ເຈົ້າຂອງໂຮງງານຊິເມັນ ຈີນ ຖືກສົ່ງຂຶ້ນສານ

ຄົນງານລາວ 100 ປາຍຄົນ ໃນຈໍານວນ 300 ປາຍຄົນ ນັ້ນໄປໂຮມກັນປະທ້ວງ ຢູ່ໜ້າບ້ານພັກຄຸນໝິງ ເພື່ອທວງຖາມເອົາເງິນ ຄ່າແຮງງານ ຈາກ ບໍຣິສັດເກັດທາວລາວ ຈໍາກັດ ຊຶ່ງເປັນຂອງ ນັກລົງທຶນຈີນ
ຄົນງານລາວ 100 ປາຍຄົນ ໃນຈໍານວນ 300 ປາຍຄົນ ນັ້ນໄປໂຮມກັນປະທ້ວງ ຢູ່ໜ້າບ້ານພັກຄຸນໝິງ ເພື່ອທວງຖາມເອົາເງິນ ຄ່າແຮງງານ ຈາກ ບໍຣິສັດເກັດທາວລາວ ຈໍາກັດ ຊຶ່ງເປັນຂອງ ນັກລົງທຶນຈີນ (ນັກຂ່າວພົລເມືອງ)

0:00 / 0:00

ເຈົ້າໜ້າທີ່ ຄະນະສະເພາະກິຈ ແຂວງຫຼວງພຣະບາງ ກໍາລັງດໍາເນີນຄະດີ ກັບຄົນຈີນ ທີ່ເປັນເຈົ້າຂອງໂຮງງານ ຜລິດຊິເມັນ ເກັດ ທາວ ລາວ ຈໍາກັດ ຕັ້ງຢູ່ບ້ານ ໂພນມະນີ ເມືອງນໍ້າບາກ ຍ້ອນວ່າ ເຈົ້າຂອງໂຮງງານດັ່ງກ່າວ ໄດ້ຕິດຄ້າງເງິນເດືອນ ຂອງເດືອນ ພຶສຈິກາ ປີ 2020 ຂອງຄົນງານ ປະມານ 180 ຄົນ ຮວມເປັນເງິນທັງໝົດ ປະມານ 400 ປາຍລ້ານກີບ, ດັ່ງເຈົ້າໜ້າທີ່ ຢູ່ໃນຄະ ນະທີ່ກ່ຽວຂ້ອງ ກັບການແກ້ໄຂບັນຫາດັ່ງກ່າວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 01 ເມສາ ນີ້ວ່າ:

“ເຈົ້າຂອງໂຮງງານນີ້ ມັນກະແມ່ນຄົນຈີນໂດຍຕົງເນາະ, ປັດຈຸບັນນີ້ ຖືວ່າຖືກກັກໂຕແລ້ວເນາະ, ໝາຍຄວາມວ່າ ກ່ຽວກັບວຽກ ໂຕນີ້ ແມ່ນເພິ່ນ ໄດ້ສັງລວມຂໍ້ມູນ ສັ່ງຟ້ອງຫາສານແລ້ວ, ໝາຍຄວາມວ່າ ລໍໃຫ້ສານ ຫັ້ນພິຈາຣະນາ ແລະ ຕັດສິນຄະດີ ແລ້ວ ກໍແກ້ໄຂບັນຫາໂຕນີ້.”

ທ່ານກ່າວຕື່ມວ່າ ສໍາລັບຄົນງານຈໍານວນດ່ັງກ່າວ ທີ່ກໍາລັງລໍຖ້າເງິນເດືອນຢູ່ນັ້ນ ກໍຢາກໃຫ້ອົດທົນໄປກ່ອນ ເຊິ່ງທາງການຮັບປາກວ່າ ຈະຊ່ອຍແກ້ໄຂ ໃຫ້ເຈົ້າຂອງໂຮງງານ ຄົນດັ່ງກ່າວ ຈ່າຍເງິນທີ່ຕິດຄ້າງໃຫ້ຄົນງານແນ່ນອນ ຄັນມີຄໍາສັ່ງຂອງສານ ອອກມາ ແບບ ເປັນທາງການແລ້ວ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ສານປະຊາຊົນ ແຂວງຫຼວງພຣະບາງ ເພື່ອຖາມຄວາມຄືບໜ້າເພີ່ມຕື່ມ, ແຕ່ບໍ່ມີ ເຈົ້າໜ້າທີ່ທ່ານໃດ ສາມາດໃຫ້ຂໍ້ມູລຕື່ມໄດ້.

ຄົນງານຄົນນຶ່ງ ທີ່ເຄີຍເຮັດວຽກ ໃນໂຮງງານດັ່ງກ່າວ ແລະຍັງບໍ່ໄດ້ເງິນເດືອນ ເວົ້າວ່າ ຕົນກໍມີຄວາມຫວັງ ວ່າຈະໄດ້ຮັບເງິນເດືອນ ໃນອີກບໍ່ດົນນີ້ ຍ້ອນວ່າ ທາງພາກສ່ວນກ່ຽວຂ້ອງ ກໍາລັງແກ້ໄຂໃຫ້ຢູ່ ແລະຮັບປາກວ່າ ຈະຫາວິທີໃຫ້ນາຍຈ້າງ ຈ່າຍເງິນເດືອນ ໃຫ້ ຢ່າງແນ່ນອນ ເຮັດໃຫ້ຮູ້ສຶກສະບາຍໃຈ ຫຼາຍຂຶ້ນກວ່າແຕ່ກ່ອນ:

“ບັນຫາໂຕນີ້ ມັນຂະເຈົ້າກໍາລັງພິຈາຣະນາ ເພິ່ນວ່າຊິໃຫ້ ກໍາລັງຊິໃຫ້ຢູ່ແລ້ວ, ຕອນນີ້ເພິ່ນຍັງບໍ່ໄດ້ວ່າມື້ໃດ ແຕ່ວ່າເພິ່ນກະຕົກລົງວ່າ ຊິຈ່າຍໃຫ້ແລ້ວ.”

ໃນຂນະທີ່, ຄົນງານອີກຄົນນຶ່ງ ເວົ້າວ່າ ຫຼັງຈາກອອກວຽກ ຈາກໂຮງງານດ່ັງກ່າວ ມາຮອດປັດຈຸບັນ ຕົນຍັງບໍ່ໄດ້ ໄປຊອກເຮັດວຽກ ຢູ່ບ່ອນອື່ນເທື່ອ ເພາະຕ້ອງ ລ້ຽງລູກຊ່ອຍເມັຍກ່ອນ, ແຕ່ກໍຍັງບໍ່ໝັ່ນໃຈວ່າ ຈະໄດ້ຮັບເງິນເດືອນທີ່ຕິດຄ້າງຢູ່ ນັ້ນເມື່ອໃດ:

“ເງື່ອນໄຂ ໃນຄອບຄົວມັນກະບໍ່ມີເນາະ ໄປໄກກະບໍ່ໄດ້ ເພາະວ່າ ເມັຍເຮົາກໍໄດ້ລູກ ດຽວນີ້ ທາງເຮົາກະບໍ່ຮູ້ຂ່າວເນາະ, ເພາະວ່າ ຂະເຈົ້າກະປິດລັບ, ຂະເຈົ້າກະບໍ່ໄດ້ສົ່ງຂ່າວຄາວແມ່ນຫຍັງ. ກ່ຽວກັບວ່າ ຂະເຈົ້າເປັນແນວໃດຫັ້ນນະ ຍັງຫຼາຍຄົນ ກັມມະກອນທຸກຄົນ ກະມີແຕ່ຖ້າເງິນເດືອນນີ້ແຫຼະ.”

ຢ່າງໃດກໍຕາມ ໂຮງງານຜລິດ ຊິເມັນດັ່ງກ່າວ ໄດ້ກັບມາເປີດທໍາການຜລິດ ຊິເມັນອີກເທື່ອນຶ່ງ ນັບແຕ່ທ້າຍເດືອນ ກຸມພາປີນີ້ ເປັນ ຕົ້ນມາ, ແຕ່ໄດ້ປ່ຽນຊື່ໂຮງງານໃໝ່ ເປັນໂຮງງານ ຜລິດຊິເມັນ ຈ້ຽງເກີ ໂດຍມີເຈົ້າຂອງເປັນຄົນຈີນຜູ້ໃໝ່ ເຂົ້າມາບໍຣິຫານ ໂຮງງານ ແທນ ໂດຍບໍ່ມີຄວາມກ່ຽວຂ້ອງ ກັບເຈົ້າຂອງໂຮງງານ ຄົນເກົ່າ ເຊິ່ງຂະເຈົ້າ ໄດ້ເອີ້ນອະດີດຄົນງານ ທີ່ເຄີຍເຮັດວຽກ ໃນໂຮງງານ ແຫ່ງນີ້ ກັບເຂົ້າມາເຮັດວຽກອີກເທື່ອນຶ່ງ, ດັ່ງຄົນງານ ອີກຄົນນຶ່ງ ທີ່ກັບເຂົ້າໄປເຮັດວຽກ ໃນໂຮງງານນີ້ຄືນ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

"ເພິ່ນກະເອີ້ນມາ ມາເຮັດວຽກຕາມປົກກະຕິ ຄືເກົ່າຫັ້ນແຫຼະ, ທາງຫົວໜ້າເພິ່ນກະບໍ່ໄດ້ບອກແມ່ນຫຍັງ ຫາກະເຂົ້າໄດ້ 2 ມື້ນະ ໂຕ ເກົ່າ ເຂົາຫັ່ນຍັງຄ້າງຢູ່ ເພາະວ່າ ບໍຣິສັດເກັດທາວ ບໍ່ໄດ້ຈ່າຍໃຫ້ເດືອນ 11 ຫັ້ນ.”

ກ່ອນໜ້ານີ້ ຄືໃນວັນທີ 22 ເດືອນ ກຸມພາ ທີ່ຜ່ານມາ ຄົນງານປະມານ 100 ປາຍຄົນ ໄດ້ໄປເຕົ້າໂຮມກັນ ຢູ່ໜ້າເຮືອນພັກຄຸນໝິງ ເພື່ອທວງຖາມ ຂໍເງິນເດືອນຂອງເດືອນພຶສຈິກາ ປີ 2020, ແຕ່ທາງເຈົ້າໜ້າທີ່ຂັ້ນບ້ານ ແລະຂັ້ນເມືອງ ໄດ້ລົງພື້ນທີ່ໄປໄກ່ເກັ່ຽ ໃຫ້ ຄົນງານດ່ັງກ່າວ ພາກັນກັບບ້ານໄປກ່ອນ ແລະ ຮັບປາກວ່າ ຈະແກ້ໄຂໃຫ້.

ອະດີດຄົນງານ ທີ່ເຄີຍເຮັດວຽກ ກັບໂຮງງານ ຜລິດຊິເມັນ ເກັດທາວ ລາວ ຈໍາກັດ ເຄີຍເວົ້າກັບວິທຍຸເອເຊັຽ ເສຣີວ່າ ເຫດການນີ້ ບໍ່ແມ່ນເຫດການທໍາອິດ ທີ່ນາຍຈ້າງໃຫ້ເງິນເດືອນຫຼ້າຊ້າ ກ່ອນໜ້ານັ້ນ ກໍເຄີຍເກີດຂຶ້ນຫຼາຍເທື່ອແລ້ວ, ໂດຍຄົນງານຕ້ອງພາກັນ ໄປ ທວງຢູ່ຫ້ອງການ ບໍຣິຫານວຽກ ໃນໂຮງງານດັ່ງກ່າວ ຜູ້ເປັນນາຍຈ້າງ ຂ້ອນຂ້າງ ເວົ້າຈາຮຸນແຮງ ແລະ ຮ້າຍໃສ່ຄົນງານລາວ ທີ່ເຮັດ ວຽກບໍ່ໄດ້ດັ່ງໃຈຂະເຈົ້າ.

ໃນໄລຍະທໍາອິດ ໂຮງງານຜລິດຊິເມັນ ດັ່ງກ່າວ ເຄີຍໃສ່ຊື່ວ່າ ໂຮງງານ ຜລິດຊິເມັນ ຫຼວງພຣະບາງ ຈໍາກັດ ໂດຍມີຊາວຈີນ ເປັນ ເຈົ້າຂອງ ຊຶ່ງເມື່ອວັນທີ່ 5 ເດືອນ ຕຸລາ ປີ 2019 ທາງໂຮງງານ ໄດ້ລະເບີດຫິນຜາ ເຮັດໃຫ້ເສດຫິນ ຕົກໃສ່ເຮືອນ ຂອງຊາວບ້ານ ຈໍານວນ ປະມານ 90 ຫຼັງຄາ ມີຄົນເສັຽຊີວິດ 1 ຄົນ ແລະບາດເຈັບອີກ 23 ຄົນ ແລະ ຫຼັງຈາກ ເຫດການດັ່ງກ່າວ ເປັນຕົ້ນມາ ເຈົ້າຂອງໂຮງງານຄົນເກົ່າ ກໍໄດ້ຂາຍໂຮງງານ ໃຫ້ແກ່ຊາວຈີນ ຄົນໃໝ່ ແລະໄດ້ປ່ຽນຊື່ມາເປັນ ໂຮງງານຜລິດຊິເມັນ ເກັດທາວ ລາວ ຈໍາກັດ ແລະ ຕໍ່ມາ ໄດ້ເກີດບັນຫາ ເຣື່ອງຕິດຄ້າງເງິນເດືອນ ຈົນກາຍມາເປັນ ໂຮງງານຜລິດຊິເມັນ ຈ້ຽງເກີ ໃນປັດຈຸບັນ.