ອໍານາດເງິນຂອງຈີນໃນລາວ

ສິດນີ
2015.07.23
F-Thatluang ການກໍ່ສ້າງ ຕຶກ ອາຄານ ທີ່ ເຂດບຶງທາດຫລວງ ຂອງ ນັກລົງທຶນ ຈີນ
RFA/LX

ໃນ ຣະຍະ 10 ປີ ຜ່ານມາ ຈີນ ໄດ້ ທຸ້ມເທ ການລົງທຶນ ໃນລາວ ຢ່າງ ມະຫາສານ, ບໍ່ວ່າ ຈະເປັນ ການສ້າງ ເຂື່ອນ ໄຟຟ້າ ຂຸດຄົ້ນ ແຮ່ທາດ ປູກ ຕົ້ນໄມ້ ເສຖກິດ ສ້າງຫ້າງ ສັພພະສີນຄ້າ ຕຶກ ອາຄານ ໂຮງແຮມ ບ້ານພັກ ແລະ ອື່ນໆ ນັ້ນ ເພື່ອຫຍັງ?

ຈຸດປະສົງ ສ່ວນໃຫຍ່ ກໍແມ່ນ ເພື່ອ ຜົລປະໂຫຍດ ຣະຍະຍາວ ຂອງຈີນ ເອງ ທັງນັ້ນ, ຍ້ອນ ຈີນ ມີ ນະໂຍບາຍ ຂຍາຍ ອິດຕິພົລ ທາງດ້ານ ເສຖກິດ ການເມືອງ ແລະ ການຄ້າ ມາໃນ ຂົງເຂດ ແຫ່ງນີ້ ໃນ ທົສວັດ ຫນ້າ. ສຳລັບ ການສ້າງ ຫ້າງ ສັພພະສີນຄ້າ  ຕຶກ ອາຄານ ໂຮງແຮມ ຂນາດ 5 ດາວ ແລະ ຫ້າງ ຮ້ານ ຕ່າງໆ ນັ້ນ ກໍເລີ້ມຈາກ ຕລາດ ຊັງຈຽງ ທີ່ ຄຸ້ມ ອຸບມຸງ ນະຄອນ ຫຼວງວຽງຈັນ ໃນປີ 2007 ຕລາດ ແຫ່ງນີ້ ເປັນຕລາດ ທຳອິດ ຂອງ ຄົນຈີນ ໃນລາວ ແລະ ສີນຄ້າ ສ່ວນໃຫຍ່ ເກືອບວ່າ ທັງຫມົດ ແມ່ນ ມາຈາກ ຈີນ ພໍ່ຄ້າ ແລະ ແມ່ຄ້າ ກໍເປັນຄົນ ຈີນ ຄົນ ລາວ ເປັນພຽງ ແຕ່ ຄົນ ປັດກວາດ ເຝົ້າຍາມ ແລະ ແປ ພາສາ ໃຫ້ ເທົ່ານັ້ນ.

ແຕ່ ລູກຄ້າ ສ່ວນໃຫຍ່ ເປັນ ຄົນລາວ ແລະ ຄົນໄທ ສິນຄ້າ ໃນຕລາດ ແຫ່ງນີ້ ຣາຄາ ຈະສູງ ກວ່າ ຕລາດ ທັມມະດາ ໃນ ວຽງຈັນ. ຣາຍໄດ້ ຈາກການ ຂາຍເຄື່ອງ ທີ່ກຸ່ມ ພໍຄ້າ ແມ່ຄ້າ ໄດ້ຮັບ ຈະຝາກຢູ່ ທະນາຄານ ຈີນ ຫລື ສົ່ງ ກັບບ້ານ. ຕລາດ ຊັງຈຽງ ເປັນຕລາດ ແຫ່ງ ທຳອິດ ຂອງຈີນ ໃນລາວ ທີ່ ບໍ່ສ້າງ ຜົລ ປະໂຫຍດ ໃຫ້ແກ່ ຣັຖບານ ແລະ ຄົນລາວ ພໍເທົ່າໃດ. ເພາະ ສິນຄ້າ ລາວ ແລະ ຜລິຕພັນ ຈາກ ລາວ ບໍ່ຖືກ ນຳມາຂາຍ ຢູ່ບ່ອນນີ້ ຫລາຍ ປານໃດ.

ໂຄງການ ອັນທີ ສອງ ກໍ່ແມ່ນ ໂຄງການ ບຶງ ທາດຫລວງ ໂຄງການ ນີ້ແມ່ນ ສ້າງ ຕຶກ ອາຄານ ບ້ານພັກ ທີ່ ຫລຸຫລາ ສຳລັບ ຄົນ ທີ່ ມີເງີນ ສ່ວນໃຫຍ່ ຈະເປັນຄົນ ຈີນ ຫລື ຄົນ ຊາດອຶ່ນໆ ເພາະ ຈີນ ມີແຜນການ ຈະເອົາ ຄົນ ຂະເຈົ້າ ເຂົ້າມາ ອາສັຍ ຢູ່ໃນເຂດ ດັ່ງກ່າວ ຫລາຍ ສິບ ພັນຄົນ. ໂຄງການ ບຶງ ທາດຫລວງ ເປັນເຂດ ເສຖກິດ ພິເສດ, ນອກຈາກ ສ້າງ ຕຶກ ອາຄານ ແລ້ວ ຍັງຈະມີ ໂຮງແຮມ ຫ້າງ ສັພພະສິນຄ້າ ການ ທ່ອງທ່ຽວ ສວນ ສາທາຣະນະ ໂຮງຫມໍ ສາກົນ ແລະ ໂຮງຮຽນ ນານາ ຊາດ ຮ້ານອາຫານ ຄົບວົງຈອນ ນຳອີກ. ສ້າງໂດຍ ບໍຣິສັດ WAI FENG SHANGHAI REAL ESTATE CO.

ໃນການ ລົງທຶນ ກໍ່ສ້າງ ປະມານ 1.6 ຕື້ ໂດລາ ເລີ້ມສ້າງ ໃນ ປີ 2012 ດ້ວຍການ ສຳປະທານ 99 ປີ ກວມເອົາ ເນື້ອທີ່ ປະມານ 365 ເຮັກຕາ ຊາວບ້ານ ປະມານ 435 ຄອບຄົວ ໃນ ຈຳນວນ 8 ບ້ານ ທີ່ ເມືອງ ໄຊເສດຖາ ໄດ້ ຖືກ ໂຍກຍ້າຍ. ດັ່ງບ້ານ ໂນນແວ່ ຫນອງຫນ່ຽງ ໂນນຄໍ້ ເຫນືອ ໂພນທັນ ໂພນປ່າເປົ້າ ດອນກອຍ ຫນອງສວ່າງ ແລະ ຫນອງສງ່າ. ໂຄງການ ບຶງ ທາດຫລວງ ເປັນ ໂຄງການ ເມືອງໃຫມ່ ໃນລາວ ແຕ່ເປັນ ກັມມະສິດ ຂອງຈີນ, ຣັຖບານ ລາວ ແລະ ປະຊາຊົນ ລາວ ບໍ່ໄດ້ຮັບ ຜົລປະໂຫຍດ ຫຍັງຫລາຍ. ໂຄງການ ບຶງ ທາດຫລວງ ຈະໃຊ້ ເວລາ ສ້າງ ຣະຫວ່າງ 15 ຫາ 20 ປີ ແລະ ໃນ ຂັ້ນ ທຳອິດ, ບ້ານພັກ ຈະສ້າງ ໃຫ້ ແລ້ວ ໃນ ປີນີ້, ປັດຈຸບັນ ກໍ ປະກາດ ຂາຍ ແລ້ວ. ດັ່ງ ຄົນລາວ ທ່ານນຶ່ງ ເວົ້າວ່າ: ---ສຽງ--

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.