ຂະບວນການຄ້າໄມ້ຂະຍຸງທີ່ ຜ່ານລາວ

ອຸ່ນແກ້ວ ສຸກສວັນ
2014.05.15
F-logging ແຜນປູກຕົ້ນໄມ້ ໃຫ້ປົກຄຸມພື້ນທີ່ 60% ຜິດພາດ ການຕັດໄມ້ທໍາລາຍປ່າ ປະຕິບັດ ກັນເປັນຂະບວນການ ແລະວ່ອງໄວ
RFA/Lx

 

ເມື່ອບໍ່ດົນ ຜ່ານມາ ອົງການ ສືບສວນ ດ້ານ ສິ່ງແວດລ້ອມ ໄດ້ອອກ ບົດຣາຍງານ ກ່ຽວກັບ ການຄ້າໄມ້ ກະຍຸງ ເຖື່ອນ ຈາກ ປະເທດໄທ ເຂົ້າມາ ປະເທດ ລາວ ແລ້ວ ສົ່ງອອກ ໄປແປຮູບ ຢູ່ ປະເທດ ວຽດນາມ ກ່ອນ ທີ່ ຈະສົ່ງ ໄປຂາຍ ຢູ່ ປະເທດຈີນ.

ເນື້ອໃນ ຂອງ ບົດຣາຍງານ ທີ່ ເປັນ ວີດີໂອ ໄດ້ ນຳສະເໜີ ກ່ຽວກັບ ຂະບວນການ ຄ້າໄມ້ ກະຍຸງ ຂ້າມຊາດ ໂດຍ ຈະມີພວກ ພໍ່ຄ້າ ຈີນ ແລະ ວຽດນາມ ມາລໍຖ້າ ຊື້ໄມ້ ກະຍຸງ ຢູ່ ປະເທດ ລາວ. ໃນເວລາ ດຽວກັນ ສື່ມວນຊົນ ໄທ ກໍໄດ້ ຣາຍງານ ຂ່າວກ່ຽວ ກັບ ການຄ້າໄມ້ ຂະຍຸງ ຈາກ ປະເທດໄທ ເຂົ້າ ມາຜ່ານ ປະເທດ ລາວ ຍ້ອນວ່າ ມັນມີ ຄວາມ ສະດວກ ໃນການ ຂົນສົ່ງ ເພາະວ່າ ປະເທດໄທ ມີ ຊາຍແດນ ຕິດຈອດ ກັບ ປະເທດ ລາວ ແລະ ການ ຂົນສົ່ງ ຂ້າມ ແມ່ນ້ຳຂອງ ຣະຫວ່າງ ປະເທດ ລາວ ກັບ ປະເທດ ໄທ ມີ ຄວາມ ສະດວກ ແລະ ໄມ້ ດັ່ງກ່າວ ຍັງເປັນ ທີ່ ຕ້ອງການ ຂອງ ຕລາດ ຢ່າງ ມະຫາສານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.