ໂຄງການບໍ່ແຮ່ ຂ.ໄຊສົມບູນ ກະທົບຊາວບ້ານ

ໄຊຍາ
2021.02.16
ໂຄງການບໍ່ແຮ່ ຂ.ໄຊສົມບູນ ກະທົບຊາວບ້ານ ການຂຸດຄົ້ນບໍ່ແຮ່ເຫຼັກ ຢູ້ ແຂວງໄຊສົມບູນ ເມື່ອປີ 2019
ພາບປະກອບ: ນັກຂ່າວພົລເມືອງ

ໂຄງການຂຸດຄົ້ນ-ສຳຣວດບໍ່ແຮ່ ໃນແຂວງໄຊສົມບູນ ຜ່ານມາ ຣັຖບານລາວ ໄດ້ອະນຸມັດ ໃຫ້ດຳເນີນການກິຈການໄປແລ້ວຫຼາຍ ໂຄງການ. ໂດຍປະຊາຊົນ ໃນພື້ນທີ່ຮຽກຮ້ອງບໍ່ໃຫ້ ຣັຖບານ ອະນຸມັດຕື່ມອີກ. ເທົ່າທີ່ມີກໍທໍາລາຍ ທັມມະຊາດ ແລະສິ່ງແວດລ້ອມ ເຂດທີ່ຢູ່ໃກ້ຄຽງກັບບໍ່ແຮ່ ທີ່ກຳລັງຂຸດຄົ້ນ ແລະ ສຳຣວດຢູ່. ດັ່ງນັກວິຊາການສິ່ງແວດລ້ອມ ຜູ້ຂໍສງວນຊື່ ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອວັນທີ 16 ກຸມພາ 2021 ວ່າ:

"ແນ່ນອນແລ້ວວ່າ ເນາະນຶ່ງໄປບຸກລຸກພື້ນທີ່ ທີ່ຢູ່ອາສັຍຂອງຊີວະນາໆພັນ ຢູ່ໃນເຂດນັ້ນ. ເມື່ອມີການໄປຣະເບີດ ກໍເຮັດໃຫ້ຊີວະ ນາໆພັນ ຫຼືວ່າສັດບາງຊນິດ ມີການຍ້າຍຖິ່ນຖານ ຖ້າຫາກວ່າສັດດັ່ງກ່າວ ບໍ່ສາມາດຫາພື້ນທີ່ ທີ່ເໝາະສົມກັບຕົນເອງ ກໍຈະເຮັດ ໃຫ້ສູນພັນໄປ."

ທ່ານໄດ້ກ່າວຕື່ມວ່າ ສ່ວນຫຼາຍທີ່ຖືວ່າອັນຕະຣາຍ ຕໍ່ການດຳລົງຊີວິດ ຂອງຊາວບ້ານກໍແມ່ນ ໄດ້ສູດດົມເອົາຝຸ່ນເຂົ້າໄປໂດຍບໍ່ຮູ້ ໂຕເຊິ່ງເກີດຈາກການຣະເບີດ ເພື່ອການຂຸດຄົ້ນ.

"ຕໍ່ກັບມະນຸດເອງກໍເປັນປະເດັນ ເຣື່ອງສຽງລົບກວນ ແລະ ກໍຝຸ່ນທີ່ວ່າ ຈາກຣະອອງມາສູ່ອາກາດ ເຮັດໃຫ້ຄົນສູບເຂົ້າໄປເກີດ ຜົລກະທົບແບບບໍ່ຮູ້ໂຕ ເປັນຕົ້ນແມ່ນ ຝຸ່ນພີເອັມບໍ່ ຫຼືວ່າ ຝຸ່ນຕ່າງໆ ທີ່ວ່າມັນເກີດຈາກຣະເບີດຕ່າງໆ ຫັ້ນ."

ເຂດບ້ານນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບູນ ກໍແມ່ນນຶ່ງໃນບ້ານ ທີ່ໄດ້ຮັບຜົລກະທົບ ຈາກຣະເບີດທີ່ມີແຮງສັ່ນສະເທືອນ. ນອກຈາກນີ້ຍັງໄດ້ກິ່ນເໝັນຂິວ ຈາກສານເຄມີ ທັງຕອນເຊົ້າ ແລະຕອນແລງ. ດັ່ງປະຊາຊົນ ໃນບ້ານນໍ້າຍອນ ໄດ້ກ່າວວ່າ:

"ຕອນເຊົ້າກິ່ນສານເຄມີ ບາງມື້ກາຕອນແລງກິ່ນຂິວໆ ຄືຂິວອ່າງນໍ້າເສັຽ. ຣະເບີດທຸກມື້ແຕ່ເຂົາກະປະກາດ ບໍ່ໃຫ້ໄປອ້ອມແອ້ມຂ້າງ ທີ່ເຂົາຣະເບີດຫັ້ນແຕ່ກີ້ມັນແຮງ ກະສະເທືອນ ຫຼາຍແຫຼະ. ສະເທືອນຈົນແຕກໝົດ ປັຈຈຸບັນບໍ່ໄດ້ຍິນສຽງແຮງ ຮູ້ສຶກສັ່ນສະເທືອນ ການເຂົາຣະເບີດປະຕູເຫຼັກ ນີ້ຈົນດັງຄຣ່າງໆ."

ປັຈຈຸບັນຊາວບ້ານ ທີ່ຫາກິນຕາມທັມມະຊາດ ກໍລຳບາກໂດຍສະເພາະແມ່ນ ເຂດບ້ານໃກ້້ຄຽງ ກັບບໍ່ແຮ່ ດັ່ງນໍ້າຫ້ວຍທີ່ປະຊາຊົນ ເຄີຍຫາປາກິນ ເປັນປະຈຳດຽວນີ້ ບໍ່ກ້າກິນປາຍ້ອນ ສານເຄມີທີ່ໄຫຼລົງສູ່ຫ້ວຍ. ດັ່ງຊາວບ້ານເມືອງອານຸວົງ ອີກທ່ານນຶ່ງໄດ້ກ່າວວ່າ:

"ມັນຈະມີຜົລກະທົບຫຼາຍຢ່າງເດ້ ຕ້ອງໄດ້ໃຊ້ເຄມີຫັ້ນນ່າ. ຕ້ອງໄດ້ໃຊ້ ນໍ້າຫ້ວຍປະມານນີ້ນ່າ, ເຂົາເຈົ້າຈົນບໍ່ກ້າກິນປາ ເຮົາກໍຢາກ ອະນຸຮັກໄວ້ໃຫ້ມັນ ກິນໄດ້ຄືເປັນ ເທົາ, ເປັນປູ, ເປັນປາ ອີ່ຫຍັງໃຫ້ມັນໄດ້ກິນຕລອດ ດຽວນີ້ວ່າອາຫານ ຈະຂ້ອນຂ້າງແພງ ແນວນຶ່ງ."

ຕາມບົດຣາຍງານ ຂອງຜແນກພະລັງງານ ແລະບໍ່ແຮ່ ແຂວງໄຊສົມບູນ ທີ່ໄດ້ຣາຍງານໃນກອງປະຊຸມ ສະພາແຂວງ ເມື່ອທ້າຍປີ 2020 ວ່າ. ນັບແຕ່ປີ 2019 ຈົນເຖິງປັຈຈຸບັນມີ 4 ໂຄງການໃຫຍ່ທີ່ກຳລັງຈະມີການພັທນາເຊັ່ນ: ໂຄງການຂຸດຄົ້ນແຮ່ເຫຼັກ ເນື້ອທີ່ 102 ກິໂລຕາແມັດ ເຂດບ້ານນໍ້າຍອນ ເມືອງອານຸວົງ ໂດຍບໍຣິສັດ ບໍ່ແຮ່ ໄທຊານ ມິງ ຈີນ-ລາວ ເປັນບໍຣິສັດຈີນ ເຊິ່ງມີການເຊັນ ບົດບັນທຶກ ຄວາມເຂົ້າໃຈ ກັບອົງການປົກຄອງ ແຂວງໄຊສົມບູນ ເມື່ອບໍ່ດົນມານີ້. ດັ່ງເຈົ້າໜ້າທີ່ຜແນກ ພະລັງງານ ແລະບໍ່ແຮ່ ກ່າວວ່າ:

"ໄທຊານນີ້ມີແຕ່ການເຊັນສັນຍາ ເຣື່ອງການໄປສຳຣວດບໍ່ທັນຂຸດຄົ້ນເດ້. ເປັນຂັ້ນຕອນທໍາອິດ ເຫຼັກມັນຢູ່ໄກບ້ານມັນບໍ່ແມ່ນໃກ້ ມັນຈະຢູ່ອ້ອມຫ້ວຍອ້ອມຫຍັງ ໂຕທີ່ມັນຢູ່ໃນບ້ານ ບໍ່ໄດ້ໃຫ້ເຮັດແລ້ວ."

ນອກຈາກນີ້ຍັງມີໂຄງການ ຊອກຄົ້ນສຳຣວດ ປຸງແຕ່ແຮ່ຄຳ ແລະແຮ່ຕິດພັນ ຢູ່ເຂດເມືອງທ່າໂທມ ແລະ ເມືອງອະນຸວົງ, ໂດຍ ບໍຣິສັດ ລາວກາລົງເດໂປ ຈຳກັດ ເນື້ອທີ່ 177 ກິໂລຕາແມັດ. ອາຍຸສັມປະທານ 20 ປີ. ໂຄງການຊອກຄົ້ນ, ສຳຣວດຂຸດຄົ້ນແຮ່ ປຸງແຕ່ງແຮ່ຄຳ ຣະຫວ່າງ ກະຊວງປ້ອງກັນປະເທດ ກັບ ບໍຣິສັດ ໂຈ້ບຸນມີ ພັທນາ ແຮ່ທາດຈຳກັດ ຜູ້ດຽວ ຢູ່ເຂດ ບ້ານນາຕີ ເມືອງລ່ອງແຈ້ງ ໃນເນື້ອທີ່ 234 ກິໂລຕາແມັດ ແລະ ແຂວງໄຊສົມບູນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ບໍຣິສັດ ແຊັດວາຍ ບໍ່ແຮ່ ອຸດສາຫະກັມ ປຸງແຕ່ງຈຳກັດ ເພື່ອຊອກຄົ້ນ, ສຳຣວດ ແລະ ສຶກສາຄວາມເປັນໄປໄດ້.

ຕໍ່ກັບການຄຸ້ມຄອງ ການຂຸດຄົ້ນແຮ່ທາດ ພາຍໃນປະເທດ ຍານາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ໄດ້ກ່າວ ໃນກອງປະຊຸມສະພາ ເມື່ອທ້າຍປີ 2020 ວ່າ ຕ້ອງມີມາຕການເຂັ້ມງວດ ຕໍ່ໂຄງການກິຈການ ທີ່ບໍ່ປະຕິບັດຕາມ ກົດໝາຍສັນຍາ ສັມປະທານ ແລະ ມີຜົລກະທົບຮ້າຍແຮງ ຕໍ່ສິ່ງແວດລ້ອມ, ສັງຄົມ ແລະທັມມະຊາດ ພ້ອມທັງ ປະຕິບັດມາຕການ ຢ່າງເຂັ້ມງວດຕໍ່ ພະນັກງານຣັຖ ແລະ ຜູ້ລົງທຶນທີ່ຣະເມີດ ກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.