ຂ.ຫຼວງນ້ຳທາຍັງຕັດໄມ້ ໄປຈີນ
2015.07.14
ການ ຕັດໄມ້ ຂອງ ນັກລົງທືນ ຈີນ ຢູ່ ເມືອງລອງ ແຂວງ ຫຼວງນ້ຳທາ ຍັງ ສືບຕໍ່, ເຖິງ ແມ່ນວ່າ ກົດໝາຍ ລາວ ຈະ ກຳນົດ ໃຫ້ ມີການ ປິດປ່າ ໃນ ວັນທີ 1 ເດືອນ 6 ໃນ ແຕ່ລະ ປີ ກໍຕາມ, ຊຶ່ງ ໃນ ປັດຈຸບັນ ປາກົດ ວ່າ ຣົດ ຂົນໄມ້ ອອກຈາກ ປ່າ ຈະ ເຫັນຢູ່ ທຸກໆມື້, ແລະ ສນາມ ບ່ອນ ເກັບໄມ້ ກໍຢູ່ໃນ ເຂດ ບ້ານ ຊຽງກົກ ເມືອງ ລອງ ທີ່ມີ ໄມ້ ສະສົມ ກອງໄວ້ ຢ່າງ ຫຼວງຫຼາຍ.
ປະຊາຊົນ ທ້ອງຖິ່ນ ກໍຍັງ ຂ້ອງໃຈ ກັບ ບໍຣິສັດ ຈີນ ທີ່ ໄດ້ ຮັບ ສຳປະທານ ຕັດໄມ້ ເລີ້ມແຕ່ ປີ 2006 ເປັນ ຕົ້ນມາ ຈົນຮອດ ປັດຈຸບັນ ວ່າ, ເປັນຫຍັງ ຣັຖບານ ຈຶ່ງ ອະນຸຍາດ ໃຫ້ ຕັດ ຫຼາຍແທ້ ແລະ ບໍ່ມີ ສິ້ນສຸດ ຈັກເທື່ອ.
ນອກຈາກ ນັ້ນ ປ່າໄມ້ ທີ່ ບໍຣິສັດ ຈີນ ໄດ້ ຮັບ ສຳປະທານ ນັ້ນ ປະຊາຊົນ ທ້ອງຖີ່ນ, ກໍ ບໍ່ມີ ສິດ ເຂົ້າໄປໃກ້ ໄດ້. ໄມ້ ທີ່ ຖືກຕັດ ແລ້ວ ຈະ ສົ່ງເຂົ້າ ໂຮງເລື່ອຍ ທີ່ ເມືອງລອງ ແລະ ເມືອງສີງ ເພື່ອ ຕັດ ເປັນທ່ອນ ກ່ອນ ຈະສົ່ງ ໄປ ຈີນ.
ການ ຂົນສົ່ງ ໄມ້ ໃນເຂດ ດັ່ງກ່າວ ສ້າງຄວາມ ເສັຽຫາຍ ໃຫ້ ຖນົນ ຫົນທາງ ໃນ ຫຼາຍຈຸດ ຍ້ອນ ບັນທຸກ ເກີນ ນ້ຳໜັກ, ບັນຫາ ນີ້ ກໍບໍ່ມີ ໜ່ວຍງານ ໃດ ອອກມາ ກວດກາ ແລະ ແກ້ໄຂ, ປ່ອຍ ໃຫ້ ບໍຣິສັດ ຈີນ ເຮັດຕາມ ລຳພັງ, ຊຶ່ງ ສ້າງຄວາມ ເດືອດຮອ້ນ ໃຫ້ ປະຊາຊົນ ທ້ອງຖິ່ນ. ທາງການ ແຂວງ ບໍ່ມີການ ປາບປາມ ຣົດ ຂົນໄມ້ ຂອງຈີນ ເລີຍ.
ນັກ ຂ່າວ ວິທຍຸ ເອເຊັຽ ເສຣີ ກໍໄດ້ ສອບຖາມ ໄປຍັງ ເຈົ້າຫນ້າທີ່ ກ່ຽວຂ້ອງ ແຕ່ ກໍຖືກ ປະຕິເສດ ທີ່ ຈະໃຫ້ ຂໍ້ມູນ.