ຈີນວຽດນາມແຂ່ງກັນ ພັທນາວຽງຈັນ


2013.02.26
F-chinese ຊາວຈີນ ຊາວວຽດນາມ ມີຫລາກຫລາຍ ຢູ່ທຸກແຂວງ ໃນລາວ
Travel Laos

ຈີນ ແລະວຽດນາມ ແຂ່ງຂັນກັນ ພັທນາ ໂຄງການໃຫຍ່ໆ ຢູ່ ນະຄອນຫລວງ ວຽງຈັນ.

ປັດຈຸບັນ ບໍຣິສັດ ຈີນ ແລະ ວຽດນາມ ກໍາລັງ ແຂ່ງຂັນກັນ ສ້າງໂຄງການ ທຸຣະກິດ ໃຫຍ່ໆ ຂອງຕົນ ໃນ ນະຄອນຫລວງ ວຽງຈັນ ຊຶ່ງຂະນະນີ້ ບໍຣິສັດ ຮາໂດ ຂອງ ວຽດນາມ ກໍາລັງເລີ່ມສ້າງ ໂຄງການ ເມືອງໃໝ່ ຢູ່ ບ້ານໜອງທາ ເມືອງ ຈັນທະບູລີ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ມີແລ້ວ ກໍເລີ່ມລົງມື ກໍ່ສ້າງແລ້ວ ປະມານ 5 ປີ ລົງທຶນ ນີ້ແມ່ນຮວມ ກັບວຽດນາມ ກັບລາວ ມີແຕ່ວ່າເຂົາ ເອົາຂອບເຂດໜອງ ໜອງມັນເປັນໜອງ ທັມມະຊາດ ແຕ່ວ່າບ້ານນີ້ ມັນອ້ອມແອ້ມ ຢູ່ຫ່າງຈາກ ໜອງ ບໍ່ໄດ້ຖົມ ມີແຕ່ ປັບປຸງໜອງ ໃຫ້ມັນ ສະອາດ ແລະ ເປັນແຫລ່ງ ທ່ອງທ່ຽວ".

ບໍຣິສັດ ຮາໂດ ຈະລົງທຶນ 250 ລ້ານໂດລາ ສະຫະຣັດ ເພື່ອກໍ່ສ້າງ ສວນສນຸກ, ໂຮງແຮມ, ສູນການຄ້າ ແລະ ທີ່ຢູ່ອາສັຍ ໂດຍຈະໃຫ້ເງິນ ຄ່າຊົດເຊີຍ ແກ່ 35 ຄວບຄົວ ທີ່ຖືກໂຍກຍ້າຍ ປະມານ 1 ລ້ານ 650 ພັນ ໂດລາ. ສ່ວນ ບໍຣິສັດຈີນ ກໍມີໂຄງການ ກໍ່ສ້າງໃຫຍ່ ຢູ່ ບ້ານໜອງປີງ ເມືອງ ຈັນທະບູລີ ຊຶ່ງປັດຈຸບັນ ຢູ່ໃນຂັ້ນ ຕອນການ ຄົ້ນຄວ້າ. ດັ່ງເຈົ້າໜ້າທີ່ ເວົ້າອີກວ່າ:

"ໂຄງການ ຈຸດສຸມ ພັທນາໃຫຽ່ ຕົວນີ້ ເພິ່ນຍັງກໍາລັງ ຄົ້ນຄວ້າ ແຜນຜັງ ຮູບແບບ ສໍາປະທານ ນີ້ແມ່ນ ຂອງ ບໍຣິສັດຈີນ ຮ່ວມທຶນ ກັບ ນັກທຸຣະກິດ ລາວ ອັນນີ້ຍັງ ບໍ່ທັນລະອຽດ ເທື່ອວ່າ ສໍາປະທານ ຈັກປີ ແຕ່ວ່າ ປະມານ 50 ປີ ແລະ ຕໍ່ໄດ້ອີກ 15 ປີ".

2 ໂຄງການ ທີ່ວ່ານັ້ນ ເປັນຄືກັນ ກັບໂຄງການ ບຶງທາດຫລວງ ເມື່ອກໍ່ສ້າງ ສໍາເຣັດແລ້ວ ຈະມີຊາວຈີນ ແລະ ຊາວວຽດນາມ ມາຢູ່ອາສັຍ ແລະ ເຮັດທຸຣະກິດ ຫລາຍ ແລະ ອາດຈະແພ່ ຂຍາຍຫລາຍຂຶ້ນ ນໍາເລື້ອຍໆ ຂະນະທີ່ ຊາວເມືອງວຽງຈັນ ຖືກໃຫ້ ໂຍກຍ້າຍ ອອກໄປ ຢູ່ນອກເມືອງ ຫລາຍຂຶ້ນນໍາ ນັບມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.