ຕຽມສຳຣວດ ເຂດເສຖກິຈ ພິເສດ ສາມແຈ

ສຸ​ພັດ​ຕາ
2021.08.27
ຕຽມສຳຣວດ ເຂດເສຖກິຈ ພິເສດ ສາມແຈ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາ-ສຳຣວດ ເຂດເສຖກິຈພິເສດ ຢູ່ສາມແຈປະເທດ ລາວ-ຈີນ-ວຽດ, ວັນທີ 24 ສິງຫາ 2021.
ພາບຈາກ ວີດີໂອ: ໂທຣະພາບ ແຂວງຜົ້ງສາລີ

ກຸ່ມບໍຣິສັດ ຢູເຈິງ ລົງທຶນ ຈໍາກັດ ສ.ປ. ຈີນ ຕຽມສໍາຣວດ ແລະ ສຶກສາ ຄວາມເປັນໄປໄດ້ ໂຄງການ ເຂດເສຖກິຈພິເສດ ຢູ່ສາມແຈປະເທດ ລາວ-ຈີນ-ວຽດນາມ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ຊຶ່ງຈະເປັນ ເຂດເສຖກິຈ ຂນາດໃຫຍ່ ຢູ່ທາງພາກເໜືອ ຂອງລາວ ທີ່ມີຊາຍແດນ ຕິດກັບຈີນ ແລະ ວຽດນາມ, ຊຶ່ງອໍານາດ ການປົກຄອງ ແຂວງຜົ້ງສາລີ ໄດ້ເຊັນ ບົດບັນທຶກ ຄວາມເຂົ້າໃຈ ໃນການພັທນາ ແລະ ກໍ່ສ້າງ ໂຄງການ ເຂດເສຖກິຈ ພິເສດ ດັ່ງກ່າວ ກັບກຸ່ມ ບໍຣິສັດ ດັ່ງກ່າວນັ້ນ ເມື່ອວັນທີ 24 ສິງຫາ ທີ່ຜ່ານມານີ້ ໂດຍຈະມີ ການສໍາຣວດ ແລະ ສຶກສາຄວາມເປັນໄປໄດ້ ໃນເນື້ອທີ່ ປະມານ 250 ກິໂລຕາແມັດ.

ໃນເບື້ອງຕົ້ນ ການສໍາຣວດ ແລະ ສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ດັ່ງກ່າວ ຈະໃຊ້ເວລາ 18 ເດືອນ ແຕ່ຍັງບໍ່ຮູ້ ຣາຍລະອຽດ ເທື່ອວ່າ ຈະສໍາຣວດ ໃນເນື້ອທີ່ ຈໍານວນຈັກບ້ານ ພາຍໃນ ເມືອງຍອດອູ ແລະ ຈະກວມເອົາ ດິນຊາວບ້ານ ຫຼາຍສໍ່າໃດ, ອີງຕາມ ການຣາຍງານ ຂອງສະຖານນີ ວິທຍຸ-ໂທຣະທັດ ແຂວງຜົ້ງສາລີ ເມື່ອວັນທີ 25 ສິງຫາ ທີ່ຜ່ານມາ.

ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຜົ້ງສາລີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວວ່າ ທາງການ ແຂວງຜົ້ງສາລີ ໄດ້ວາງແຜນສ້າງ ໂຄງການ ເຂດເສຖກິຈ ດັ່ງກ່າວ ເປັນເວລາ ຫຼາຍປີແລ້ວ ຊິຶ່ງພາກສ່ວນ ທີ່ກ່ຽວຂ້ອງ ຈະລົງມື ສໍາຣວດ ແລະ ສຶກສາ ຄວາມເປັນໄປໄດ້ ໃນມໍ່ໆນີ້, ສ່ວນບັນດາ ບໍຣິສັດ ທີ່ສົນໃຈ ຢາກເຂົ້າມາ ຈອງທີ່ດິນ ພາຍໃນ ເຂດເສຖກິຈພິເສດ ດັ່ງກ່າວ ທາງແຂວງ ກໍເປີດໂອກາດ ໃຫ້ເຂົ້າມາ ພົວພັນ ຢູ່ເລື້ອຍໆ, ດັ່ງທ່ານ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 26 ສິງຫາ ນີ້ວ່າ:

“ໂອ ອັນນີ້ ທີ່ຜ່ານມາຫັ້ນ ມັນມີ (ບໍຣິສັດ) ໂຕໂຍຕ້າຫັ້ນ ຂະເຈົ້າ ສເນີສໍາຣວດອອກແບບ ພ້ອມກັບ ກໍ່ສ້າງ ແຕ່ວ່າ ປັດຈຸບັນນີ້ ກະຍັງບໍ່ໄດ້ເຮັດ ເທື່ອຫັ້ນນ່າ ແລ້ວແຕ່ ບໍຣິສັດ ຄັນມີ ຄວາມພ້ອມແລ້ວ ກໍ ຂະເຈົ້າ ຊິເຂົ້າມາ ຍາມໃດ ແລ້ວແຕ່ ເຂົາເນາະ.”

ທາງດ້ານຊາວບ້ານ ຢູ່ເມືອງຍອດອູ ທ່ານນຶ່ງ ກ່າວວ່າ ລາວເອງ ກໍບໍ່ທັນ ໄດ້ຍິນຂ່າວວ່າ ຈະມີ ໂຄງການສ້າງ ເຂດເສຖກິຈ ພິເສດ ຢູ່ສາມແຈ ປະເທດ ລາວ-ຈີນ-ວຽດນາມ ຢູ່ເມືອງຍອດອູ ແລະ ຍັງບໍ່ທັນເຫັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ມາສໍາຣວດ ຫຼື ວັດແທກດິນເທື່ອ, ແຕ່ເຖິງຢ່າງໃດ ກໍຕາມ, ລາວເອງ ກໍຄິດວ່າ ຈະມີຊາວບ້ານ ໄດ້ຮັບຜົລກະທົບ ດ້ານທີ່ດິນ ຫຼາຍພໍສົມຄວນ ຄັນໂຄງການ ດັ່ງກ່າວ ເກີດຂຶ້ນ ຍ້ອນຢູ່ເຂດຊາຍແດນ 3 ປະເທດ ດັ່ງກ່າວ ມີເຮືອນຊາວບ້ານ ຫຼາຍສົມຄວນ, ດັ່ງທ່ານກ່າວວ່າ:

“ຊິສ້າງ ເຂດເສຖກິຈຫັ້ນ ບໍ່, ບໍ່ໄດ້ຍິນຫຍັງແນ່ ບໍ່ໄດ້ມາແທກຫຍັງ ຊິມາ ສ້າງແຖວໃດ ຢູ່ໃກ້ ຊາຍແດນຈີນ ເປັນດິນໄທບ້ານ ນີ້ແຫຼະ ມັນເປັນ ດິນຂອບທອງ ຫຍັງແດ່.”

ຂນະທີ່ ຊາວບ້ານ ຢູ່ເມືອງຍອດອູ ອີກທ່ານນຶ່ງ ກ່າວວ່າ ລາວເອງ ກໍບໍ່ທັນເຫັນ ພາກສ່ວນໃດ ມາສໍາຣວດ ພື້ນທີ່ ເພື່ອເຮັດໂຄງການ ເຂດເສຖກິຈເຂດ ພິເສດ ດັ່ງກ່າວເທື່ອ ແຕ່ຄັນວ່າ ມີການສໍາຣວດ ແລະ ກວມເອົາດິນ ຂອງລາວແທ້ ລາວເອງ ກໍບໍ່ຂັດຂ້ອງຫຍັງ ຍ້ອນດິນ ຂອງລາວ ມີໃບຕາດິນ ຂອບຄໍາ ຢ່າງຄັກແນ່ ຈຶ່ງເຊື່ອວ່າ ຈະໄດ້ຮັບ ການຊົດເຊີຍ ແບບສົມເຫດສົມຜົນ, ດັ່ງທ່ານກ່າວວ່າ:

“ບໍ່ໄດ້ມາ ສໍາຣວດຫຍັງນະ ເອີແບບນັ້ນ ກໍໄດ້ ບໍ່ເປັນຫຍັງດອກ ເພາະວ່າ ດິນໂຕນີ້ ມັນກະມີ ໃບຂອບທອງ ແລ້ວເດ້ ຄົນຈີນ ຫຼາຍໃດ໋ ຢູ່ບ່ອນນີ້ນ່າ ເຕັມໝົດແລ້ວ ແຖວນີ້ ມີແຕ່ ຄົນຈີນໝົດແລ້ວ ຂະເຈົ້າ ມີແຕ່ມາເຊົ່າ ມາສັມປະທານ ຢູ່ຫັ້ນ.”

ແລະ ຊາວບ້ານ ຢູ່ແຂວງຜົ້ງສາລີ ອີກນາງນຶ່ງ ກ່າວວ່າ ລາວເອງ ກໍຮູ້ສຶກດີໃຈ ທີ່ຈະມີ ໂຄງການ ດັ່ງກ່າວ ເກີດຂຶ້ນ ແລະ ກໍຫວັງວ່າ ຈະເປັນ ເຂດເສຖກິຈ ພິເສດ ທີ່ສ້າງ ວຽກເຮັດງານທຳ ໃຫ້ແກ່ຄົນລາວ ໃນແຂວງຜົ້ງສາລີ ແລະ ແຂວງໃກ້ຄຽງ ໃນອະນາຄົດ, ດັ່ງຍານາງກ່າວວ່າ:

“ຜົນດີ ມັນກໍມີຫຼາຍຢ່າງ ຫັ້ນແຫຼະ ໂດຍສະເພາະ ມີບ່ອນ ເຮັດວຽກເຮັດງານທໍາ ຄັນຕັ້ງ ໂຄງການ ຢູ່ຫັ້ນແລ້ວເນາະ ນ້ອງສາມາດ ໄປເຮັດໄດ້ ບ້ານນ້ອງ ກັບຍອດອູ ມັນກະບໍ່ໄກຫຼາຍ.”

ສ່ວນນັກຊ່ຽວຊານ ດ້ານເສຖກິຈ ແລະ ທຸຣະກິຈ ທ່ານນຶ່ງກ່າວວ່າ ເຖິງແມ່ນວ່າ ໂຄງການດັ່ງກ່າວ ຈະເຮັດໃຫ້ ເກີດຜົນດີ ຫຼາຍຢ່າງ ຕໍ່ແຂວງຜົ້ງສາລີ ກໍຕາມ ແຕ່ໃນໄລຍະ ການສໍາຣວດນີ້ ກໍອາຈກວມເອົາ ເນື້ອທີ່ດິນ ຂອງປະຊາຊົນ ຈໍານວນຫຼາຍຄອບຄົວ ຊຶ່ງສິ່ງທີ່ສໍາຄັນ ທາງການ ແຂວງຜົ້ງສາລີ ຈະຕ້ອງເບິ່ງ ກ່ຽວກັບ ການຊົດເຊີຍ ໃຫ້ມີ ຄວາມສົມເຫດສົມຜົນ ກ່ອນຈະ ອະນຸຍາດ ໃຫ້ເຣີ່ມກໍ່ສ້າງ, ດັ່ງທ່ານກ່າວວ່າ:

“ໂຄງການ ເຂດເສຖກິຈ ພິເສດນີ້ ຕົກຢູ່ໃນ ທ້ອງຖິ່ນໃດ ມັນກະຕ້ອງ ໄດ້ວິເຄາະ ວິພາກ ບັນຫາ ທັງໝົດ ທຸກສິ່ງທຸກຢ່າງ ຄວາມເປັນໄປໄດ້ ຈຶ່ງຊິເຮັດໄດ້ ຄັນວ່າ ວິເຄາະບັນຫາ ສິ່ງທົດຖອກທົດແທນ ຕ່າງໆ ທັງໝົດລະອຽດ ຖືວ່າ ເຮັດໄດ້ ຖ້າວ່າ ວິເຄາະ ບັນຫາບ່ອນຫັ້ນ ພົບຄວາມຫຍຸ້ງຍາກຫຼາຍ ເຂົາໂຈະຄືກັນ ຢູ່ໃນ ຂັ້ນທ້ອງຖິ່ນ ຂັ້ນແຂວງ.”

ສໍາລັບ ການສໍາຣວດ ແລະ ສຶກສາ ຄວາມເປັນໄປໄດ້ ຂອງໂຄງານ ດັ່ງກ່າວ ຈະມີ ການຮິບໂຮມຂໍ້ມູນ ກ່ຽວກັບ ການນໍາໃຊ້ ທີ່ດິນ ແລະ ອາຈມີ ການປ່ຽນແປງ ປະເພດທີ່ດິນ, ສະຖານທີ່, ເນື້ອທີ່ ທໍາການຜລິດ ຂອງປະຊາຊົນ ຮວມທັງ ມີສະຖິຕິ ການຄິດໄລ່ ຂອງຕອນດິນ ແລະ ເນື້ອທີ່ດິນ ຂອງປະຊາຊົນ ນໍາດ້ວຍ.

ໃນເບື້ອງຕົ້ນ ການສໍາຣວດ ແລະ ສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ເຂດເສຖກິຈ ພິເສດ ຢູ່ສາມແຈ ປະເທດ ລາວ-ຈີນ-ວຽດນາມ ປະກອບດ້ວຍ ພື້ນທີ່ ເຂດການບໍຣິຫານ ແລະ ການທ່ອງທ່ຽວ ປະມານ 100 ກິໂລຕາແມັດ ແລະ ພື້ນທີ່ເຂດກະສິກັມ ແລະ ອຸດສາຫະກັມ 150 ກິໂລຕາແມັດ ຮວມທັງໝົດ ເປັນ 250 ກິໂລຕາແມັດ, ພາຍຫຼັງຈາກ ທີ່ບໍຣິສັດ ດັ່ງກ່າວ ໄດ້ສໍາຣວດ ແລະ ສຶກສາ ຄວາມເປັນໄປໄດ້ແລ້ວ ກໍຈະຕ້ອງຣາຍງານ ຕໍ່ຂັ້ນແຂວງ ແລະ ສເນີໃຫ້ຣັຖບານ ພິຈາຣະນາ ຕາມຂັ້ນຕອນ.

ປັດຈຸບັນ ຢູ່ລາວ ມີເຂດເສຖກິຈພິເສດ ແລະ ເຂດເສຖກິຈສະເພາະ ທີ່ດໍາເນີນ ການກໍ່ສ້າງແລ້ວ ທັງໝົດ 12 ແຫ່ງ ໂດຍເຂດ ທີ່ສໍາຄັນເປັນຕົ້ນ ເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ, ເຂດເສຖກິຈ ພິເສດ ສວັນ-ເຊໂນ ແຂວງສວັນນະເຂດ ແລະ ເຂດເສຖກິຈ ສເພາະ ບໍ່ເຕັນແດນງາມ ແຂວງ ຫຼວງນໍ້າທາ, ອີງຕາມຂໍ້ມູນ ຈາກກະຊວງແຜນການ ແລະ ການລົງທຶນ ໃນປີ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.