ນັກລົງທຶນຈີນ ຈະພັທນາໂຮງງານຊີມັງເກົ່າ ຢູ່ວັງວຽງ ເປັນແຫຼ່ງທ່ອງທ່ຽວ

ໂຮງງານຊີມັງວັງວຽງ ຫລັງ 2 ຢູ່ເມືອງວັງວຽງ ຈະຖືກພັທນາ ເປັນສະຖານທີ່ທ່ອງທ່ຽວ ແບບປະສົມປະສານ ຄົບວົງຈອນ ຂອງນັກລົງທຶນຈີນ ໃນທ້າຍປີນີ້ ຂະນະທີ່ຍັງມຄວາມກັງວົນເຣື່ອງ ພື້ນທີ່ຂອງຊາວບ້ານ ອາດໄດ້ຮັບຜົລກະທົບ ໃນອະນາຄົດ.

ໂຮງງານຊີມັງ ວັງວຽງ ແຂວງວຽງຈັນ. ຂໍຂອບໃຈຮູບພາບ ບໍຣິສັດ ຊີມັງລາວ ມະຫາຊົນ

ບໍຣິສັດ ຊີມັງລາວ ມະຫາຊົນ ເຈົ້າຂອງໂຮງງານຊີມັງວັງວຽງ ຫລັງ 2 ທີ່ຕັ້ງຢູ່ເມືອງວັງວຽງ ແຂວງວຽງຈັນ ມີແຜນການ ຈະພັທນາ ບ່ອນໂຮງງານຊີມັງແຫ່ງດັ່ງກ່າວ ເປັນສະຖານທີ່ທ່ອງທ່ຽວ ແບບປະສົມປະສານຄົບວົງຈອນ ໃນທ້າຍປີ ພາຍຫລັງຈາກໄດ້ຢຸດຜລິດຊີມັງ ຢູ່ໂຮງງານດັ່ງກ່າວ ຕັ້ງແຕ່ປີ 2020 ເປັນຕົ້ນມາ ຍ້ອນ ໄດ້ຮັບຜົລກະທົບຈາກການແຜ່ຣະບາດ ຂອງພະຍາດໂຄວິດ-19, ໂດຍໂຄງການດັ່ງກ່າວນີ້ ທາງນັກລົງທຶນ ເປັນຜູ້ຖືຮຸ້ນ 35 ເປີເຊັນ ແລະ ຣັຖວິສາຫະກິຈລາວ ຖືຮຸ້ນ 34%. ປັດຈຸບັນ ບໍຣິສັດດັ່ງກ່າວ ກໍາລັງຂໍໃບອະນຸຍາດ ຈາກກະຊວງແຜນການ ແລະ ການລົງທຶນ ເພື່ອເປັນຊື່ຈາກ ບໍຣິສັດ ຊີມັງລາວມະຫາຊົນ ເປັນບໍຣິສັດທ່ອງທ່ຽວ ວັທນະທັມ ມະຫາຊົນ, ເຊິ່ງບໍຣິສັດແຫ່ງນີ້ ຈະເປັນວິສາຫະກິຈ ຂນາດໃຫຍ່ ທີ່ມີສໍານັກງານຕັ້ງຢູ່ນະຄອນຫລວງວຽງຈັນ ທີ່ມີບໍຣິສັດ ເຄືອຂ່າຍເຕັກໂນໂລຈີ ຢຸນນານ ຊຽນຫານ ຈໍາກັດ ຈາກປະເທດຈີນ ເປັນຂາຮຸ້ນ ຄອບຄຸມກິຈການ ໂດຍມີແຜນ ຈະເຮັດໂຄງການພັທນາ ສະຖານທີ່ທ່ອງທ່ຽວດັ່ງກ່າວ ໄລຍະທີ່ 1 ໃນເນື້ອທີ່ 58 ຮັກຕ້າຣ໌ ຈາກທັງໝົດ 160 ຮັກຕ້າຣ໌ ໃນທ້າຍປີ 2023 ແລະມີແຜນການ ຈະຂໍຂຍາຍເນື້ອທີ່ ຕື່ມອີກ 500 ເຮັກຕ້າຣ໌ ໃນອະນາຄົດເຊິ່ງຈະຂຍາຍໄປທາງເຂດພູ ພ້ອມທັງ ຈະຂໍຕໍ່ອາຍຸສັມປະທານ ໂຮງງານຊີມັງວັງວຽງ ຫລັງ 2 ທີ່ຈະໝົດໃນປີ 2027 ຕື່ມໄປອີກ 50 ປີ, ອີງຕາມການຣາຍງານ ຂອງຫນັງສືພິມ ວຽງຈັນ ທາມສ໌ ວັນທີ 20 ກໍຣະກະດາ 2023.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຂັ້ນການນໍາ ຂອງເມືອງວັງວຽງ ທ່ານນຶ່ງ ໄດ້ໃຫ້ການຢືນຍັນແຕ່ພຽງສັ້ນໆວ່າ ບໍຣິສັດດັ່ງກ່າວ ມີແຜນການ ຈະເຮັດໂຄງການສະຖານທີ່ທ່ອງທ່ຽວ ໃນເຂດໂຮງງານຊີມັງວັງວຽງ ຫລັງ 2 ໃນພາຍປີນີ້ແທ້ ແລະ ຈະພັທນາ ແຕ່ຢູ່ໃນຂອບເຂດໂຮງງານຊີມັງກ່ອນເທົ່ານັ້ນ ສ່ວນແຜນການ ຂໍຂຍາຍເນື້ອທີ່ເພີ່ມຕື່ມ ທ່ານຍັງບໍ່ສາມາດເວົ້າໄດ້ເທື່ອ.

ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ 24 ກໍຣະກະດາ ນີ້ວ່າ:

ບໍ່. ບໍ່ໄດ້ຂຍາຍ ກະຍັງຢູ່ໃນຂອບເຂດໂຮງງານຊີມັງ ຫັ້ນແຫລະ ຄືກົ່າຫັ້ນແຫລະ.” 

ໃນຂະນະທີ່ຊາວບ້ານ ບ້ານຂັນໝາກ ທີ່ຢູ່ໃກ້ກັບຂອບເຂດໂຮງງານຊີມັງ ວັງວຽງ ຫລັງ 2 ຫລາຍຄົນກໍຮູ້ ພຽງແຕ່ວ່າ ຈະມີໂຄງການກໍ່ສ້າງ ສະຖານທີ່ທ່ອງທ່ຽວ ຢູ່ເຂດໂຮງງານຊີມັງໂຕເກົ່າ ແລະ ຍັງບໍ່ຮູ້ເທື່ອວ່າ ຄັນໂຄງການດັ່ງກ່າວ ມີການຂຍາຍເນື້ອທີ່ ຈະກວມເອົາເນື້ອທີ່ຂອງພວກເຂົາເຈົ້າດ້ວຍ ຫລື ບໍ່. ຍ້ອນທາງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ໄດ້ເວົ້າກັບຊາວບ້ານເຖິງເຣື່ອງນີ້ເທື່ອ.

ດັ່ງ ຊາວບ້ານນາງນຶ່ງ ກ່າວວ່າ:

ຖືວ່າແຫລ່ງທ່ອງທ່ຽວຫັ້ນ ເຂົາເຈົ້າຊິເອົາແຕ່ເຂດໂຮງງານຊີມັງ ເຈົ້າ ແຕ່ວ່າແຖວຫັ້ນກະບໍ່ມີແລ້ວ ມັນຈະມີແຕ່ດິນຊາວບ້ານ ເຂົາເຈົ້າຕັ້ງເຮືອນຢູ່ ມັນມີແຕ່ເຂດໂຮງງານຊີມັງ ທີ່ວ່າເຂົາເຈົ້າສາມາດເອົາໄດ້.” 

ໃນຂະນະດຽວກັນ ຊາວບ້ານໃກ້ຄຽງອີກທ່ານນຶ່ງ ກ່າວວ່າ ທ່ານເອງກໍບໍ່ຮູ້ ພຽງແຕ່ວ່າ ຈະມີໂຄງການກໍ່ສ້າງ ສະຖານທີ່ທ່ອງທ່ຽວ ຢູ່ບ່ອນໂຮງງານຊີມັງເກົ່າ ແລະ ຍັງບໍ່ທັນຄາດຄະເນໄດ້ເທື່ອວ່າ ຄັນໂຄງການນີ້ມີ ການຂຍາຍເນື້ອທີ່ເພີ່ມຕື່ມ ຈະສົ່ງຜົລກະທົບຕໍ່ທີ່ດິນໄຮ່ ແລະ ສວນຂອງຊາວບ້ານ ຫລາຍ ຫລື ບໍ່.

ດັ່ງ ທ່ານກ່າວວ່າ: 

ຈັ່ງວ່າ ກະຍັງບໍ່ຮູ້ເທື່ອ ໄດ້ຍິນເພີ່ນວ່າຢູ່ ຂຍາຍເອົາດິນຊາວບ້ານອີກບໍ່ ຫລືວ່າ ແບບໃດຫັ້ນນ່າ ເປັນໂຮງງານປູນເກົ່າເດ້ ປູນເກົ່າແລ້ວ ໂຮງງານປູນບໍ່ຜລິດແລ້ວ ຫັ້ນນ່າ ແລ້ວຈະຍົກເປັນ ເຮັດແຫລ່ງທ່ອງທ່ຽວ ໃຊ້ທຶນຈີນຕີ້.” 

ສ່ວນຊາວບ້ານໃກ້ຄຽງ ອີກຈໍານວນນຶ່ງ ກໍເຊື່ອວ່າ ຄັນໂຄງການກໍ່ສ້າງສະຖານທີ່ ທ່ອງທ່ຽວດັ່ງກ່າວ ມີການຂຍາຍເນື້ອທີ່ກໍ່ສ້າງ ເພີ່ມຕື່ມ ໃນອະນາຄົດ ອາດຈະຂຍາຍໄປທາງດ້ານຫລັງ ໂຮງງານຊີມັງ ເພາະວ່າ ເປັນເຂດພູ ທີ່ມີຄວາມກວ້າງ ແທນທີ່ຈະຂຍາຍເນື້ອທີ່ ໄປກວມເອົາທີ່ດິນ ແລະ ເຮືອນຂອງຊາວບ້ານທີ່ຢູ່ໃກ້ຄຽງ.

ດັ່ງ ທ່ານກ່າວວ່າ:

ເປັນໂຕໂຮງງານຫັ້ນຫວະ. ເອີ ນ່າຈະແມ່ນ ເຫັນຂະເຈົ້າປະກາດລົງຢູ່ ອັນນີ້ກະບໍ່ຮູ້ຄືກັນ ມີແຕ່ວ່າເຫັນຂ່າວຢູ່ ບໍ່ໄດ້ຍ້າຍດອກ ເພາະວ່າ ທາງຫລັງຫັ້ນມັນເປັນພູ.”

ທາງດ້ານ ນັກວິຊາການ ດ້ານການທ່ອງທ່ຽວ ທ່ານນຶ່ງກ່າວວ່າ ກ່ຽວກັບໂຄງການກໍ່ສ້າງ ສະຖານທີ່ທ່ອງທຽວ ແບບປະສົມປະສານຄົບວົງຈອນ ເຊິ່ງຈະໃຊ້ເງິນທຶນຈາກຈີນນີ້ ກໍເປັນທີ່ແນ່ນອນວ່າ ເມື່ອກໍ່ສ້າງສຳເຣັດ ແລະເປີດໃຫ້ບໍຣິການ ກໍຈະກາຍເປັນແຫລ່ງທ່ອງທ່ຽວບ່ອນໃໝ່ ທີ່ຈະດຶງດູດເງິນ ຈາກນັກທ່ອງທ່ຽວຊາວຈີນ, ສ່ວນຜູ້ປະກອບການໃນທ້ອງຖິ່ນ ທີ່ເຮັດທຸຣກິຈ ດ້ານການທ່ອງທ່ຽວ ອາດບໍ່ໄດ້ຮັບຜົລປໂຍດໃດເລີຍ.

ດັ່ງ ທ່ານກ່າວວ່າ:

ເທົ່າທີ່ເຮົາເບິ່ງ ແຂກຈີນນີ້ສ່ວນຫລາຍໂຮງແຮມ ກະໂຮງແຮມຈີນ ຮ້ານອາຫານຈີນ ແຕ່ລະແນວ ສະແດງວ່າເງິນຂອງຈີນຫັ້ນ ກະເຂົ້າໄປຈີນອີກຄືເກົ່າ ກະເລີຍເທົ່າທີ່ເຮົາປຽບທຽບເບິ່ງວ່າ ລາຍໄດ້ທີ່ມັນເປັນເຈົ້າຂອງປະເທດ ບໍ່ຄ່ອຍມີວ່າຊັ້ນ.” 

ເຖິງຢ່າງໃດກໍຕາມ ສໍາລັບໂຄງການ ການກໍ່ສ້າງສະຖານທີ່ທ່ອງທ່ຽວ ແບບປະສົມປະສານຄົບວົງຈອນ ໃນໄລຍະທີ 1 ນີ້ ຈະມີທັງສວນສັດ, ສວນພືກສາຊາຕ, ໂຮງໜັງ, ຮ້ານຄ້າ, ບ່ອນສະແດງຊ້າງ, ໂຮງຮຽນ ແລະ ຮ້ານອາຫານ ຄາດວ່າຈະໃຊ້ງົບປະມານມູລຄ່າ 1 ລ້ານ ໂດລ້າຣ໌ ສະຫະຣັຖ ແລະ ຫລັງຈາກນັ້ນ ຈະຂຍາຍເນື້ອທີ່ຕື່ມອີກ 500 ເຮັກຕ້າຣ໌ ໄປເຂດພູ ທີ່ຢູ່ດ້ານຫລັງໂຮງງານຊີມັງ ດັ່ງກ່າວ, ອີງຕາມ ການຣາຍງານຂອງ ທ່ານ ຄໍາບົນ ໄຊເລົ່າວົງ ຮອງຜູ້ອໍານວຍການ ຣັຖວິສາຫະກິຈ ພັທນາກະຊິກັມ ແລະອຸຕສາຫະກັມ ແລະ ບໍຣິການຂາເຂົ້າ-ຂາອອກ. 

ນອກຈາກໂຄງການດັ່ງກ່າວແລ້ວ ຢູ່ໃນເຂດ ສນາມບິນເກົ່າ ເມືອງວັງວຽງ ກໍກໍາລັງມີການກໍ່ສ້າງ ໂຄງການພັທນາ ແຫລ່ງທ່ອງທ່ຽວ ໃນເນື້ອທີ່ 15 ຮັກຕ້າຣ໌ໂດຍບໍຣິສັດ ອິຈິນ ວິສະວະກັມ ກໍ່ສ້າງລາວ ຈຳກັດ ທີ່ມີນັກລົງທຶນລາວ ເປັນຜູ້ບໍຣິຫານ ເຊິ່ງຄາດວ່າຈະໃຊ້ງົບປະມານທັງໝົດ 200 ລ້ານໂດລ້າຣ໌ ສະຫະຣັຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org