ທາງການຈີນ ມີແຜນການຈະໃຫ້ເງິນທຶນ ສໍາລັບໃຊ້ໃນການຂຍາຍ ສູນພັທນາສີມືແຮງງານ ແຂວງອຸດົມໄຊ ເພື່ອຮອງຮັບຜູ້ດ້ອຍໂອກາດ ແລະຜູ້ທີ່ມີຄວາມສົນໃຈທົ່ວໄປ ທີ່ອາສັຍຢູ່ເຂດທາງພາກເໜືອ ຂອງປະເທດລາວ ໃຫ້ໄດ້ຮັບການຝຶກວິຊາຊີບ ໂດຍສະເພາະ ສາຂາໄກ໋ດ໌ນໍາທ່ຽວພາສາຈີນ ສ່ວນນຶ່ງ ກໍເພື່ອຕອບສນອງ ຄວາມຕ້ອງການ ຂອງນັກລົງທຶນ ແລະນັກທ່ອງທ່ຽວຊາວຈີນ ທີ່ເດີນທາງເຂົ້າມາ ປະເທດລາວ ເຊິ່ງຄາດວ່າ ຈະສາມາດຮອງຮັບ ຜູ້ທີ່ຕ້ອງການຝຶກອົບ ວິຊາອາຊີບໄດ້ຫຼາຍຂຶ້ນ ຈາກແຕ່ກ່ອນ ທີ່ສາມາດຮອງຮັບໄດ້ພຽງ 200-300 ຄົນຕໍ່ປີ.
ດັ່ງເຈົ້າໜ້າທີ່ ຫ້ອງການແຮງງານ ແລະສວັດດີການສັງຄົມ ຢູ່ເມືອງໄຊ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 24 ສິງຫາ 2022 ນີ້ວ່າ:
"ບໍ່ສາມາດຮອງຮັບນັກຮຽນ ຂອງພາກເໜືອໄດ້ ແຕ່ລະປີທີ່ມາຮຽນຫັ້ນນ່າ 1,000-2,000 ຄົນຕໍ່ປີ. ທີ່ເພິ່ນຈະເພີ້ມຫັ້ນກໍມີຢູ່ ຊ່າງຈອດ ແລະກໍເສີມສວຍຕັດຜົມ ແລ້ວກະມີສາຂາ ໄກ໋ດ໌ນໍາທ່ຽວເນາະ, ການບໍຣິການທ່ອງທ່ຽວ, ມີໆພາສາຈີນນໍາ. ສ້າງຫຼັກສູດນີ້ຂຶ້ນເພື່ອສ້າງສີມືແຮງງານ ໃນການນໍາທ່ຽວບໍ. ປະສານງານຕ່າງໆ ຢູ່ບັນດາຫົວໜ່ວຍທຸຣະກິຈຕ່າງໆຫັ້ນ ໃຫ້ມັນສະດວກຂຶ້ນ."
ສໍາລັບໂຄງການກໍ່ສ້າງ ສູນພັທນາສີມືແຮງງານດັ່ງກ່າວນີ້ ຈະເປັນການຕໍ່ເຕີ່ມ ຈາກພື້ນຖານໂຄງຮ່າງເກົ່າທີ່ມີຢູ່ແລ້ວ ດ້ວຍການເພີ່ມຈໍານວນອາຄານ ສໍາລັບໃຊ້ໃນການຝຶກວິຊາຊີບ ຈາກ 2 ຫຼັງ ເປັນ 13 ຫຼັງ ແລະເພີ່ມສາຂາ ວິຊາຊີບ ຈາກ 7 ສາຂາວິຊາ ເປັນ 10 ສາຂາວິຊາ.
ດັ່ງເຈົ້າໜ້າທີ່ ສູນພັທນາສີມືແຮງງານ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແບບເກົ່າຫັ້ນແຫຼະ ມີແຕ່ເຮົາປັບປຸງພື້ນຖານໂຄງຮ່າງຊື່ໆ ໂຕເກົ່າກໍມີຢູ່ 2 ຕຶກ ເຂົາເຈົ້າຈະເພີ່ມໃໝ່ອີກ ໂຕເກົ່າມີ 7 ສາຂາ ເປັນພາສາຈີນ ກັບຊ່າງຈອດເສີມເຂົ້າມາຊ່ວຍ ແຕ່ສ່ວນຫຼາຍ ເຮົາກະຮັບປົກກະຕິຫັ້ນແຫຼະ ມີ 8 ແຂວງພາກເໜືອ ເຮົາກໍເອົາທັງພາຍໃນ ລະກະຕ່າງແຂວງແນ່.”
ສູນພັທນາສີມືແຮງງານ ແຂວງອຸດົມໄຊດັ່ງກ່າວນີ້ ຕັ້ງຢູ່ບ້ານບໍ່ ທີ່ຂຶ້ນກັບເມືອງໄຊ ຫ່າງຈາກເທສບານເມືອງໄຊ ປະມານ 5 ກິໂລແມັດ, ສ້າງຕັ້ງຂຶ້ນໃນ ປີ 2000 ຊື່ວ່າ ສູນພັທນາສີມືແຮງງານ ພາກເໜືອ ເຊິ່ງມີບົດບາດ ໃນການຝຶກວິຊາຊີບ ໃຫ້ແກ່ບັນດາຜູ້ອອກແຮງງານ ຈາກເມືອງ ແລະແຂວງຕ່າງໆ ທາງພາກເໜືອ ຂອງປະເທດລາວ ເປັນຕົ້ນ ແຂວງອຸດົມໄຊ, ຫຼວງພຣະບາງ, ໄຊຍະບູຣີ, ບໍ່ແກ້ວ, ຫຼວງນໍ້າທາ, ຜົ້ງສາລີ, ຫົວພັນ ແລະ ແຂວງຊຽງຂວາງ ທີ່ຜ່ານມາ ສູນພັທນາສີມືແຮງງານ ດັ່ງກ່າວນີ້ ເປີດສອນ 7 ສາຂາວິຊາ ຄື ຊ່າງໄຟຟ້າ, ຊ່າງປຸງແຕ່ງອາຫານ ແລະການໂຮງແຮມ, ຊ່າງກໍ່ສ້າງ ເຄຫາສະຖານ, ຊ່າງສ້ອມແປງ ແລະນໍາໃຊ້ຄອມພິວເຕີ້ຣ໌, ຊ່າງຕັດຫຍິບເຄື່ອງນຸ່ງ ແລະອາຊີບປູກຝັງ-ລ້ຽງສັດ.

ທີ່ຜ່ານມາ ສາຂາວິຊາ ທີ່ບຸກຄົນທົ່ວໄປ ແລະນັກຮຽນທີ່ຮຽນຈົບ ຊັ້ນມັທຍົມສຶກສາ ມ.7 ມັກໃຫ້ຄວາມສົນໃຈຫຼາຍກວ່າໝູ່ ແມ່ນສາສາຂາວິຊາຊ່າງຕັດຫຍິບເຄື່ອງນຸ່ງ ຍ້ອນມີນັກລົງທຶນ ທັງພາຍໃນແລະຕ່າງປະເທດ ເຂົ້າມາຕັ້ງໂຮງງານ ໃນລັກສະນະດັ່ງກ່າວນີ້ ຢູ່ພາຍໃນປະເທດລາວ ຈໍານວນຫຼາຍ ແລະເປີດຮັບພະນັກງານ ຫຼາຍພັນຕໍາແໜ່ງ.
ດັ່ງ ອາຈານ ປະຈໍາວິທະຍາລັຍແຫ່ງນຶ່ງ ຢູ່ແຂວງອຸດົມໄຊ ກ່າວວ່າ:
“ສ່ວນຫຼາຍຕັດຫຍິບໃດ໋ ເພາະວ່າຕັດຫຍິບ ເປັນຫຍັງເຂົາຈຶ່ງອັນໄປຫຼາຍ ເນື່ອງຈາກວ່າຢູ່ນີ້ ມັນມີໂຮງງານຕັດຫຍິບ ແລ້ວກໍເວລາເຂົາຄິດວ່າ ເອີ ເຮົາຮຽນໂຕນີ້. ເຮົາຕ້ອງໄດ້ໄປເຮັດການ ໂນ້ນນີ້ນັ້ນ. ຄັນຖ້າວ່າ ບໍ່ມີໂຮງງານ ທີ່ໃຫ້ເຂົາເຈົ້າເຫັນ ເຂົາເຈົ້າຮຽນໄປ ເຂົາເຈົ້າກໍບໍ່ມີບ່ອນຮອງຮັບຕິ. ເຂົາເຈົ້າກໍບໍ່ຢາກຮຽນຫັ້ນນ່າ ຄືຕອນນີ້ ເປັນຫຍັງເຂົາເຈົ້າຢາກຮຽນຫຼາຍ ຍ້ອນວ່າ ຈີນມາລົງທຶນຢູ່ບ້ານເຮົາຫຼາຍເດ້.”
ສໍາລັບຊາວລາວທີ່ວ່າງງານ ແລະນັກຮຽນຊັ້ນມັທຍົມສຶກສາ ປີທີ່ 7 ທີ່ຫາກໍຈົບການສຶກສານັ້ນ ສ່ວນຫຼາຍຍັງບໍ່ທັນຮູ້ຈັກວ່າ ພາຍໃນແຂວງອຸດົມໄຊ ມີສູນພັທນາສີມືແຮງງານ ແລະເຖິງແມ່ນວ່າ ຊາວລາວຢູ່ເມືອງແລະແຂວງອື່ນ ຈະຮັບຮູ້ວ່າ ຢູ່ແຂວງອຸດົມໄຊ ມີສູນພັທນາສີມືແຮງງານດັ່ງກ່າວນີ້, ແຕ່ຢ່າງໃດກໍຕາມ ພວກເຂົາເຈົ້າ ກໍບໍ່ສາມາດເດີນທາງມາເຂົ້າຝຶກອົບຮົມໄດ້ ຍ້ອນສູນຕັ້ງຢູ່ຫ່າງໄກ ຈາກບ່ອນອາສັຍຂອງພວກເຂົາເຈົ້າ.
ດັ່ງນັກຮຽນຊັ້ນ ມ.7 ທີ່ຫາກໍຮຽນຈົບ ຜູ້ນຶ່ງ ກ່າວວ່າ:
“ກໍຄື ອັນນີ້ບໍ່ຮູ້ເນາະ ແຕ່ວ່າຂະເຈົ້າໄດ້ຮັບຂໍ້ມູນຣາຍລະອຽດ. ທາງຂໍ້ຄວາມທາງອີ່ຫຍັງ ອີກຢ່າງນຶ່ງ ເຂົາໜ້າຈະສົນໃຈ. ໜ້າຈະມີຄົນໄປຮຽນ ເພາະວ່າທີ່ຮຽນຈົບມາ ກໍມີແຕ່ວ່າງງານ. ບາງຄົນກໍສ່ວນໜ້ອຍທີ່ຈະໄປຮຽນຕໍ່ ສ່ວນໜ້ອຍທີ່ຈະໄປເຮັດທຸຣະກິຈ ແຕ່ສ່ວນຫຼາຍກໍໜ້າຈະວ່າງງານ ເປັນສ່ວນຫຼາຍ. ອັນນີ້ກໍບໍ່ຮູ້ນ່າ ແຕ່ສ່ວນຫຼາຍກະຄື ຖ້າເວົ້າງ່າຍໆກໍຄື ເຂົາຈະເຮັດແບບ ເປັນສ້ອມແປງບໍ ຈໍາພວກນີ້ນ່າ.”
ໃນຂະນະດຽວກັນ ພາຍຫຼັງຈົບການສຶກສາ ຫຼືເຮັດວຽກຢູ່ປະເທດລາວແລ້ວ ເປັນໄລຍະເວລານຶ່ງ ຊາວລາວມັກຊອກຫາຊ່ອງທາງ ເພື່ອເດີນທາງໄປເຮັດວຽກຢູ່ປະເທດ ຍ້ອນໄດ້ຄ່າແຮງງານສູງກວ່າ.
ດັ່ງຊາວລາວ ທີ່ຢູ່ລະຫວ່າງການຊອກວຽກເຮັດ ທ່ານນຶ່ງ ກ່າວວ່າ:
“ມັນມີຄົນຢາກໄປຄືກັນນ່າເອື້ອຍ ເພາະວ່າ ຢູ່ວຽງບໍ່ຄ່ອຍເຮັດວຽກ ບໍ່ມີທຶນ ບາງເທື່ອເຂົາກໍຫາເຮັດວຽກເລີຍ ຈົບ ມ.7 ອາຍຸກໍ ໂອ້ ມ.7, 18–19 ແລ້ວ 20 ແລ້ວ 20 ຂຶ້ນໄປພຸ້ນແຫຼະ ທີ່ຈະຫາເຮັດວຽກ ເພາະວ່າຂະເຈົ້າບໍ່ມີທຶນຮຽນຕໍ່ເດ້ ຮຽນຕໍ່ ບາງເທື່ອຂະເຈົ້າກະຫາເຮັດວຽກກາງຄືນເນາະ ສູນພັທນາສີມືແຮງງານຫວາ ບໍ່ ບໍ່ຮູ້ເດ້ ເພາະວ່ານ້ອງ ກະບໍ່ເຄີຍໄປຮຽນ.”
ມາຮອດປັດຈຸບັນ ສູນພັທນາສີມືແຮງງານ ພາຍໃນປະເທດລາວ ມີຈໍານວນ 6 ແຫ່ງ ຕັ້ງຢູ່ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ອຸດົມໄຊ, ສວັນນະເຂດ, ຈໍາປາສັກ ແລະແຂວງອັດຕະປື, ໃນນັ້ນ ບາງແຫ່ງໄດ້ເປີດໃຫ້ບໍຣິການມາດົນແລ້ວ ແຕ່ກໍຍັງບໍ່ທັນມີຜູ້ສົນໃຈ ລົງທະບຽນເຂົ້າຮັບການຝຶກອົບຮົມ ພໍເທົ່າໃດ ໃນຂະນະທີ່ ບາງແຫ່ງ ກໍຢູ່ລະຫວ່າງການປັບປຸງ ຫຼືຍັງບໍ່ທັນພ້ອມເປີດ ໃຫ້ບໍຣິການຢ່າງເຕັມປະສິທທິພາບເທື່ອ ສ່ວນເຣື່ອງການຂຍາຍສູນ ໃຫ້ຄົບທຸກແຂວງນັ້ນ ຍັງເປັນໄປໄດ້ຍາກ ຍ້ອນບັນຫາເຣື່ອງງົປມານບໍ່ພຽງພໍ.
ດັ່ງເຈົ້າໜ້າທີ່ສູນພັທນາສີມືແຮງງານ ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:
“ເງື່ອນໄຂໃນການຕັ້ງສູນນີ້ບໍ ສ່ວນຫຼາຍກໍແມ່ນທຶນເນາະ ທຶນໃນການຕັ້ງສູນ ເພາະວ່າສ່ວນຫຼາຍແມ່ນທຶນ ທາງງົປມານຂອງຣັຖ ສ່ວນຫຼາຍແມ່ນຈະບໍ່ພຽງພໍເນາະ ເປີດກັນມາຫຼາຍປີແລ້ວ ແຕ່ວ່າເຣື່ອງດໍາເນີນການຝຶກອົບຮົບວິຊາຊີບນີ້ກະ ດໍາເນີນການຍັງບໍ່ເຕັມທີ່ ເພາະວ່າເຮົາບໍ່ມີທຶນຫັ້ນນ່າ ເພາະວ່າ ທຶນທາງກະຊວງ ທາງຣັຖເພິ່ນອະນຸມັດໃຫ້ ກໍໄດ້ເປີດທຸກປີລະ 2 ເທື່ອ 3 ເທື່ອແບບນີ້ນ່າ.”
ໃນໄລຍະຫວ່າງ ວັນທີ່ 3-10 ສິງຫາ ທີ່ຜ່ານມາ ທ່ານ ບຸນມາ ສິທິໂສມ ຫົວໜ້າສະຖາບັນພັທນາສີມືແຮງງານ ລາວ-ເກົາຫຼີ ພ້ອມຄະນະຮັບຜິດຊອບ ຝ່າຍລາວ ແລະຈີນ ໄດ້ເດີນທາງໄປຍັງສູນພັທນາສີມືແຮງງານ ເມືອງໄຊ ແຂວງອຸດົມໄຊ ເພື່ອເບິ່ງສະຖານທີ່ກໍ່ສ້າງ ແລະແບບຂອງຕຶກອາຄານ ຮວມທັງໝົດມີ 11 ຫຼັງ, ເປັນອາຄານ 3 ຊັ້ນ 2 ຫຼັງ, 5 ຫຼັງ ແລະ 1 ຊັ້ນ 3 ຫຼັງ, ອາຄານສໍາລັບລະບົບຄວບຄຸມໄຟຟ້າ, ລະບົບນໍ້າປະປາ, ການສື່ສານ 1 ຫຼັງ ພ້ອມທັງການອອກແບບກໍາແພງອ້ອມສູນ, ລະບົບລະບາຍນໍ້າເສັຍ ແລະເສັ້ນທາງພາຍໃນສູນ ແລະອື່ນໆ.