ຈີນຊ່ອຍລາວສ້າງທາງຫາ ກຳພູຊາ
2016.06.08
ຣັຖບານຈີນ ໃຫ້ ເງິນ ຊ່ອຍເຫລືອ ລ້າ 1.2 ຕື້ ຢວນ ຫລື ປະມານ 52 ລ້ານ ໂດລາ ສະຫະຣັຖ ແກ່ ຣັຖບານລາວ ເພື່ອສ້າງທາງ ເຊື່ອມຕໍ່ ລາວ-ກຳພູຊາ. ອີງຕາມຂໍ້ມູນ ຈາກ ຄນະ ກັມມາທິການ ຮ່ວມມື ລາວ-ຈີນ ເສັ້ນທາງ ສາຍ ດັ່ງກ່າວ ມີຄວາມຍາວ ປະມານ 70 ກິໂລແມັດ ຈາກ ເມືອງ ມູລປະໂມກ ແຂວງ ຈຳປາສັກ ໄປຫາ ຂົວເຊລຳເພົາ ຊາຍແດນ ລາວ-ກຳພູຊາ.
ສອງຝ່າຍ ລາວ-ຈີນ ໄດ້ລົງນາມ ວ່າດ້ວຍ ການຮ່ວມມື ທາງເສຖກິດ ຣະຫວ່າງ ກັນ ໃນວັນທີ 3 ພືສພາ ຜ່ານມາ ຊຶ່ງມີ ຈຸດປະສົງ ເພື່ອຂຍາຍ ການພົວພັນ ມິຕພາບ ແລະ ການຮ່ວມມື ຮອບດ້ານ ໃນເຣື້ອງ ເສຖກິຈ.
ສັນຍາ ດັ່ງກ່າວ ຣະບຸວ່າ ການກໍ່ສ້າງນັ້ນ ທາງການຈີນ ຈະເປັນຜູ້ ບໍຣິຈາກ ເງິນ ເອງ ຜ່ານ ທະນາຄານ ແຫ່ງ ປະເທດຈີນ ແລະ ທະນາຄານ ແຫ່ງຊາດ ຈີນ ຈະເປີດບັນຊີ ເງິນ ຊ່ວຍເຫລືອ ໂດຍ ບໍ່ມີດອກເບັ້ຽ ແລະ ຄ່າທຳນຽມ ໃຊ້ຈ່າຍ ໃຫ້ ຣັຖບານ ລາວ.
ການໃຊ້ຈ່າຍ ທຸກຢ່າງ ຕ້ອງ ປະຕິບັດ ຕາມຣະບຽບ ການຂອງ ທະນາຄານ ພັທນາ ແຫ່ງຊາດ ຈີນ ຮ່ວມທັງ ຣາຍງານ ສະພາບການ ໃຊ້ຈ່າຍ ເງິນຊ່ວຍເຫລືອ ດັ່ງກ່າວ ໃຫ້ແກ່ ຣັຖບານ ລາວແລະຈີນ ໄດ້ຮັບຮູ້ ຕາມທີ່ໄດ້ ກຳນົດໄວ້.
ນອກຈາກ ການຊ່ວຍເຫລືອ ກໍ່ສ້າງ ເສັ້ນທາງ ແລ້ວ ຈີນ ຍັງມີການ ຊ່ວຍເຫລືອ ກໍ່ສ້າງ ອາຄານ ດ່ານສາກົນ ມູນຄ່າ ການກໍ່ສ້າງ ປະມານ 3 ລ້ານ ໂດລາ ອີກ.
ໂຄງການ ເຊື່ອມໂຍງ ການ ຄົມມະນາຄົມ ຣະຫວ່າງ ລາວ-ກຳພູຊາ ເທື່ອນີ້ ແມ່ນຢູ່ພາຍໃຕ້ ການຊ່ວຍເຫລືອ ຂອງ ຣັຖບານຈີນ ຊື່ງ ເປັນການ ຊ່ອຍເຫລືອ ລ້າ ທີ່ ຣັຖບານຈີນ ອະນຸມັດ ໃຫ້ ຣັຖບານ ລາວ. ແຕ່ ຍັງບໍ່ຮູ້ວ່າ ຈະມີການ ໃຫ້ ສຳປະທານ ຫຍັງແດ່ ໃນໂຄງການ ເງິນ ຊ່ອຍເຫລືອລ້າ ດັ່ງກ່າວ.