ຣາຄາຢາງຢູ່ລາວດີຂຶ້ນ
2016.12.27
ບໍຣິສັດຢູນນານ ຂອງຈີນ ເຂົ້າມາຮັບຊື້ ຢາງພາຣາ ຈາກ ສະຫະກອນ ຢາງພາຣາ ແຂວງຫຼວງນ້ຳທາ 2 ພັນປາຍຕັນ ເມື່ອອາທິດ ທີ່ ຜ່ານມາ ຂນະທີ່ ຣາຄາຢາງ ຢູ່ແຂວງນີ້ ສູງຂຶ້ນເປັນ 8 ພັນກີບ ຕໍ່ກິໂລ ເຮັດໃຫ້ ປະຊາຊົນ ມີຣາຍໄດ້ ດີຂຶ້ນກວ່າ ແຕ່ກ່ອນ ທີ່ຂາຍ ໄດ້ພຽງ 2 ພັນກີບ ຕໍ່ກິໂລ. ຕາມຄຳເວົ້າ ຂອງຊາວສວນຢາງ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 27 ທັນວາ ນີ້ວ່າ:
"ຂາຍໃຫ້ບໍຣິສັດຈີນ ເພີ່ນເອົາໄປ ປ້ອນໂຮງງານ ຂອງເພີ່ນ ແລະເພີ່ນເຮັດ ເປັນຢາງ ສຳເຣັດຮູບ ເພີ່ນສິສົ່ງກັບ ປະເທສຈີນ ເພີ່ນ ມີໂຮງງານ ຕັ້ງຢູ່ຫຼວງນ້ຳທາ ນໍ ເພີ່ນເອົາປ້ອນ ໂຮງງານ ນີ້ແລ້ວ ສິສົ່ງ ເຂົ້າຈີນ".
ການຂາຍຢາງພາຣາ ຂອງຊາວສວນນີ້ ຈະຜ່ານທາງ ສະຫະກອນ ຢາງພາຣາ ແຂວງຫຼວງນໍ້ທາ ຫລື ຂາຍໃຫ້ ບໍຣິສັດ ໃດນຶ່ງ ທີ່ໃຫ້ ຣາຄາສູງ ຊຶ່ງສ່ວນຫຼາຍ ກໍແມ່ນຂາຍໃຫ້ ບໍຣິສັດຈີນ. ປັດຈຸບັນ ຣາຄາ ຢາງພາຣາ ຢູ່ປະເທສລາວ ດີຂຶ້ນ ທຽບໃສ່ ລະຍະດຽວກັນ ຂອງປີກາຍ. ດັ່ງຊາວສວນຢາງ ອີກຜູ້ນຶ່ງ ເວົ້າວ່າ:
"ຕົວນີ້ມັນເວົ້າບໍ່ໄດ້ນໍ ເຣຶ່ອງເສຖກິດນີ້ ມັນມີຂຶ້ນ ແລະລົງ ແຕ່ອີງໃສ່ຕົວ ໃນທີ່ຜ່າ ມານີ້ ມັນຮອດ ເວລາຂຶ້ນແລ້ວ".
ຢູ່ປະເທສລາວ ຣາຄາ ຢາງພາຣາ ຕ່ຳທີ່ສຸດ ບໍ່ເຖິງ 2,000 ກີບ ຕໍ່ກິໂລ ໃນປີ 2013 ຈົນເຮັດໃຫ້ ຣັຖບາລ ຖືເອົາເປັນ ສາເຫດນຶ່ງ ໃນ ການສັ່ງ ໂຈະການໃຫ້ ສຳປະທານ ທີ່ດິນ ປູກຢາງພາຣາ. ຕາມ ຕົວເລກຂອງ ທາງການລາວ ເມື່ອທ້າຍເດືອນ ສິງຫາ 2014, ແຂວງ ຫຼວງນໍ້າທາ ມີເນື້ອທີ່ ປູກຕົ້ນ ຢາງພາຣາ ເກືອບເຖິງ 30 ພັນເຮັກຕາ ແລະ ໃນຕົ້ນເດືອນ ກັນຍາ ຂອງປີດຽວກັນ ໃນ ແຂວງນີ້ມີ ໂຮງ ງານແປຮູບ ຢາງພາຣາ 6 ແຫ່ງ. 4 ແຫ່ງ ຢູ່ເມືອງນໍ້າທາ, ວຽງພູຄາ ແລະ ເມືອງສິງ; ແຫ່ງທີ 5 ຢູ່ ເມືອງລອງ ແລະ ແຫ່ງທີ 6 ຢູ່ ເມືອງນາແລ.