວ່າມີຈັກຄົນ ແລະຄວາມເສັຍຫາຍ ທັງໝົດ ມີໜ້ອຍຫລາຍປານໃດ.

ຢ່າງໃດກໍຕາມ ຣາຍງານວ່າ ປັຈຈຸບັນ ເຈົ້າໜ້າທີ່ ກົມຄຸ້ມຄອງ ຄົນຕ່າງປະເທດ ກະຊວງປ້ອງກັນ ຄວາມສງົບ ເຂົ້າຮ່ວມສອບສວນ ໄດ້ຍຶດ passport ຄົນຈີນ 11 ຄົນ ດ່ັງກ່າວແລ້ວແລະໄດ້ ປະສານງານ ກັບປະເທດຈີນ ເພື່ອສົ່ງຕົວກັບຄືນປະເທດ ໃຫ້ທາງການຈີນ ດໍາເນີນຄະດີ ໃນຂັ້ນຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org