ຊາວບ້ານວັງວຽງ ຍັງລໍຖ້າ ຄ່າຊົດເຊີຍ ຈາກທາງຣົດໄຟ

ໄຊ​ຍາ
2019.08.09
f-railway-vangvieng ການກໍ່ສ້າງ ທາງຣົດໄຟ ໃນເຂດເມືອງວັງວຽງ ແຂວງວຽງຈັນ
RFA/AS

ຊາວບ້ານ ພູດິນແດງ ເມືອງວັງວຽງ ແຂວງວຽງຈັນ ທີ່ເສັຽດິນໄຮ່ ແລະ ດິນສວນ ເຣີ່ມໄດ້ຮັບ ຄວາມເດືອດຮ້ອນ ຍ້ອນບໍ່ມີ ທີ່ດິນປູກຝັງ ພາຍ​ຫລັງ ທີ່ຕອນດິນດັ່ງກ່າວ ຂອງຊາວບ້ານ ໄດ້ມອບໃຫ້ ໂຄງການສ້າງທາງຣົດໄຟ ລາວ-ຈີນ ໄປແລ້ວ, ໃນຂະນະດຽວ​ກັນ, ຫຼາຍຄອບຄົວ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ, ດັ່ງຊາວບ້ານ ໄດ້ກ່າວຕໍ່ ອາ​ຣ໌ ແອັ​ຟ ເອ (RFA) ໃນວັນທີ 09 ສິງຫາ ວ່າ:

“ໂອ້… ຍັງຫຼາຍ ຍັງບໍ່ໄດ້ ຈັກຄົນນະ ຢູ່ບ້ານພູດິນແດງ ເຮົາເນາະ 30 ປາຍ ຫາ 40 ພຸ້ນລະ ຢາກໄດ້ ຄ່າຊົດເຊີຍ ຜູ້ຖືກຜົລກະທົບ ຫັ້ນແຫຼະ ຖືວ່າຍັງບໍ່ໄດ້ເຮັດຫຍັງ ສ່ວນຫຼາຍ ກາດິນສວນດິນໄຮ່ ທີ່ແຫຼະ.”

ຊາວບ້ານ ກ່າວ​ຕື່ມວ່າ ກ່ອນໜ້ານີ້ ພວກເຂົາ ມີດິນປູກຝັງ ພໍໄດ້ປູກ ໝາກໄມ້, ປູກຜັກ ສົ່ງຂາຍ ຕາມຕລາດ ພໍມີລາຍໄດ້ ແຕ່ປັດຈຸບັນ ພວກເຂົາ ໄດ້ມອບດິນ ໃຫ້ໂຄງການແລ້ວ ກໍຫວັງ ໄດ້ຮັບ ຄ່າຊົດເຊີຍ ຈາກທາງການ ເພື່ອເປັນທຶນຕໍ່ໄປ.

ອີງຕາມ ການຣາຍງານ ຂອງທ່ານລັດຕະນະມະນີ ຄູນນີວົງ, ຮອງຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ຫົວໜ້າ ຄະນະຄຸ້ມຄອງ ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ, ໄດ້ຣາຍງານ ໃນກອງປະຊຸມ ຄະນະຊີ້ນໍາ ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຄັ້ງທີ 6 ເມື່ອວັນທີ  05 ກໍຣະກະດາ ວ່າ : ໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ມີຄວາມຄືບໜ້າ 72,8%.

ໃນນັ້ນ ຄ່າຊົດເຊີຍ, ຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກຂໍ້ຕົກລົງ ເມື່ອວັນ 10 ມິຖຸນາ 2019 ອະນຸມັດ ໂອນເງິນ ຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ຮວມມີ ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພຣະບາງ, ວຽງຈັນ ແລະ ນະຄອນຫຼວງ ວຽງຈັນ ຕົກເປັນງເງິນ 143 ຕື້ປາຍກີບ (ນຶ່ງຮ້ອຍສີ່ສິບສາມຕື້ປາຍກີບ) (143,335,120,742 ກີບ). ບ້ວງເງິນດັ່ງກ່າວນີ້ ຣັຖບານ ໃຫ້ເບີກຈ່າຍ ໃນແຜນງົບປະມານ 2019 ແຕ່ບໍ່ໄດ້ ລະບຸແຈ່ມ​ແຈ້ງວ່າ ຈະຈ່າຍໃຫ້ ເມື່ອໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.