ໂຄງການ ນຶ່ງເສັ້ນທາງ ແລະ ນຶ່ງສາຍແອວ ຂອງຈີນ

ສິດນີ
2017.11.16
F-xi ທ່ານ ສີ-ຈິ້ນຜິງ ປະທານປະເທສຈີນ(ກາງ) ໄດ້ຖືກຕ້ອນຮັບຈາກ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ ໃນຣະຫວ່າງການມາຢ້ຽມຢາມ ລາວ ຢ່າງເປັນທາງການ ໃນວັນທີ 13 ຫາ 14 ພຶສຈິກາ 2017 ນີ້.
Screen captured from China TV

ນັກການທູດຈີນ ເວົ້າວ່າ ນະໂຍບາຍ ເສັ້ນທາງສາຍໄຫມ ນຶ່ງຖນົນແລະນຶ່ງສາຍແອວ ຂອງຈີນໄດ້ຮັບຄວາມເຫັນພ້ອມ ຈາກບັນດາ ປະເທດສະມາຊິກ ອາຊຽນ ຢ່າງໃຫຍ່ຫລວງ. ສະມາຊິກ ປະເທດອາຊຽນ ທີ່ຮ່ວມດ້ວຍ ສປປລາວ ຈະເປັນຄູ່ຮ່ວມໃນການ ຊຸກຍູ້ ນະໂຍບາຍ ດັ່ງກ່າວ ຂອງຣັຖບານຈີນ ພາຍໃຕ້ການຜູ້ນຳຂອງ ທ່ານ ຊີຊີງປີງ ປະທານປະເທດຈີນ, ທ່ານ ຊູບູ ນັກການທູດຈີນ ປະຈຳອາຊຽນ ໃຫ້ສໍາພາດ ຕໍ່ຫນັງສືພີມຊີນຮົວ ແລະອົງການຂ່າວສານ ຕ່າງປະເທດ ກ່ອນກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 31 ທີ່ ຟີລີປີນເປັນເຈົ້າພາບ ຣະຫວ່າງມື້ວັນທີ 10 ຫາ 14 ເດືອນ ພຶສຈິກາ ປີນີ້.

ທ່ານວ່າ ເປົ້າຫມາຍຂອງອາຊຽນ ໃນແຜນການພັທນາ ທີ່ຮ່ວມດ້ວຍວິສັຍທັສ ປີ 2025 ຮ່າງ BLUEPRINT ASEAN ປີ 2025 ແລະກົນໄກການເຊື່ອມໂຍງ ອາຊຽນ ປີ 2025 ເປັນແຜນການ ແບບດຽວກັນກັບ ນະໂຍບາຍ ການລິເລີ້ມ ເສັ້ນທາງສາຍໄຫມ BELT AND ROAD ຂອງຈີນ ຈີນແລະອາຊຽນ ມີແຜນການ ຈະສົ່ງເສີມ ການເຊື່ອມຕໍ່ ໃນຂົງເຂດ ທຸກຝ່າຍ ຈະໄດ້ຮັບຜົລປະໂຫຍດ ຮ່ວມກັນ ໃນແຜນການນີ້.

ແຕ່ນັກວິເຄາະ ທາງດ້ານການເມືອງ ໃນຂົງເຂດເວົ້າວ່າ. ໂຄງການເສັ້ນທາງສາຍໄຫມ BELT AND ROAD ຂອງຈີນ ເປັນແຜນການ ທີ່ມີການວາງແຜນ ເປັນຢ່າງດີ ຈາກພັກຄອມມຸນິສຈີນ ບົນພື້ນຖານ ການເປັນຜູ້ນຳຂອງ ທ່ານ ຊີຊີງປີງ ໃນຈຸດປະສົງ ເພື່ອ,
1-ຂຍາຍອິດທິພົນ ທາງດ້ານເສຖກິດ ສັງຄົມ ການເມືອງ ການທະຫານ ຂອງຈີນ ໃນຂົງເຂດ ແລະໃນໂລກ ໃນອະນາຄົດ ທີ່ຈະເລີ້ມຈາກອາຊຽນກ່ອນ ເປັນຕົ້ນທີ່ ສປປລາວ ດັ່ງນັ້ນ ທ່ານ ຊີຊີງປີງ ຜູ້ນຳຈີນ ຈື່ງໃຫ້ຄວາມສຳຄັນ ກັບ ສປປລາວ ຫລາຍຂຶ້ນ ຈຶ່ງມາຢ້ຽມຢາມລາວ ຢ່າງເປັນທາງການ ວ່າງຫລັງໆມານີ້ ແລະໃຫ້ຄວາມຊ່ອຍເຫລືອລາວ ທຸກຢ່າງ ທີ່ລາວຮ້ອງຂໍມາ.

2-ໂຄງການເສັ້ນທາງສາຍໄຫມ ຈະເປັນການເຊື່ອມຕໍ່ ທາງດ້ານການ ຄົມມະນາຄົມ ອີກເສັ້ນທາງນຶ່ງ ໄປຫາຢູໂຣບ ແລະອີກເສັ້ນທາງນຶ່ງ ໄປຮອດຕາເວັນອອກກາງ ຜ່ານອີນເດັຽແລະປາກິສຖານ. ຖ້າມີການເຊື່ອມຕໍ່ ທາງດ້ານ ການຄົມມະນາຄົມ ເສຖກິດ ການຄ້າ ການເມືອງ ແລະອື່ນໆ ກໍໄປນຳ.

3-ນອກຈາກການເຊື່ອມໂຍງ ແລະຂຍາຍອິດທິພົນ ຂອງຈີນ ທາງດ້ານການຄ້າ ເສຖກິດການເມືອງ ແລະສັງຄົມ ວັທນະທັມແລ້ວ ເສັ້ນທາງສາຍໄຫມ ຍັງເປັນແຜນການຕີວົງອ້ອມ ການເຊື່ອມອຳນາດ ທາງດ້ານການຄ້າ ການເມືອງ ແລະການທະຫານ ຂອງປະເທດຕາເວັນຕົກ ນຳອີກ ເປັນຕົ້ນ ສະຫະຣັດ ຊຶ່ງເປັນຄູ່ແຂ່ງ ຣະດັບສູງກັບຈີນ ໃນເວລານີ້.

ໂຄງການເສັ້ນທາງສາຍໄຫມ ໄດ້ເລີ້ມມາແຕ່ປີ 2013 ເປັນແຜນການ ຂອງປະທານປະເທດຈີນ ທ່ານ ຊີຊີງປີງ ໃນຈຸດປະສົງ ເພື່ອໃຫ້ ມີການເຊື່ອມໂຍງ ຣະຫວ່າງຈີນໄປເອເຊັຽ ອາຟຣິກາແລະຢູໂຣບ ທາງດ້ານ ການຄ້າ ແລະການເມືອງ ຜ່ານເສັ້ນທາງ ສາຍນີ້.

ທ່ານ ຊີຊີງປີງ ໄດ້ຊຸກຍູ້ໂຄງການ ດັ່ງກ່າວມາແຕ່ຕົ້ນ ໃນຈຸດປະສົງ ເພື່ອ ຈີນຈະສາມາດ ຄວບຄຸມການເມືອງ ແລະເສຖກິດໃນພາກພື້ນ ແລະໃນ ກອງປະຊຸມ ພັກຄອມມຸນິສຈີນ ວ່າງຫລັງໆມານີ້ ຣັຖບານຈີນ ກໍໄດ້ອະນຸມັດ ງົບປະມານ ເຂົ້າໃນໂຄງການນີ້ ປະມານ 1.36 ລ້ານລ້ານໂດລາ ເພື່ອຂຍາຍໂຄງການ ດັ່ງກ່າວ ໄປໃນ 65 ປະເທດ ໃນໂລກ ໃຫ້ໄດ້ໃນທົສວັດຫນ້າ.

ສຳລັບ ສປປລາວແລ້ວ ຈີນຖືວ່າ ສຳຄັນໃນການລິເລີ້ມ ຫລັງຈາກຈີນ ໄດ້ຄັດເລືອກຜູ້ນຳ ພັກຄອມມຸນິສ ຊຸດໃຫມ່ ໃນກອງປະຊຸມພັກ ວ່າງຫລັງໆມານີ້ ແລະກໍມີການ ສັບປ່ຽນ ຄນະຣັຖບານໃຫມ່ ຫລາຍຄົນ ເປັນຄົນລຸ້ນໃຫມ່  ຊຶ່ງທ່ານ ຊີຊິງປິງ ຖືກຄັດເລືອກ ໃຫ້ເປັນປະທານ ອີກເທື່ອໃຫມ່, ຈະບໍ່ມີຫຍັງ ປ່ຽນແປງ ຄວາມສຳພັນ ແຮ່ງຈະເພີມຂຶ້ນກວ່າເກົ່າ ຍ້ອນຈີນ ຕ້ອງການລາວ ແລະລາວ ກໍເປັນຈຸດຍຸທສາດ ທີ່ສຳຄັນ ໃນໂຄງການ ດັ່ງກ່າວ ຂອງຈີນ.

ແຕ່ສຳລັບກັບຫລາຍປະເທດເປັນຕົ້ນ ສະຫະຣັດ ນະໂຍບາຍເສັ້ນທາງສາຍໄຫມ ຂອງຈີນ ແລະການສັບປ່ຽນ ຜູ້ນຳຊຸດໃຫມ່ ສ້າງຄວາມກັງວົນ ໃຫ້ແກ່ ຫລາຍປະເທດໃນໂລກ ໂດຍສະເພາະ ໂລກຕາເວັນຕົກ ພ້ອມທັງ ສະຫະຣັຖ ເພາະເສຖກິດຈີນ ກ້າວຫນ້າ ຢ່າງກະໂດດເຕັ້ນ ໃນຣະຍະ 4-5 ປີ ທີ່ຜ່ານມາ ທາງດ້ານ ທະຫານ ຈີນ ກໍເພີ້ມງົບປະມານ ຫລາຍຂຶ້ນ ເພື່ອຈະສ້າງ ຄວາມສົມດູນ ກັບ ປະເທດຕາເວັນຕົກ ໂດຍສະເພາະ ສະຫະຣັດ.

ບັນຫາທີ່ຫນ້າເປັນຫ່ວງ ຫລາຍກວ່າຫມູ່ ກໍແມ່ນບັນຫາ ໃນເຂດທະເລຈີນໃຕ້ ທີ່ຫລາຍປະເທດຢ້ານວ່າ ຈະເກີດການປະທະກັນຂຶ້ນ ກັບບັນດາປະເທດ ທີ່ອ້າງອະທິປະຕັຍຮ່ວມກັນ ໃນເຂດນ່ານນ້ຳດັ່ງກ່າວກັບຈີນ. ບັນຫາອັນທີສອງ ກໍແມ່ນຈີນ ຈະຄວບຄຸມ ທາງດ້ານເສຖກິດ ແລະການຄ້າ ໃນອະນາຄົດ ຖ້າບໍ່ມີປະເທດໃດຕ້ານຈີນ.

ສຳລັບກັບບັນດາປະເທດເອເຊັຽແລ້ວ ຈີນພຍາຍາມຈະໄກ່ເກັ່ຽບັນຫາ ທະເລຈີນໃຕ້ ພຍາຍາມຜູກມິດ ກັບປະເທດຕ່າງໆ ໃນຂົງເຂດ ໂດຍສະເພາະ ກັບບັນດາປະເທດອາຊຽນ ທັງຫລາຍ ເພາະເປັນປະເທດ ເພື່ອນບ້ານກັບຈີນ.

ນັກການທູດຈີນປະຈຳລາວ ເວົ້າວ່າ ນະໂຍບາຍຜູ້ນຳຊຸດໃຫມ່ຈີນ ບໍ່ມີຫຍັງປ່ຽນແປງກັບ ສປປລາວ ທຸກສິ່ງທຸກຢ່າງ ຍັງເຫມືອນເດີມ ແລະຈະສູງກວ່າເກົ່າ. ຫົວຫນ້າຜແນກການເມືອງ ປະຈຳສະຖານທູດຈີນ ທີ່ນະຄອນຫລວງວຽງຈັນ ໃຫ້ການຢືນຢັນ ຕໍ່ກອງປະຊຸມນັກຂ່າວ ທີ່ຈັດຂຶ້ນ ທີ່ນະຄອນວຽງຈັນ ວ່າຫລັງຈາກ ກອງປະຊຸມຫນ່ວຍງານ ທີ່ປຶກສາທາງດ້ານ ການເມືອງ ຂອງພັກຄອມມຸນິສຈີນ ຫລື CPPCC, ບັນດາປະເທດອາເຊັຽ ຍັງເປັນວຽກງານ ບູຣິມະສິດ ຣະດັບສູງ ທາງດ້ານ ນະໂຍບາຍ ຕ່າງປະເທດຂອງຈີນ ທີ່ໃຫ້ຄວາມສຳຄັນ ຕໍ່ປະເທດເພື່ອນບ້ານ ຫລາຍກວ່າຫມູ່ ໃນນັ້ນຮ່ວມດ້ວຍ ສປປລາວ. ດັ່ງເຈົ້າຫນ້າທີ່ ຣະດັບສູງ ສປປລາວ ກ່າວຕ້ອນຮັບ ການມາຢ້ຽມຢາມ ແລະເຮັດວຽກ ຂອງເຈົ້າຫນ້າທີ່ ຣະດັບສູງຂອງຈີນ ວ່າງຫລັງໆມານີ້ວ່າ:

"ຂໍຮຽນເຊີນສະຫາຍ ກັມມະການ ການເມືອງສູນກາງພັກ ຕົວແທນຣັຖບານຈີນ ບັນດາສະຫາຍ ຕົວແທນພັກຄອມມຸນີດຈີນ ແລະເຈົ້າຫນ້າທີ່ກ່ຽວຂ້ອງ ທາງການລາວ ຍີນດີຕ້ອນຮັບ."

ນັກການທູດຈີນ ຍັງບອກອີກວ່າ ຈະເປັນຜູ້ນຳລຸ້ນໃດກໍຕາມ ທີ່ຂຶ້ນກຳອຳນາດໃນຈີນ ນະໂຍບາຍ ຂອງຈີນ ທີ່ມີຕໍ່ ສປປລາວ ຈະບໍ່ມີການປ່ຽນແປງ ມີແຕ່ຈະເພີ້ມຄວາມແຫນ້ນແຟ້ນ ຂຶ້ນກວ່າເກົ່າ ເພາະວ່າ ສອງປະເທດໃຊ້ ນະໂຍບາຍ ສັງຄົມນິຍົມ ແບບດຽວກັນ ເປັນຫົນທາງ ໃນການເຕີບໂຕ ທາງດ້ານເສຖກິດ.

ທ່ານວ່າ ສິ່ງທີ່ຣັຖບານຈີນ ໃນອະດີດໄດ້ປະຕິບັດຕໍ່ ສປປລາວ ນະໂຍບາຍ ຂອງຜູ້ນຳຊຸດໃຫມ່ ຈີນ ກໍຈະສືບຕໍ່ໄປດັ່ງ ການຊ່ອຍເຫລືອລາວ ໃນໂຄງການ ພັທນາຕ່າງໆ ໃນປັດຈຸບັນ ການແລກປ່ຽນ ການຢ້ຽມຢາມ ຜູ້ນຳຣະດັບສູງ ຣະຫວ່າງ ສອງປະເທດ ທີ່ເຄີຍມີກໍຈະສືບຕໍ່ ທາງດ້ານການຄ້າ ເສຖກິດແລະສັງຄົມ ກໍຈະສືບຕໍ່ໄປ ອາດຈະແຫນ້ນແຟ້ນ ຂຶ້ນຫລາຍກວ່າເກົ່າ ເພາະຜູ້ນຳຊຸດໃຫມ່ ເນັ້ນນະໂຍບາຍໃສ່ ປະເທດເອເຊັຽ ເພື່ອນບ້ານຫລາຍກວ່າ.

ແຕ່ບັນຫາທີ່ ສປປລາວ ຍັງບໍ່ທັນຮູ້ນັ້ນກໍແມ່ນວ່າ ລາວຈະເປັນທາງຜ່ານລ້າໆ ໃນໂຄງການເສັ້ນທາງສາຍໄຫມ ຂອງຈີນ ແລະສ່ວນໃຫຍ່ ຈະໃຫ້ປະໂຍດແກ່ຈີນ ຫລາຍກວ່າ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.