ໂຄງການຂຸດຖ່ານຫີນແຂວງ ເຊກອງ

ສິດນີ
2015.03.08
f-image ໂຄງການ ຂຸດຄົ້ນ ຖ່ານຫີນ ຂອງ ບໍຣິສັດ ຈີນ ທີ່ ເມືອງລະນາມ ແຂວງເຊກອງ
RFA

ໂຄງການ ຂຸດຄົ້ນ ຖ່ານຫີນ ຂອງ ບໍຣິສັດ ຈີນ ທີ່ ເມືອງ ລະນາມ ແຂວງ ເຊກອງ ຈະກວມ ເອົາດິນ ປູກຝັງ ຂອງ ຊາວບ້ານ ປະມານ 3 - 4 ບ້ານ ຊຶ່ງ ໃນ ປັດຈຸບັນ ທາງ ບໍຣິສັດ ກໍ ກຳລັງ ຮິບໂຮມ ຂໍ້ມູນ ເພື່ອ ຈ່າຍຄ່າ ຊົດເຊີຍ ໃຫ້ ຊາວບ້ານ ແຕ່ ຍັງບໍ່ຮູ້ ວ່າຈະຈ່າຍ ເທົ່າໃດ.

ການຂຸດຄົ້ນ ຖ່ານຫີນ ກໍຈະມີ ການຕັດໄມ້ ອອກຈາກ ພື້ນທີ່ ເຊັ່ນກັນ. ເຈົ້າຫນ້າທີ່ ທ່ານນຶ່ງ ເວົ້າວ່າ ບໍຣິສັດ ເອກຊົນ ຂອງຈີນ ໄດ້ ສຶກສາ ຄວາມ ເປັນໄປໄດ້ ໃນການ ສຳຣວດ ກໍ່ສ້າງ ໂຮງງານ ແປຮູບ ຖ່ານຫີນ ໃນ ເຂດ ເມືອງ ລະນາມ ໃນ ເນື້ອທີ່ ປະມານ 20 ພັນ ເຮັກຕາ ຊຶ່ງ ທາງ ບໍຣິສັດ ຄາດວ່າ ຈະມີການ ຂຸດຄົ້ນ ຢ່າງ ແທ້ຈີງ ໃນປີ 2016. ດັ່ງ ທ່ານ ກ່າວວ່າ:

"ບໍຣິສັດ ST ໄຟຟ້າ ຂອງ ຈີນນະ 228 ກິໂລຕາແມັດ ຫັ້ນແຫລະ ປີ 2014 ເພີ່ນເລີ້ມ ສຳຣວດ ແຕ່ ປີກາຍ ກັບ ປີນີ້ ມັນກະໄດ້ 2 ປີ ແລ້ວ ບົດວິພາກ ເພິ່ນສຳຣວດ 3 ປີ ເນາະ ແລ້ວເພິ່ນ ຊິເລັ່ງ ໃຫ້ໄດ້ ແຕ່ 2 ປີ ຫວ່າງ 2 ອາທິດ ຫລັງ ກະຊວງ ຊັພຍາກອນ ເຮົານີ້ນະ ໄປກວດບໍ່ ສຸດທ້າຍ ເພິ່ນຫັ້ນ".

ທ່ານ ກ່າວ ຕື່ມວ່າ ໂຄງການ ຂຸດຄົ້ນ ຖ່ານຫີນ ແຫ່ງນີ້ ໄດ້ຮັບ ອະນຸມັດ ການ ສຳປະທານ ຈາກ ຣັຖບານ ລາວ ແລະ ກໍສາມາດ ດຳເນີນການ ໄດ້ ເຖິງແມ່ນວ່າ ປັດຈຸບັນ ທາງການລາວ ຈະມີ ຄຳສັ່ງ ໂຈະ ຫລາຍ ໂຄງການ ກໍ່ຕາມ ແຕ່ບາງ ໂຄງການ ຍັງ ສາມາດ ເຮັດໄດ້ ຢູ່.

ທີ່ ແຂວງ ເຊກອງ ນອກຈາກ ການຂຸດຄົ້ນ ຖ່ານຫີນ ທີ່ ເມືອງ ລະນາມ ແລ້ວ ເມືອງ ທ່າແຕງ ແລະ ເມືອງກະລືມ ກໍຈະມີ ການ ຂຸດຄົ້ນ ຖ່ານຫີນ ເຊັ່ນກັນ ໂດຍ ບໍຣິສັດ ພອນສັກ ຂອງລາວ ຊຶ່ງ ຈະມີການ ໃຊ້ ເນື້ອທີ່ 1 ແສນ ເຮັກຕາ ແລະ ຈະມີການ ໂຍກຍ້າຍ ຊາວບ້ານ ເປັນ ຈຳນວນ ຫລວງຫລາຍ. ນັກ ສັງເກດ ການ ເວົ້າວ່າ ການຂຸດຄົ້ນ ແຮ່ ຖ່ານຫີນ ຂອງ ບໍຣິສັດ ພອນສັກ ອາດ ເປັນການ ຕັດໄມ້ ເພື່ອ ສົ່ງອອກ ໄປຂາຍ ຫລາຍກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.