ເດັກນ້ອຍລາວທຸກຍາກ ບໍ່ໄດ້ ເຂົ້າໂຮງຮຽນ

ຈໍາປາທອງ
2019.09.12
F-school-ladsavang ໂຮງຮຽນຊັ້ນປະຖົມ ບ້ານລາດສະຫວ່າງ
RFA/DS

ເດັກນ້ອຍລາວຈຳນວນບໍ່ໜ້ອຍ ໃນທົ່ວປະເທດ ເປັນຕົ້ນຢູ່ຕາມເຂດຊົນນະບົດ ບໍ່ໄດ້ເຂົ້າໂຮງຮຽນ ຍ້ອນຄອບຄົວທຸກຍາກ ຂາດເຂີນ, ຢູ່ໄກ ໂຮງຮຽນ, ບໍ່ມີໂຮງຮຽນພຽງພໍ, ຂາດເຂີນຄຣູ ແລະຄຸນນະພາບ ການສຶກສາຕ່ຳ ແມ່ນເປັນຍ້ອນນະໂຍບາຍ ບໍ່ຖືກຕ້ອງ, ດັ່ງຊາວລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ຊຶ່ງຮູ້ຈັກ ແລະເຂົ້າໃຈເຣຶ່ອງນີ້ດີກ່າວ ຕໍ່ວິທຍຸເອເຊັຍເສຣີ ເມື່ອບໍ່ດົນມານີ້ວ່າ ເປັນຍ້ອນນະໂຍບາຍ ຂອງເພິ່ນບໍ່ດີ:

"ເວົ້າແລ້ວມັນນະໂຍບາຍ ບໍ່ດີນະໂຍບາຍ ເຂົາເຈົ້າບໍ່ດີ."

ແລະ ເຈົ້າໜ້າທີ່ ຂແນງສຶກສາ ຂັ້ນສູງຂອງລາວ ກໍເວົ້າວ່າ:

"ຄຸນນະພາບການສຶກສາ ຂອງລາວເຮົານີ້ ມາທຽບໃສ່ພາກພື້ນ ແລະສາກົນ ເຮົາກະຍັງໄກເຂົາເຈົ້າຢູ່ນໍ, ນຶ່ງ ບັນຫານຶ່ງແຫຼະມານີ້ ແລະ ເຣຶ່ອງນະໂຍບາຍເຮົານີ້ແຫລະ ຄືນະໂຍບາຍຂອງພວກເຮົາ ທີ່ປະຕິບັດກັນ ແຕ່ລະຂັ້ນນີ້ແຫລະ."

ຕາມຣາຍງານ ຂອງສື່ມວນຊົນ ທາງການລາວ. ພວກເດັກນ້ອຍ ບໍ່ມີໂອກາດໄດ້ຮຽນໜັງສື ຊຶ່ງເປັນບັນຫາໃຫ່ຍ ທີ່ຜູ້ນຳພັກ ປະຊາຊົນ ປະຕິວັດລາວ ຜະເດັດການພັກດຽວ ຜູກອຳນາດມາໄດ້ 43 ປີ ບໍ່ສາມາດແກ້ໄຂ ໃຫ້ຕົກໄປໄດ້ ເຖິງແມ່ນຈະມີ ນະໂຍບາຍ ລົບລ້າງການ ບໍ່ຮູ້ໜັງສື ຂອງພົລເມືອງລາວ ທີ່ມີພຽງປະມານ 6 ລ້ານ 5 ແສນຄົນ ແລະ ຣັຖທຳມະນູນ ສປປລາວ ມາດຕຣາ 22 ກໍຮັບປະກັນວ່າ ຣັຖເອົາໃຈໃສ່ ປະຕິບັດນະໂຍບາຍ ການສຶກສາແຫ່ງຊາດ ເພື່ອສ້າງຄົນລາວ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ມີວິຊາຊີບ, ຣັຖສ້າງ ໂອກາດ ແລະເງື່ອນໄຂໃຫ້ ປະຊາຊົນໄດ້ຮັບການສຶກສາ ຢ່າງທົ່ວຖິງ ໂດຍສະເພາະ ປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫລີກ, ຊົນເຜົ່າ, ແມ່ຍິງ, ເດັກນ້ອຍ, ຜູ້ດ້ອຍໂອກາດ, ຜູ້ພິການ.

ແລະທັງຍັງເວົ້າໄປຮອດວ່າ ຣັຖກຳນົດເອົາການສຶກສາ ເປັນວຽກງານໃຈກາງ ຂອງການພັທນາ ຊັພຍາກອນມະນຸດ ແລະ ສົ່ງເສີມທຸກ ເພດວັຍ, ທຸກເຜົ່າ ໃຫ້ເຂົ້າເຖິງການສຶກສາ, ເອົາໃຈໃສ່ສ້າງ, ພັທນາ ແລະມີນະໂຍບາຍຕໍ່ຄຣູ, ບຸກຄະລາກອນ ການສຶກສາ ແລະຜູ້ຮຽນ ຢ່າງເໝາະສົມ.

ໃນຂນະທີ່ຊາວລາວທ່ານດຽວກັນນີ້ເວົ້າ ຄຣູຜູ້ນຶ່ງສອນຫລາຍຊັ້ນຫຼາຍຫ້ອງ ເຮັດໃຫ້ຣະດັບຄວາມຮູ້ຂອງນັກຮຽນຕໍ່າ:

"ສອນຫລາຍຫ້ອງຫລາຍຊັ້ນ ສອນຄວບ ປ 1, ປ 2, ປ 3 ຄຣູ ຜູ້ດຽວ ມັນກະບໍ່ໄດ້ມາດຕະຖານ ເຂົາເຣຶ່ອງການສຶກສາເຮົາ."

ນັ້ນຄືສະພາບຄວາມເປັນຈິງ ບໍ່ເປັນຄືດັ່ງທີ່ທາງການໂຄສະນາ. ດັ່ງນັ້ນຈຶ່ງເຮັດໃຫ້ຄຸນນະພາບການສຶກສາຢູ່ ສປປລາວ ຕ່ຳທາງດ້ານ ຄຸນນະພາບ ແລະບໍ່ໄດ້ທັງຈຳນວນ. ເວົ້າສະເພາະ ເດັກນ້ອຍນັກຮຽນ ທີ່ຄອບຄົວທຸກຍາກຂາດເຂີນ ແມ່ນບໍ່ໄດ້ຮັບ ການເອົາໃຈໃສ່ ພໍເທົ່າໃດ, ເຮັດໃຫ້ພວກເຂົາເຈົ້າ ຈຳນວນບໍ່ໜ້ອຍ ບໍ່ໄດ້ເຂົ້າໂຮງຮຽນ ແລະມີແນວໂນ້ມເພິ່ມຂຶ້ນ.

ເວົ້າສະເພາະແຂວງເຊກອງ ຊຶ່ງເປັນແຂວງທີ່ທາງການບໍ່ໄດ້ເອົາໃຈໃສ່ ພັທນາພໍເທົ່າໃດນັ້ນ, ເດັກນ້ອຍທີ່ເຖິງເກນອາຍຸ ເຂົ້າໂຮງຮຽນປະຖົມ ຄືແຕ່ 6 ປີ ຫາ 10 ປີ 655 ຄົນ ໃນຈຳນວນນັກຮຽນ ທັງໝົດ 38,500 ຄົນ ບໍ່ໄດ້ເຂົ້າໂຮງຮຽນ ໃນສົກການສຶກສາ 2018-2019 ຊຶ່ງສົກການສຶກສາ ປີກ່ອນນັ້ນ ມີພຽງ 380 ຄົນ. ໃນຈຳນວນເດັກນ້ອຍທີ່ວ່ານັ້ນ ສ່ວນຫຼາຍແມ່ນເດັກນ້ອຍຊົນເຜົ່າ ຢູ່ເຂດຫ່າງໄກສອກ ຫລີກ, ບໍ່ມີໂຮງຮຽນ, ຢູ່ໄກໂຮງຮຽນ ແລະ ພໍ່ແມ່ທຸກຍາກ.

ຕາມຄຳເວົ້າຂອງເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ແຂວງເຊກອງ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມິຖຸນາ ທີ່ຫາກໍ ຜ່ານມາ ນີ້ວ່າ:

"ສໍາລັບສົກ 18-19 ປະຊາກອນໃນເກນ ເຂົ້າໂຮງຮຽນ ບໍ່ໄດ້ເຂົ້າໂຮງຮຽນ 6-10 665 ຄົນ ໃນເດັກນ້ອຍທັງໝົດ ໄດ້ເຂົ້າໂຮງຮຽນ 38 ພັນ 500 ຄົນ ຍົກຕົວຢ່າງວ່າໂຮງຮຽນກິນນອນ ຫັ້ນນະ ແຂວງເຊກອງ ມີຢູ່ 2 ເມືອງ, ເມືອງດາກຈຶ້ງ ເມືອງກະລືມ ມັນເປັນເຂດຫ່າງໄກ ອິຫລີ ເພາະວ່າໂຮງຮຽນ ບໍ່ມີຫໍພັກຢູ່ ນັກຮຽນບໍ່ມີບ່ອນນອນ ໄກເຕິບ ແຫລະ 30-40 ກິໂລແມັດ."

ແຕ່ກໍຍັງດີ ທີ່ມີກອງທຶນການສຶກສາ ເພື່ອການພັທນາ ຂອງຕ່າງປະເທດ ປະຈໍາລາວ EDF-LAO ຊ່ອຍເຫລືອທາງດ້ານອຸປກອນ ການຮຽນ, ສົ້ງ, ເສື້ອ, ເກິບ ແລະຣົດຖີບ ແລະກອງທຶນ ESDT ຂອງທະນາຄານໂລກ ກໍຊ່ອຍເຫຼືອເບັ້ຽລ້ຽງ ອຸປກອນການຮຽນ ແລະ ບ່ອນນອນ ໃຫ້ນັກຮຽນອີກ 100 ປາຍທຶນ, ແຕ່ກໍຍັງ ບໍ່ພຽງພໍ, ດັ່ງເຈົ້າໜ້າ ທີ່ຜແນກສຶກສາທິການ ແລະກິລາ ແຂວງເຊກອງ ອີກທ່ານນຶ່ງເວົ້າວ່າ:

"ພວກເຮົາມີທຶນສນັບສນູນ ໃຫ້ເດັກນ້ອຍ ດ້ອຍໂອກາດ ສ່ວນຫລາຍ ກໍມີແຕ່ເດັກຊົນນະບົດ ເຜົ່າ EDF ລາວ ເດັກມີຈຸດປະສົງ ຢາກຮຽນ ແຕ່ເງື່ອນໄຂ ບໍ່ເອື້ອອໍານວຍ ຖ້າເຮົາໄປສນັບສນູນ ເປັນເງື່ອນໄຂໃຫ້ເດັກ ໄດ້ເຂົ້າໂຮງຮຽນຈົບ ນັ້ນແຫຼະເນາະ ແຕ່ມັນກໍບໍ່ສາມາດ ຈະເຂົ້າເຖິງໄດ້ໝົດ."

ບໍ່ພຽງເທົ່ານັ້ນ ຄຣູອາສາສະໝັກ ໃນທົ່ວປະເທດ 10 ປາຍພັນຄົນ ຍັງລະເລີຍແບບບໍ່ໃຫ້ ມີອະນາຄົດ. ເຖິງແມ່ນ ຍານາງ ແສງເດືອນ ຫລ້າຈັນທະບູນ ຣັຖມົນຕຣີກະຊວງສຶກສາທິການ ແລະກິລາ ຈະກ່າວຕໍ່ສື່ມວນຊົນ ທາງການລາວ ໃນໂອກາດເຂົ້າຮ່ວມ ກອງປະຊຸມຣັຖບານ ເປີດກວ້າງ ຄັ້ງທີ 1 ປີ 2019 ໃນມື້ວັນທີ 27 ມິຖຸນາ ທີ່ ຜ່ານມານີ້ວ່າ ກະຊວງສຶກສາທິການ ແລະກິລາ ໄດ້ສຸມໃສ່ແກ້ໄຂບັນຫາ ທີ່ ພົ້ນເດັ່ນເຊັ່ນ:

ຜ່ານການສຳຫຼວດປີກາຍ ຄຣູອາສາສະໝັກ ມີຫຼາຍກວ່າ 12,000 ຄົນ ຊຶ່ງເປັນບັນຫາທີ່ໄດ້ແກ້ໄຂ ໂດຍແບ່ງອອກເປັນ 3 ບັນຊີ ຄື: ວິຊາທີ່ໂຮງຮຽນມີຄວາມຕ້ອງການ ແຕ່ຕ້ອງຜ່ານການສອບເສັງ, ຄຣູອາສາທີ່ຍັງໜຸ່ມນ້ອຍຕ້ອງໄດ້ຜ່ານການທົດສອບ ແລະ ຄຣູສອນ ວິຊາໃດໜຶ່ງ ທີ່ທາງໂຮງຮຽນບໍ່ຕ້ອງການ ຫຼືເອີ້ນວ່າຄຣູເຫຼືອ ແມ່ນໃຫ້ສະໝັກໃຈໄປຮຽນນວິຊາຊີບ ທີ່ເໝາະສົມກັບຕົນເອງ. ແຕ່ກໍຍັງ ບໍ່ເຫັນວ່າ ຈະສາມາດແກ້ໄຂໃຫ້ຕົກໄປໄດ້.

ຖ້າບໍ່ມີກອງທຶນການສຶກສາ ເພື່ອການພັທນາຂອງຕ່າງປະເທດ ປະຈໍາລາວ ແລະກອງທຶນ ESDT ຂອງທະນາຄານໂລກ ໃຫ້ທຶນຊ່ອຍ ເຫລືອລ້າ ໃນແຕ່ລະປີ ບັນຫາການເຂົ້າຮຽນໜັງສື ຂອງເດັກນ້ອຍທຸກຍາກ ດ້ອຍໂອກາດ ກໍຍິ່ງຈະໜັກໜ່ວງ ຫຼາຍກວ່າ ທີ່ເປັນຢູ່ ໃນຂະນະນີ້.

ຍ້ອນທຶນຊ່ອຍເຫລືອລ້າ ດັ່ງກ່າວ ຈຶ່ງເຮັດໃຫ້ເດັກນ້ອຍຊົນເຜົ່າຜູ້ໃດຮຽນໄດ້ ພໍປານກາງ ແລະຮຽນເກັ່ງ ທີ່ຕ້ອງການຮຽນຕໍ່, ບໍ່ຂາດ ໂຮງຮຽນ ແລະຄອບຄົວທຸກຍາກ ຈຳນວນນຶ່ງ ໄດ້ຮັບທຶນການສຶກສາ.

ກອງທຶນການສຶກສາ ທີ່ວ່ານັ້ນ ເວົ້າເຖິງຣະດັບການເຕີບໂຕ ຂອງ ເດັກນ້ອຍລາວ ຮວມທັງການບໍ່ໄດ້ ເຂົ້າໂຮງຮຽນປະຖົມ ແລະ ມັທຍົມວ່າ, ອົງການຊ່ອຍເຫລືອ ເດັກນ້ອຍ Save The Children ເຜີຍແຜ່ໃນບົດຣາຍງານກ່ຽວກັບວັຍເດັກ ທົ່ວໂລກ Global Child-hood ວ່າ ເດັກນ້ອຍລາວເຕີບໂຕ ດ້ວຍຄຸນນະພາບຕໍ່າ ຄືຢູ່ໃນອັນດັບທີ 145 ໃນຈໍານວນ 176 ປະເທດທົ່ວໂລກ.

ແຕ່ກໍຍັງດີທີ່ມີຂ່າວວ່າ ສະຫະຣັຖອະເມຣິກາ ໃຫ້ການຊ່ອຍເຫລືອລ້າ ໃນໂຄງການຮຽນອ່ານ ຢູ່ແຂວງຊຽງຂວາງ, ວຽງຈັນ, ຈຳປາສັກ ແລະ ແຂວງອັດຕະປືມູນຄ່າ 20 ລ້ານ ໂດລາ ສະຫະຣັຖ ຊຶ່ງໜັງສືພິມວຽງຈັນໃໝ່ ຂອງທາງການລາວຣາຍງານ ໃນມື້ວັນທີ 4 ກັນຍານີ້.

ໃນພິທີມອບຮັບ ຊຶ່ງມີມາດາມ ຣີນາ ປິດເຕີ ທູດສະຫະຣັຖ ອາເມຣິກາ ປະຈຳ ສປປລາວ ແລະຍານາງ ແສງເດືອນ ຫລ້າຈັນທະບູນ ຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ເຂົ້າຮ່ວມໃນມື້ວັນທີ 30 ສິງຫາທີ່ຜ່ານມາ, ທ່ານ ຫຸມພັນ ແກ້ວອຸ່ນຄຳ ຫົວໜ້າຜແນກ ສົນທິສັນຍາ ແລະ ການຮ່ວມມື ກະຊວງສຶກສາທິການ ແລະກິລາ ກ່າວວ່າ ໂຄງການດັ່ງກ່າວ ເປັນໂຄງການຮ່ວມມື ທີ່ໄດ້ຮັບທຶນ ຊ່ອຍເຫຼືອລ້າ ຈາກຣັຖບານ ສະຫະຣັຖອາເມຣິກາ ມູນຄ່າ  20 ລ້ານໂດລາ ສະຫະຣັຖ ຫລືປະມານ 175 ຕື້ກີບ ໂດຍຜ່ານອົງການ ຊ່ອຍເຫລືອເດັກສາກົນ ແລະອົງການຣູມທູຣີດ ປະຈຳ ສປປລາວ.

ໂຄງການນີ້ມີກຳນົດປະຕິບັດ ໃນໄລຍະ 5 ປີ ຄືແຕ່ປີ 2019 ເຖິງປີ 2023 ໂດຍຈະເລັ່ງໃສ່ 9 ກິຈກັມ ຫລັກ ໃນການພັທນາຂແນງ ການສຶກສາ ຢູ່ເມືອງເປົ້າໝາຍໃນ 4 ແຂວງ ດັ່ງກ່າວ ເຊັ່ນ: ການພັທນາ ວິທີການສິດສອນ ແລະ ຊ່ອຍເຫລືອອຸປກອນ ເຄື່ອງມືຕ່າງໆ ເພື່ອປັບປຸງທັກສະ ຫລືຄວາມສາມາດ ໃນການເວົ້າພາສາ, ການກຽມອ່ານ ແລະຂຽນ ສຳລັບນັກຮຽນ ຫ້ອງກຽມປະຖົມ ໂດຍສະເພາະສຳລັບ ຜູ້ດ້ອຍໂອກາດ, ການພັທນາວິທີການສອນ ແລະ ສະໜອງອຸປກອນ ເຄືຶ່ອງມືການສອນ ພາສາ ລາວ ເພື່ອຊ່ອຍຫລັກສູດໃໝ່ ສຳລັບຊັ້ນ ປ 1 ແລະ ປ 2 ເພື່ອໃຫ້ເດັກນ້ອຍ ທີ່ບໍ່ເວົ້າພາສາລາວ ມາແຕ່ເກີດ ແລະ ເດັກພິການ ມີເງື່ອນໄຂດີຂຶ້ນ, ສນອງປື້ມອ່ານ ໃຫ້ເດັກນ້ອຍ ແລະ ຊ່ອຍອຸປກອນ ການຮຽນ-ການສອນ ທີ່ເໝາະສຳຮັບເດັກນ້ອຍ. ພ້ອມກັນນັ້ນກໍຊ່ອຍສ້າງຄວາມເຂັ້ງແຂງ ໃຫ້ຄຣູປະຖົມ ທີ່ສອນຫ້ອງ ກຽມປະຖົມ ປ1 ແລະ ປ 2 ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.