ຈຳປາສັກ ຫາລືເປີດ ການທ່ອງທ່ຽວ

ສິດ​ນີ
2021.09.01
ຈຳປາສັກ ຫາລືເປີດ ການທ່ອງທ່ຽວ ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວ ທີ່ແຂວງຈຳປາສັກ ແລ້ວເດີນທາງໄປທ່ຽວ ກັມພູຊາຕໍ່, ວັນທີ 16 ກັນຍາ 2017.
Photo: RFA

ອຳນາດ ການປົກຄອງ ເມືອງໂຂງ ແຂວງຈຳປາສັກ ປະຊຸມ ປຶກສາຫາລືກັນ ກ່ຽວກັບ ເປີດ ການທ່ອງທ່ຽວ ຄືນໃໝ່ ແຕ່ຜູ້ປະກອບການ ທ່ອງທ່ຽວ ຈຳນວນນຶ່ງ ຍັງບໍ່ເຫັນພ້ອມນຳ ຍ້ອນບັນຫາ ໂຄວິດ-19 ຍັງບໍ່ສິ້ນສຸດເທື່ອ ຊຶ່ງເມື່ອບໍ່ດົນມານີ້ ທ່ານ ພອນເທບ ພົນເສນາ,  ທີ່ປຶກສາ ວຽກງານ ຕ້ານໂຄວິດ-19 ແຂວງຈຳປາສັກ ກໍໄດ້ລົງພື້ນທີ່ ຮິບໂຮມ ຂໍ້ມູນດ້ານຕ່າງໆ ເພື່ອນຳໄປ ຣາຍງານ ຕໍ່ຂັ້ນເທິງ ເພື່ອປະເມີນ ແລະ ຊອກຊ່ອງທາງ ໃນການເປີດ ການທ່ອງທ່ຽວ ອີກໃໝ່ ໃນໄລຍະ ທີ່ມີ ການຣະບາດ ໂຄວິດ-19 ຢູ່ ດັ່ງເຈົ້າໜ້າທີ່ ຂແນງ ການທ່ອງທ່ຽວ ແຂວງຈຳປາສັກ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 30 ສິງຫານີ້ວ່າ:

“ເຮົາກະຕ້ອງ ໄດ້ຊອກ ວິທີແກ້ ການນຳ ເພິ່ນກະມີແຜນ ວິທີປັບປຸງ ປັບປຸງ ຢູ່ຈຸດໃດ ກຳລັງ ຊິ່ວາງແຜນ ປ້ອງກັນ ວິທີໃດ ຖ້າວ່າ ມີແຂກຄົນມາ ຊິ່ເຮັດ ແນວໃດ ເຮົາຊິ່ເຮັດ ແນວໃດ ເຮົາຊິ່ ໃຫ້ມັນ ໄດ້ຢູ່ນຳກັນໄດ້ ໂຄວິດ ກັບເຮົານີ້ນ່າ.”

ທ່ານກ່າວຕື່ມວ່າ ຈາກການແຜ່ຣະບາດ ຂອງໂຄວິດ-19 ເຣີ່ມແຕ່ຕົ້ນ ປີ 2020 ເປັນຕົ້ນມາ ເຮັດໃຫ້ ການທ່ອງທ່ຽວ ໃນເມືອງໂຂງ ຊຶ່ງເປັນ ບ່ອນທ່ອງທ່ຽວ ທີ່ດົງດັງ ໃນເຂດພາກໃຕ້ ໄດ້ຮັບ ຜົລກະທົບໜັກ ບໍ່ມີ ນັກທ່ອງທ່ຽວ ເຂົ້າມາເລີຍ ເຮັດໃຫ້ ບັນດາຜູ້ປະກອບການທ່ອງທ່ຽວ ເປັນຕົ້ນໂຮງແຮມ, ບ້ານພັກ. ຮ້ານອາຫານ ແລະ ບໍຣິສັດ ບໍຣິການ ການທ່ອງທ່ຽວ ທຸກປະເພດ ຂາດລາຍໄດ້ ແລະ ກໍໄດ້ປິດ ກິຈການ ໄປໝົດ.

ກ່ຽວກັບ ເຣື່ອງນີ້ ຜູ້ປະກອບການ ເຮືອນພັກ ຢູ່ເມືອງໂຂງ ທ່ານນຶ່ງ ເວົ້າວ່າ ຖ້າທາງການ ເປີດ ການທ່ອງທ່ຽວ ອີກໃໝ່ ກໍຢາກໃຫ້ ຄັດກອງ ນັກທ່ຽວທ່ຽວ ຜູຸ້ທີ່ ຈະເຂົ້າມາທ່ຽວ ໃນແຂວງ ປະຕິບັດ ຕາມມາຕການ ປ້ອງກັນ ໂຄວິດ-19 ຢ່າງເຄັ່ງຄັດ ເພື່ອບໍ່ຢາກໃຫ້ ມີການແຜ່ຣະບາດ ໂຄວິດ-19 ແລະ ບໍ່ຢາກໃຫ້ ບ້ານພັກ ຂອງລາວ ເປັນບ່ອນ ແຜ່ເຊື້ອໂຣຄ.

“ຕ້ອງຄັດກອງ ເພາະວ່າ ແຂກນອນທີ່ນີ້ ເຂົາກະຢ້ານ ຄືກັນ ມີຄົນ ຍ່າງຂຶ້ນມາ ຈັກແມ່ນໃຜ ແຂກຊິ່ເຂົ້າມາ ແບບວ່າ ຕ້ອງແຈ້ງເຮົາ ກ່ອນວ່າ ມີແຂກກຸ່ມນີ້ ຊິ່ມາ ເຮົາກໍຕ້ອງມີ ການກວດກາ ຄວາມສະອາດ, ນ້ຳລ້າງມື, ຜ້າອັດປາກ ຫຼື ໃຫ້ແພດກວດກ່ອນ ເຮົາຊິ່ຮັບ ເພາະວ່າ ເປັນຫ່ວງແຂກ ທີ່ໃຊ້ບໍຣິການ ກິນອາຫານ ເຊົ້າເຮົາເດ.”

IMG_5638.JPG
ວັດ​ພູ​ຈຳ​ປາ​ສັກ ຊຶ່ງ​ເປັນ​ສະ​ຖານ​ທີ່ ທີ່​ນັກ​ທ່ອງ​ທ່ຽວ ຊາວ​ຕ່າງ​ປະ​ເທດ ມັກ​ໄປ​ທ່ຽວ​ຊົມ ທີ່​ແຂວງ​ຈຳ​ປາ​ສັກ

ໃນຂນະທີ່ ຜູ້ປະກອບການ ໂຮງແຮມ ຢູ່ເມືອງໂຂງ ທ່ານນື່ງ ເວົ້າວ່າ ທຸກມື້ນີ້ ທ່ານເອງ ກໍຕຽມຕ້ອນຮັບ ນັກທ່ອງທ່ຽວ ຕາມປົກກະຕິ ເຖິງແມ່ນວ່າ ຫຼາຍມື້ ຈະບໍ່ມີ ລູກຄ້າ ກໍຕາມ ແຕ່ຖ້າມີ ລູກຄ້າ ທາງໂຮງແຮມ ກໍຈະບໍ່ ສອບຖາມ ການສັກຢາ ວັກຊິນ ປ້ອງກັນ ໂຄວິດ-19 ແຕ່ຢ່າງໃດ ເພາະເຊື່ອວ່າ ນັກທ່ອງທ່ຽວ ອະນຸຍາດ ເຂົ້າມາ ຜ່ານການສັກຢາ ວັກຊິນ ຄົບສອງເຂັມແລ້ວ.

“ລູກຄ້າ ທີ່ມາຫັ້ນນ່າ ເຮົາກະບໍ່ໄດ້ ເຖິງຂັ້ນວ່າ ໄດ້ກວດຂັນວ່າ ໄດ້ສັກຢາ ຫຍັງບໍ່ ເພາະວ່າ ຢູ່ບ້ານເຮົາ ຄົນສ່ວນຫຼາຍ ກໍໄດ້ສັກຢາແລ້ວ ບໍ່ປອດພັຍ ເພິ່ນກະບໍ່ໃຫ້ ຜ່ານມາ ເຈົ້າໜ້າທີ່ ສເພາະກິຈ ແມ່ນກວດກາ ເຣື່ອງໃບສັກຢາ ເດີນທາງໄດ້.”

ຜູ້ປະກອບການ ເຮືອນພັກ ອີກທ່ານນຶ່ງຢູ່ເມືອງໂຂງເວົ້າວ່າ ເຖິງແມ່ນວ່າ ທາງການ ຈະເປີດການ ທ່ອງທ່ຽວ ອີກໃໝ່ແຕ່ ລາວເອງ ກໍບໍ່ເຫັນພ້ອມ ໃນການເປີດ ບ້ານພັກ ຂອງລາວ ສຳລັບ ນັກທ່ອງທ່ຽວ ຍ້ອນສະພາບການ ໂຄວິິດ-19 ຍັງບໍ່ຈົບລົງເທື່ອ ແລະ ນັກທ່ອງທ່ຽວ ກໍຍັງບໍ່ໝັ້ນໃຈ ໃນການມາທ່ຽວ ໃນແຂວງຈຳປາສັກ ໂດຍສະເພາະ ນັກທ່ອງທ່ຽວ ຕ່າງຊາດ.

“ຈາກສະພາບ ໂຄວິດ-19 ນີ້ ກະຖືວ່າ ໄດ້ໂຈະຊົ່ວຄາວ ຫັ້ນແຫລະ ເປີດກະບໍ່ມີ ລູກຄ້ານ່າ ການທ່ອງທ່ຽວ ພາຍໃນ ກໍຍາກ ເພາະວ່່າ ການເດີນທາງ ຍັງບໍ່ຄ່ອຍ ໝັ້ນໃຈເນາະ ຄື ຊ່ວງນີ້ ກະຫຼາຍຄົນ ຍັງບໍ່ໝັ້ນໃຈ ຄັນວ່າ ຊາຍແດນເປີດນີ້ ກະຖືວ່າ ຕຽມພ້ອມຫັ້ນແຫລະ ແລ້ວກະຮັບແຂກ.”

ທ່ານກ່າວຕື່ມວ່າ ນັບຕັ້ງແຕ່ ການຣະບາດ ໂຄວິດ-19 ເປັນຕົ້ນມາ ທຸຣະກິຈ ເຮືອນພັກ ຂອງລາວ ກໍປະສົບ ບັນຫາ ຢ່າງໜັກໜ່ວງ ຍ້ອນຂາດລາຍໄດ້ ແຕ່ກໍໄດ້ຮັບ ການຍົກເວັ້ນ ພາສີ ທ່ອງທ່ຽວ ຈາກພາກສ່ວນ ທີ່ກ່ຽວຂ້ອງ ແລະ ໄດ້ຮັບ ການຫຼຸດຜ່ອນ ຄ່າໄຟຟ້າ ໜ້ອຍນຶ່ງ ສ່ວນເຣື່ອງອຶ່ນໆ ນັ້ນ ຍັງບໍ່ທັນ ໄດ້ຮັບ ການຊ່ອຍເຫຼືອ ຈາກທາງການເລີຍ.

ທາງດ້ານ ຊາວລາວ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ ກ່ອນໜ້ານີ້ ຕົນເອງ ກໍເຄີຍ ໄປທ່ຽວ ເມືອງໂຂງເລື້ອຍໆ ແຕ່ໃນໄລຍະ ຫລັງໆມານີ້ ບໍ່ໄດ້ໄປທ່ຽວ ເມືອງໂຂງ ແລະ ແຂວງອື່ນໆ ຍ້ອນບັນຫາ ໂຄວິດ-19 ໂດຍສະເພາະ ໃນເຂດພາກໃຕ້ ທີ່ແຂວງຈຳປາສັກ ແລະ ສວັນນະເຂດ ຍັງມີຄົນ ຕິດເຊື້ອ ກັນຫລາຍຢູ່ ດັ່ງນັ້ນ ການທ່ອງທ່ຽວ ຮອບໃໝ່ ອາດໃຊ້ ເວລາດົນ.

“ພາກໃຕ້ ຍັງບໍ່ໝັ້ນໃຈເທື່ອ ມີການນຳເຂົ້າ ແຮງງານ ຫຼາຍຢູ່ ຈາກປະເທດໄທຍເນາະ ແບບວ່າ ຍັງບໍ່ໝັ້ນໃຈ ປານໃດ ທາງພາກໃຕ້ ຫຼັງໝົດປີນີ້ ໄປຄິດວ່າ ຈະໂອເຄແລ້ວ ກະຈະໄປທ່ຽວ.”

ເຖິງຢ່າງໃດກໍຕາມ, ກ່ອນໜ້ານີ້ ທ່ານພອນເທບ ພົນເສນີ  ກໍໄດ້ເນັ້ນໃຫ້ ຜູ້ປະກອບການ ທ່ອງທ່ຽວ ຢູ່ເມືອງໂຂງ ຕ້ອງເອົາໃຈໃສ່ ໃນບັນຫາ ທີ່ສຳຄັນ ຖ້າຈະເປີດ ການທ່ອງທ່ຽວ ອີກໃໝ່ ເປັນຕົ້ນ ການຮັບ-ການສົ່ງ ນັກທ່ອງທ່ຽວ ບໍ່ວ່າ ທາງບົກ ຫຼື ທາງນ້ຳ ຕ້ອງປະຕິບັດ ຕາມມາຕການ ປ້ອງກັນ ໂຄວດິ-19 ຈາກທາງການ ຢ່່າງເຄັ່ງຄັດ ໃນການກວດກາ ນັກທ່ອງທ່ຽວ ທີ່ຈະ ເຂົ້າມາທ່ຽວ ໃນແຂວງ ແລະ  ພະນັກງານ ບໍຣິການ ທ່ອງທ່ຽວ ຮ່ວມທັງ ຜູ້ປະກອບການ ທ່ອງທ່ຽວ ທຸກຄົນ ຕ້ອງສັກຢາ ວັກຊິນ ໃຫ້ຄົບສອງເຂັມ ພ້ອມທັງ ມີໃບຢັ້ງຢືນ ຈາກແພດ ໃບກວດ ສຸຂພາບ, ປະກັນຊີວິດ ແລະ ອື່ນໆ ຈຶ່ງຈະສາມາດ ເຂົ້າມາທ່ຽວ ແລະ ເປີດບໍຣິການ ນັກທ່ອງທ່ຽວໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.