ຟາມງົວຂອງຈິນກວມດິນ ຊາວບ້ານ

ອຸ່ນແກ້ວ ສຸກສະຫວັນ
2016.07.19
F-Land ໂຄງການ ຟາມລ້ຽງງົວ ທີ່ໄປກວມເອົາເນື້ອທີ່ດິນ ຂອງປະຊາຊົນ
RFA/NY

ຟາມລ້ຽງງົວຂອງຈິນ

ປັດຈຸບັນ ບໍຣິສັດ ເອເຊັຽ ຊຶ່ງ ເປັນບໍຣິສັດ ຂອງຈີນ ໄດ້ສົ່ງ ເຈົ້າໜ້າທີ່ ວິຊາການ ໄປບຸກເບີກ ເນື້ອທີ່ດິນ ຢູ່ເຂດ ບ້ານນາເຊືອກ, ບ້ານເລົ່າ ສຸລິຍາ ແລະ ບ້ານພັງເຮັງ ເມືອງຈຳພອນ ແຂວງ ສະຫວັນນະເຂດ ເພື່ອກຽມເນື້ອທີ່ ເຮັດເປັນ ຟາມລ້ຽງງົວ ຂນາດໃຫຽ່. ແຕ່ ໂຄງການ ຟາມລ້ຽງງົວ ໄປກວມເອົາ ເນື້ອທີ່ດິນ ຂອງ ປະຊາຊົນ ຫຼາຍຮ້ອຍ ເຮັກຕາ ແລະ ມີປະຊາຊົນ ເປັນເຈົ້າຂອງ ດິນ ຈຳນວນນຶ່ງ ຄັດຄ້ານ ບໍ່ຍອມເສັຽ ທີ່ດິນໃຫ້ ບໍຣິສັດ, ດັ່ງ ເຈົ້າໜ້າທີ່ ເມືອງ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 18 ກໍຣະກະດາ ວ່າ:

"ມັນຊິເປັນຂອງ ພວກຈີນ ພວກຫຍັງນ່າ ເພິ່ນກຳລັງ ບຸກເບີກດົງ ດຽວນີ້ ເພິ່ນກຳລັງ ປ້ານ ຊົລປະທານ ເພິ່ນກະວ່າ ຊິໃຫ້ມັນ ທັນປີນີ້ ຫັ້ນແຫຼະ ດຽວນີ້ ມັນຍັງຢູ່ກັບ ນາເຊືອກ ເນາະ ນາເຊືອກເຂົາ ບໍ່ ອະນຸຍາດ".

ທ່ານ ກ່າວອີກວ່າ ຜ່ານມາ ບໍຣິສັດ ໄດ້ເອົາດິນ ປູກຝັງ ຂອງຊາວບ້ານ ເລົ່າສຸລິຍາ ແລະ ບ້ານ ພັງເຮັງ ໄປແລ້ວ ຫຼາຍເຮັກຕາ ແລະ ໄດ້ໃຫ້ຄ່າ ຊົດເຊີຍ ຊາວບ້ານ ໄປແລ້ວ, ແຕ່ປະຊາຊົນ ບ້ານນາເຊືອກ ຍັງບໍ່ຍອມ ເສັຽທີ່ດິນ ໃຫ້ ບໍຣິສັດ.

ຊາວບ້ານນາເຊືອກ ທ່ານນຶ່ງ ຜູ້ທີ່ບໍ່ ປະສົງ ອອກຊື່ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ ປະຊາຊົນ ບໍ່ຍອມຍ້ອນວ່າ ບໍຣິສັດ ຈະໃຫ້ຄ່າ ຊົດເຊີຍໃຫ້ ໃນລາຄາ 6 ໂດລາ ຕໍ່ນຶ່ງ ເຮັກຕາ ເທົ່ານັ້ນ ຊຶ່ງເຂົາເຈົ້າ ເຫັນວ່າ ລາຄານັ້ນ ຖືກ ເກີນໄປ. ນອກຈາກນີ້ ຊາວບ້ານ ຍັງກ່າວວ່າ ບໍຣິສັດ ເຂົ້າມາບຸກເບີກ ເນື້ອທີ່ດິນ ໂດຍບໍ່ມີ ເອກກະສານ ການອະນຸມັດ ການ ສຳປະທານ ທີ່ດິນ ແຕ່ຢ່າງໃດ, ແລະ ຜ່ານມາ ຊາວບ້ານ ກໍເຄີຍ ຂຽນ ຄຳຮ້ອງທຸກ ເຖິງຫ້ອງວ່າການ ປົກຄອງແຂວງ, ແຕ່ເຖິງ ປັດຈຸບັນ ຊາວບ້ານນາເຊືອ ກັບ ບໍຣິສັດ ກໍຍັງ ບໍ່ສາມາດ ໄກ່ເກັ່ຽ ກັນໄດ້.

ໃນຂນະທີ່ ເຈົ້າເມືອງຈຳພອນ ທ່ານ ສຸດທິຜິວ ສຸລິຍະມາດ ກໍໄດ້ຊີ້ແຈງ ຜ່ານ ເອເຊັຽເສຣີ ວ່າ ເນື້ອທີ່ດິນ 400 ເຮັກຕາ ຢູ່ບ້ານນາເຊືອກ ເປັນດິນ ທີ່ ມີໃບຕາດິນ ປະມານ 80 ເຮັກຕາ ເທົ່ານັ້ນ, ສ່ວນທີ່ອີກ 300 ກວ່າ ເຮັກຕາ ແມ່ນບໍ່ມີ ໃບຕາດິນ ຊຶ່ງຖືວ່າ ເປັນດິນ ຂອງຣັຖ.

ເອເຊັຽເສຣີ ພຍາຍາມ ຕິດຕໍ່ໄປຫາ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງຈຳພອນ ເພື່ອສອບຖາມ ຣາຍລະອຽດ ເພີ້ມເຕີມ, ແຕ່ ເຈົ້າໜ້າທີ່ ບໍ່ສາມາດ ເປີດເຜີຍ ຂໍ້ມູນ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.