ຈີນສຳຣວດບໍ່ເຫຼັກເມືອງ ກາສີ
2015.09.07
ເມື່ອ ບໍ່ດົນ ມານີ້ ບໍຣິສັດ ຈີນ ໄດ້ ລົງນາມໃນ ສັນຍາ ກັບ ທາງການ ແຂວງ ວຽງຈັນ, ເພື່ອ ຂຸດຄົ້ນ ບໍ່ເຫລັກ ແລະ ແຮ່ທາດ ອື່ນໆ ຢູ່ບ້ານ ສຳພົນ ເມືອງກາສີ, ຊຶ່ງ ປັດຈຸບັນ ກຳລັງ ສຳຣວດ ຢູ່, ການສຳຣວດ ນັ້ນ ຄາດວ່າ ຈະ ໃຊ້ເວລາ 3 ປີ, ແລະ ກຳລັງ ສ້າງ ເສັ້ນທາງ ເຂົ້າເຂດ ຂອງໂຄງການ ນັ້ນຢູ່. ດັ່ງ ເຈົ້າໜ້າທີ່ ຜແນກ ພລັງງານ ແລະບໍ່ແຮ່ ແຂວງ ວຽງຈັນ ເວົ້າວ່າ:
"ຢູ່ບ້ານ ສຳພົນ ນີ້ມັນ ບໍ່ໄດ້ຢູ່ ໃນຂັ້ນຕອນ ຂຸດຄົ້ນ ເທື່ອ, ມັນຍັງຢູ່ ໃນຂັ້ນຕອນ ສຳຣວດ ເນາະ, ຂະເຈົ້າ ກະຫາ ກະລົງມື ປັກຫຼັກ ຫຼັກໝາຍ ກຳລັງເຮັດ ທາງ ດຽວນີ້ ນະ ເພື່ອ ເຮັດທາງ ເອົາເຄື່ອງຈັກຕີ ຈັກຫັ້ນນະ ເຂົ້າໄປເຈາະ ສຳຣວດ ເນາະ, ທາງຣັຖ ອະນຸມັດ ໃຫ້ ສຳຣວດ 3 ປີ ສັນຍາ ສຳຣວດ ຂອງ ເພິ່ນນັ້ນນະ".
ທ່ານກ່າວ ຕໍ່ໄປວ່າ ບໍຣິສັດ ດັ່ງກ່າວ ໃຊ້ເນື້ອທີ່ ສຳຣວດ ຫາ ແຮ່ເຫລັກ, ແຮ່ ສັງກະສີ, ທອງ ແລະ ແຮ່ທາດ ອື່ນໆ 255 ຕາລາງ ກິໂລແມັດ. ໃນນັ້ນ ຈະເລັ່ງໃສ່ ແຮ່ເຫລັກ ເປັນຕົ້ນຕໍ. ຖ້າພົບວ່າ ມີແຮ່ທາດ ທີ່ວ່ານັ້ນ ຫຼາຍ ທາງແຂວງ ກໍຈະ ອະນຸຍາດ ໃຫ້ ບໍຣິສັດ ດັ່ງກ່າວ, ຕັ້ງ ໂຮງງານ ປຸງແຕ່ງ ເພື່ອຂາຍ ຜົລຜລິດ ໄປ ຕ່າງ ປະເທສ.
ທ່ານ ເວົ້າວ່າ ສຳລັບ ຣະຍະ ເວລາ ສຳປະທານ ແລະ ເປົ້າໝາຍ ຂອງການ ສົ່ງອອກ ນັ້ນ ຍັງບໍ່ທັນ ຮູ້ ຣາຍລະອຽດ. ແຕ່ເຣຶ່ອງ ຄົນງານ ທີ່ ຈະເຂົ້າ ເຮັດວຽກ ໃນ ໂຄງການ ນີ້ ຕາມແຜນ ແມ່ນຢາກໃຫ້ ທາງ ໂຄງການ ເອົາ ຄົນງານ ເມືອງກາສີ ນີ້ ເປັນຫຼັກ, ເພາະມີ ໂຮງຮຽນ ວິຊາຊີບ ດ້ານນີ້ ໃຫ້ ພຽງພໍ.
ມາເຖິງ ປັດຈຸບັນ ຢູ່ ເມືອງກາສີ ມີຊາວ ຕ່າງປະເທສ ເຂົ້າມາ ລົງທຶນ ດ້ານບໍ່ແຮ່ ຫຼາຍ ໂຄງການ ທັງກໍາລັງ ດໍາເນີນການ ຂຸດຄົ້ນ ແຮ່ທາດ ແລະ ກຳລັງ ສຳຣວດ ຢູ່ກໍມີ.