ຈີນ ຍັງບໍ່ຈ່າຍເງິນ ຄົນງານລາວເທື່ອ
2021.09.18

ມາເຖິງປັດຈຸບັນ ນາຍຈ້າງ ທີ່ເປັນບໍຣິສັດຈີນ ຊຶ່ງກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ເຂດ ບ້ານດົງໂພນແຮ່ ແລະ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຍັງບ່າຍບ່ຽງ ບໍ່ຈ່າຍເງິນເດືອນ ໃຫ້ຄົນງານລາວ ທີ່ເຮັດວຽກໃຫ້ ມາໄດ້ ເດືອນປາຍແລ້ວ ເຮັດໃຫ້ ພວກຄົນງານ ຫຼາຍຄົນ ເຊົາເຮັດວຽກໄປ ຈົນກວ່າວ່າ ຈະໄດ້ຮັບ ເງິນເດືອນ ນັ້ນກ່ອນ ໃນຂະນະທີ່ວຽກ ຊຶ່ງພວກເຂົາເຈົ້າ ໄດ້ຖືກມອບໝາຍ ຈາກນາຍຈ້າງນັ້ນ ໄດ້ເຮັດ ສໍາເຣັດແລ້ວ ດັ່ງຫົວໜ້າ ຄົນງານລາວ ຢູ່ເຂດ ດົງໂພນແຮ່ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ກັນຍານີ້ວ່າ:
“ມື້ວານນີ້ ລາວກະມາ ບ່ອນເຮັດວຽກ ເວົ້າວ່າ ສິມາຈ່າຍ ຄົນຈີນ ເຂົາກະໄດ້ ໂທຫາກັນ ລາວ ກະມາຕອນຫົວຄໍ່າຫັ້ນ ມາກະວ່າ ສິຈ່າຍໆ ບາດນີ້ ດຶງເວລາ ຈົນຮອດ 11 ໂມງກາງຄືນ ນັດໃຫ້ລາວ ມາມື້ນີ້ ຕອນເຊົ້າ ປານນີ້ ລາວກະຍັງ ບໍ່ທັນມາ.”
ທ່ານກ່າວຕື່ມວ່າ ການໂອ້ລົມ ກັບນາຍຈ້າງ ຄົນຈີນ ໃນຕອນກາງຄືນ ຂອງມື້ວັນທີ 16 ກັນຍານີ້ ທາງຝ່າຍນາຍຈ້າງ ອ້າງວ່າ ມີເງິນບໍ່ພໍ ທີ່ຈະຈ່າຍ ໃຫ້ຄົນງານລາວ ແລະ ໄດ້ສເນີ ໃຫ້ກຸ່ມຄົນງານລາວ ເອົາຣົດໃຫຍ່ ຂອງຂະເຈົ້າ ໄປຈໍານໍາ ເພື່ອເອົາເງິນ ມາເປັນເງິນເດືອນ ສ່ວນນຶ່ງກ່ອນ. ການໂອ້ລົມກັນນັ້ນ ໄດ້ຍືດເຍື້ອ ແຕ່ບໍ່ສາມາດ ຕົກລົງກັນໄດ້ ແລະ ນັດໂອ້ລົມກັນອີກ ເທື່ອນຶ່ງ ໃນຕອນເຊົ້າ ຂອງວັນທີ 17 ກັນຍານີ້. ແຕ່ເມື່ອເຖິງ ເວລານັດໝາຍ ນາຍຈ້າງຈີນ ກໍຍັງບໍ່ມາພົບ ຈົນຮອດດຽວນີ້.
ຄົນງານລາວນາງນຶ່ງ ທີ່ເຮັດວຽກກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ບ້ານດົງໂພນແຮ່ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ປັດຈຸບັນ ນາງຢຸດເຮັດວຽກ ແລະ ພັກຜ່ອນ ຢູ່ບ່ອນພັກຄົນງານ, ຖ້າຫາກໄດ້ເງິນເດືອນ ຈາກນາຍຈ້າງຈີນແລ້ວ ກໍຈະໃຊ້ ເປັນຄ່າຣົດ ເດີນທາງ ກັບເມືອບ້ານ ຢູ່ແຂວງຫຼວງພຣະບາງ ແລະ ຈະບໍ່ກັບມາ ເຮັດວຽກ ໃນໂຄງການນີ້ອີກ:
“ຍັງບໍ່ຮູ້ແນວ ສິເຮັດ ຄັນໄດ້ເງິນແລ້ວ ສິເມືອບ້ານ ຖ້າ 2 ບ່ອນນີ້ແຫລະ ເຮັດວຽກ ຢູ່ຫລັກ 21 ກະຍັງ ບໍ່ໄດ້ເດ໋ ຄັນວ່າໄ ດ້ບ່ອນນີ້ ແລ້ວກະແຖວຫລັກ 21 ໃຫ້ມັນ ໄດ້ຄົບແລ້ວ ກະສິ ເມືອບ້ານ.”
ແລະຄົນງານລາວ ຈໍານວນນຶ່ງ ທີ່ເຮັດວຽກ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ເຂດບ້ານດົງໂພສີ ທີ່ປະສົບບັນຫາ ຖືກນາຍຈ້າງ ບໍ່ຈ່າຍເງິນເດືອນ ໃຫ້ຄືກັນນັ້ນ ມາຮອດມື້ນີ້ ບາງຄົນ ກໍຍັງລໍຖ້າ ເງິນນັ້ນຢູ່ ແລະຫຼາຍຄົນ ກໍໄດ້ລາອອກໄປແລ້ວ ໂດຍບໍ່ລໍຖ້າ ເອົາເງິນເດືອນອີກ. ແຕ່ມີຜູ້ໃຈບຸນ ຈໍານວນນຶ່ງ ໃຫ້ການຊ່ອຍເຫລືອ ໃຫ້ເຂົ້າ ໃຫ້ນໍ້າ ແລະ ເງິນເລັກນ້ອຍ ແກ່ພວກເຂົາເຈົ້າ ເພື່ອຊ່ອຍ ບັນເທົາທຸກ, ອີງຕາມ ຄໍາເວົ້າ ຂອງຄົນງານລາວ ຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ກັນຍານີ້:
“ບໍ່ຮູ້ເຫດຜົລເລີຍ ເຈົ້າ ມັນໜ້າ ຈະແບບໂກງກິນ ແຮງງານເຮົາ ເລີຍນະ ເຈົ້າ ທວງ ກະແບບບໍ່ເຫັນ ຕົວເລີຍ ກະບໍ່ຄ່ອຍ ເຂົ້າມາ ຍັງແຕ່ນ້ອງ ເພາະວ່າ ທີ່ເຫລືອ ພວກກຸ່ມ ຂອງນ້ອງເຂົາ ໜີໄປ ນ້ອງກະມີເມັຽ ລະກະມີ ເຄື່ອງຫຼາຍຢ່າງ ກະມີຄົນ ເຂົ້າມາຊ່ວຍເຫລືອ ໜ້ອຍນຶ່ງແລ້ວ ເຈົ້າ.”
ກ່ຽວກັບ ເຣື່ອງດັ່ງກ່າວ ຜູ້ຊ່ຽວຊານ ດ້ານກົດໝາຍ ແຮງງານທ່ານນຶ່ງ ເວົ້າວ່າ ກໍຣະນີ ທີ່ເກີດຂຶ້ນນັ້ນ ຄົນງານລາວ ສາມາດ ຮ້ອງຮຽນ ຕໍ່ພາກສ່ວນ ທີ່ກ່ຽວຂ້ອງ ໄດ້ໂດຍກົງ ຍ້ອນເປັນ ການສໍ້ກົງເງິນເດືອນ ແບບບໍ່ມີ ເຫດຜົລ ຄັກແນ່ ແລະ ຖ້າຫາກວ່າ ນາຍຈ້າງຈີນ ຕັ້ງໃຈ ບໍ່ຈ່າຍເງິນ ເດືອນໃຫ້ແທ້ ກໍຖືວ່າ ຜິດກົດໝາຍ ແຮງງານລາວ:
“ກະມີ ສິດຮ້ອງຟ້ອງ ຕາມກົດໝາຍ ຮ້ອງຟ້ອງໄດ້ ທວງເອົາ ຄ່າແຮງງານ ຕ້ອງດໍາເນີນ ຕາມຂັ້ນຕອນ ຂອງກົດໝາຍໄດ້ ຖ້າວ່າ ເຂົາບໍ່ຈ່າຍເງິນ ແມ່ນດໍາເນີນໄດ້ ດໍາເນີນ ຄະດີໄດ້.”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຫາ ຫ້ອງການ ສັນຕິບານ ເມືອງຫາດຊາຍຟອງ ແລະ ບໍຣິສັດ ທາງຣົດໄຟ ລາວ-ຈີນ ຈໍາກັດ ເພື່ອຂໍຮູ້ ຣາຍລະອຽດ ກ່ຽວກັບ ບັນຫາດັ່ງກ່າວ ແຕ່ເຈົ້າໜ້າທີ່ ບໍ່ສະດວກ ທີ່ຈະໃຫ້ ຄໍາເຫັນ.
ແຕ່ເຖິງຢ່າງໃດ ກໍຕາມ, ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດິການສັງຄົມ ຜູ້ຂໍ ສງວນຊື່ ແລະ ສຽງທ່ານນຶ່ງ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ກັນຍານີ້ວ່າ ບັນຫາ ທີ່ເກີດຂຶ້ນ ກັບຄົນງານລາວຢູ່ 2 ເຂດນັ້ນ ມາຮອດມື້ນີ້ ທາງກະຊວງ ຍັງບໍ່ທັນ ໄດ້ຮັບ ຂໍ້ມູນເທື່ອ ແລະ ຍັງບໍ່ມີ ພາກສ່ວນໃດ ຣາຍງານ ເຂົ້າມາ ໃຫ້ຊາບ. ແຕ່ກໍ ຢາກແນະນໍາ ໃຫ້ຄົນງານລາວ ຜູ້ເສັຽຫາຍ ຂຽນໜັງສື ຮ້ອງຮຽນ ມາຍັງ ກະຊວງແຮງງານ ແລະ ສວັດດິການສັງຄົມ ເພື່ອທາງກະຊວງ ຈະໄດ້ ດໍາເນີນການ ຕາມຂັ້ນຕອນ ຢ່າງເປັນທາງການໃຫ້.
ໃນຕອນບ່າຍ ຂອງມື້ວັນທີ 17 ກັນຍານີ້ ຄົນງານລາວ ປະມານ 10 ປາຍຄົນ ຢູ່ເຂດບ້ານດົງໂພນແຮ່ ໄດ້ພາກັນ ໄປທວງ ຂໍເງິນເດືອນ ຢູ່ໜ້າຫ້ອງການ ຂອງນາຍຈ້າງຈີນ ແຕ່ນາຍຈ້າງ ບໍ່ມາປາກົດຕົວ. ແຕ່ເຖິງຢ່າງໃດ ຄົນງານກຸ່ມດັ່ງກ່າວ ກໍຢືນຢັນວ່າ ຈະພາກັນ ມາທວງເອົາ ເງິນເດືອນ ທຸກມື້ ຈົນກວ່າວ່າ ພາກສ່ວນ ທີ່ກ່ຽວຂ້ອງ ຈະເຂົ້າມາ ຊ່ອຍແກ້ໄຂ.
ແລະມີຣາຍງານ ຕື່ມອີກວ່າ ຄົນງານລາວ ຈໍານວນນຶ່ງ ທີ່ເຮັດວຽກ ກໍ່່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ບ້ານດົງໂພນແຮ່ ໄດ້ຮັບເງິນເດືອນ ທີ່ນາຍຈ້າງຈີນ ຕິດຄ້າງນັ້ນ ແລ້ວບາງສ່ວນ ໃນມື້ວັນທີ 16 ກັນຍານີ້ ແຕ່ກໍບໍ່ມີ ຣາຍລະອຽດວ່າ ມີຈັກຄົນໄດ້ຮັບ ແລະ ຈັກຄົນ ທີ່ຍັງບໍ່ທັນໄດ້ຮັບ.
ຄົນງານລາວ ທີ່ຍັງບໍ່ໄດ້ຮັບ ເງິນເດືອນ ຈາກນາຍຈ້າງຈີນ ໃນໂຄງການ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ເຂດບ້ານດົງໂພສີ ແລະ ບ້ານດົງໂພນແຮ່ ທັງໝົດຢ່າງໜ້ອຍ 100 ປາຍຄົນ ຮວມເງິນເດືອນ ທັງໝົດ ບໍ່ຕໍ່າກວ່າ 100 ປາຍລ້ານກີບ. ສ່ວນໃຫຍ່ ເປັນຄົນງານ ທີ່ມາຈາກ ຕ່າງແຂວງ ເປັນຕົ້ນ ແຂວງຫຼວງພຣະບາງ, ອຸດົມໄຊ, ໄຊຍະບູຣີ. ສ່ວນຄົນງານ ຈາກຕ່າງປະເທດ ກໍມີຈີນ ແລະວຽດນາມ ທີ່ໄດ້ຮັບ ເງິນເດືອນ ເປັນປົກກະຕິຢູ່.