ຈີນເປັນນັກລົງທຶນລາຍໃຫຽ່ ຢູ່ ສປປ ລາວ
2014.09.22
ຈີນ ເປັນ ອັນດັບ ນຶ່ງ ໃນການ ລົງທຶນ ລາຍໃຫຽ່ ຢູ່ ສປປ ລາວ ໃນເວລາ 7 ປີ ຕິດຕໍ່ ກັນ ລອງລົງມາ ກໍແມ່ນ ວຽດນາມ ໄທ ແລະ ເກົາຫຼີໃຕ້.
ຮອງ ຣັຖມົນຕຣີ ວາງແຜນ ແລະ ການລົງທຶນ ທ່ານ ບຸນທະວີ ສີສຸພັນທອງ ເປີດເຜີຍວ່າ ຈີນ ເປັນ ນັກລົງທຶນ ລາຍໃຫຽ່ ໃນລາວ ຕິດ ຕໍ່ກັນ ເປັນ ເວລາ 7 ປີ ຮອງລົງມາ ກໍຄື ວຽດນາມ ໄທ ແລະ ເກົາຫລີໃຕ້. ຕາມຣາຍງານ ASTV ຜູ້ຈັດການ.
ທ່ານ ບຸນທະວີ ໄດ້ກ່າວ ເນື່ອງໃນ ການປະຊຸມ ສຸດຍອດ ການລົງທຶນ ແລະ ທຸຣະກິດ ອາຊຽນ-ຈີນ ຄັ້ງທີ່ 11 ທີ່ ນະຄອນ ໜານໜິງ ເຂດປົກຄອງ ຕົນເອງ ກວາງຊີຈ້ວງ ເມື່ອ ວັນພຸດ ວັນທີ 17 ກັນຍາ ຜ່ານມາ.
ນອກຈາກນັ້ນ ກໍມີ ຝຣັ່ງເສດ ແລະ ຍີ່ປຸ່ນ ຄອງອັນດັບ 4 ແລະ 5 ຕາມຣໍາດັບ ການລົງທຶນ ຂອງຈີນ ໃນລາວ ທັງໝົດ 755 ໂຄງການ ມູນຄ່າ 6,500 ລ້ານ ໂດລາ ໃນ ຈໍານວນ 14 ຂແນງ ສ່ວນຫລາຍ ແລ້ວແມ່ນ ຂແນງ ບໍ່ແຮ່ ພລັງງານ ໄຟຟ້າ ເຂື່ອນ ການກະເສດ ອຸດສາຫະກັມ ຫັຖກັມ ແລະ ບໍຣິການ. ປັດຈຸບັນ ສປປລາວ ມີໂຄງການ ລົງທຶນ ຈາກ ໃນ ແລະ ຕ່າງ ປະເທດ ທັງໝົດ 4,500 ໂຄງການ ຮວມມູນຄ່າ ທັງໝົດ 25,200 ລ້ານ ໂດລາ.