ບໍຣິສັດຈີນຈະຊົດເຊີຍ ຊາວບ້ານ

ໄມຊູລີ
2017.10.04
F-Sam-neua ເມືອງຊໍາເໜືອ ແຂວງຫົວພັນ
Public Domain

ບໍຣິສັດ CCF ຂອງຈີນ ທີ່ສ້າງໂຮງງານໄຟຟ້າ ຖ່ານຫິນ ຢູ່ບ້ານຫ້ວຍຄົງ ເມືອງຊໍາເໜືອ ແຂວງຫົວພັນ ຮັບປາກ ກັບທາງການ ເມືອງຊໍາ- ເໜືອ ວ່າຈະຊົດເຊີຍ ຄ່າເສັຍຫາຍ ໃຫ້ແກ່ປະຊາຊົນ ບ້ານຫ້ວຍຄົງ ຈໍານວນ 40 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກການສ້າງ ໂຮງງານ ດັ່ງກ່າວ ໃນໄວໆນີ້ ຫລັງຈາກ ບໍຣິສັດ ໄດ້ຂຸດດິີນ ກອງໄວ້ ແຄມທາງ ທີ່ໄຫລລົງໃສ່ ພື້ນທີ່ ປູກເຂົ້າ ຂອງຊາວບ້ານ ຫຼາຍເຮັກຕ່າ. ດັ່ງ ເຈົ້າໜາທີ່ ເມືອງຊໍາເໜືອ ທ່ານໜື່ງ ກ່າວວ່າ:

“ຜົນກະທົບຕົ້ນຕໍກໍແມ່ນ ນາປຸກເຂົ້າ ກະແມ່ນເກັບກໍາຂໍ້ມູນ ແລ້ວປະເມີນ ຖ້າວ່າເສັຍ ເປັນຜົລປູກ ກໍອາສັຍຜົລປູກ ຖ້າວ່າ ເສັຍດິນໄຮ່ ດິນນາ ໄປຖາວອນ ຫັ້ນນະ ກໍຈະໄລ່ເປັນຄ່າ ຊົດເຊີຍ ທາງບໍຣິສັດ ເປັນຜູ້ຊົດເຊີຍ”.

ທ່ານວ່າ ປັຈຈຸບັນ ບໍຣິສັດຈິນ ກໍາລັງຄິດ ຄ່າການຊົດເຊີຍໃຫ້ ປະຊາຊົນ ອາດຈະຊົດເຊີຍ ເຄື່ອງປູກ ຫຼືເປັນເງິນກໍໄດ້ ຕາມຄວາມເໝາະສົມ ຂອງ ແຕ່ລະຄອບຄົວ ແຕ່ເຣື້ອງທີ່ວ່າ ຈະໄວຫຼືຊ້ານັ້ນ ຍັງບໍ່ມີກໍານົດເທື່ອ. ປັຈຈຸບັນ ດິນນາຂອງປະຊາຊົນ ຖືກດິນຖົມຢູ່ຄືເກົ່າ ເພາະບໍ່ມີຣົຖ ຈົກດິນ ມາຈົກອອກ.

ບໍຣິສັດ CCF ຂອງຈີນໄດ້ເຣີ້ມການສໍາຣວດ ໂຄງການ ມາແຕ່ ປີ 2012 ຫລ່າສຸດ ຢູ່ໃນຂັ້ນຕອນ ສ້າງໂຮງງານ ແລະຄ້າຍພັກເຊົາ ຂອງ ຄົນງານ ຄາດວ່າການສ້າງ ໂຮງງານແຫ່ງນີ້ ຈະສໍາເຣັດພາຍໃນປີ 2018. ການລົງທຶນຂອງບໍຣິສັດ ຕ່າງປະເທດຢູ່ເມືອງຊໍາເໜືອ ໄດ້ສ້າງ ຜົນກະທົບຕໍ່ ປະຊາຊົນເລື່ອຍມາ ຕົວຢ່າງໂຄງການ ສ້າງສນາມບິນ ໜອງຄ້າງ ໄດ້ເຮັດ ໃຫ້ ດິນຖົມໃສ່ ທົ່ງນາຊາວບ້ານ ຊື່ງຫາກໍມີການ ເຈຣະຈາ ຄ່າຊົດເຊີຍ ແກ່ປະຊາຊົນ ເມື່ອບໍ່ດົນມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.