ຜູ້ຄ້າຂາຍບາງເຈົ້າ ໃຊ້ຊິງຊັ່ງສິນຄ້າ ບໍ່ໄດ້ມາຕຖານ ຢູ່ຕລາດດາວເຮືອງ

ເຈົ້າໜ້າທີ່ ແຂວງຈຳປາສັກ ກວດກາຊິງຊັ່ງສິນຄ້າ ທີ່ບໍ່ໄດ້ມາຕຖານ ຢູ່ຕລາດດາວເຮືອງ ພາຍຫລັງທີ່ຊາວເມືອງ ຮ້ອງຮຽນ ແລະ ສາມາດຍຶດຊິງຊັ່ງ ທີ່ບໍ່ຖືກຕ້ອງ 3 ໜ່ວຍ ແລະໄດ້ປັບໃໝຜູ້ລະເມີດ ລະບຽບ.

ຊີ້ນໝູ ທີ່ມີຂາຍຕາມຕລາດໃນນະຄອນຫຼວງວຽງຈັນ ກຳນົດໄວ້ ຢ່າງເປັນທັມ ທັງຜູ້ຂາຍ ແລະ ຜູ້ຊື້. ເດືອນ ພຶສພາ 2021. RFA

ຜແນກອຸດສາຫະກັມ ແລະການຄ້າ ແຂວງຈຳປາສັກ ໄດ້ລົງກວດກາສິນຄ້າ ແລະການຄ້າຂາຍຢູ່ຕລາດໃໝ່ ປາກເຊ ຫຼືຕລາດດາວເຮືອງ ນະຄອນປາກເຊ ແຂວງຈຳປາສັກ ຫຼາຍຄັ້ງໃນໄລຍະບໍ່ດົນມານີ້ ພາຍຫຼັງທີ່ຊາວນະຄອນປາກເຊ ໄດ້ຣາຍງານກ່ຽວກັບບັນຫາຊິງ ທີ່ຊັ່ງສິນຄ້າຂາຍບໍ່ຖືກຕ້ອງຕາມມາຕຖານ ແລະລາຄາສິນຄ້າແພງ.

ດັ່ງທີ່ຊາວບ້ານນາງນຶ່ງ ຢູ່ນະຄອນປາກເຊ ແຂວງຈຳປາສັກ  ເຊິ່ງບໍ່ ປະສົງອອກຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ກໍຣະກະດາ 2023 ນີ້ວ່າ (ບົດອ່ານ) ໄປຕລາດດາວເຮືອງ ຊື້ປາ 1 ກິໂລ, ເພິ່ນວ່າເພິ່ນຕື່ມໃຫ້ 3 ຂີດອີກ, ແຕ່ເມື່ອມາຮອດເຮືອນ ມາຕິດເບິ່ງບໍ່ໄດ້ຮອດໂລ 1 ຊໍ້າ.”
ແລະຊາວບ້ານ ອີກຜູ້ນຶ່ງ ຢູ່ນະຄອນປາກເຊ ຄືກັນນັ້ນກໍກ່າວວ່າ ສຳລັບລາຄາ ສິນຄ້າ ຢູ່ຕລາດໃໝ່ປາກເຊ ສ່ວນຫຼາຍກໍ່ຍັງຂາຍໃນລາຄາປົກກະຕິ, ບໍ່ໄດ້ມີການໂກງລາຄາສິນຄ້າຫຼາຍຈົນເກີນໄປ.

ບໍ່ຄ່ອຍໄດ້ໄປຊື້ແບບເຄື່ອງອຸປະໂພກ-ບໍຣິໂພກ ສ່ວນຫຼາຍໄປຊື້ຢາ ຫຼືວ່າໄປຊື້ເຄື່ອງນຸ່ງຂອງຖືຊື່ໆ ເຈົ້າ. ໂດຍແມ່ນ, ຂາຍລາຄາປົກກະຕິ.
ໃນຂະນະທີ່ ຊາວບ້ານ ອີກນາງນຶ່ງ ຢູ່ນະຄອນປາກເຊ ກ່າວວ່າ ເຖິງແມ່ນ ລາຄາສິນຄ້າທີ່ຂາຍຢູ່ ຈະສົມເຫດສົມຜົລ ກັບອັດຕຣາເງິນເຟີ້ ແຕ່ເມື່ອທຽບໃສ່ກັບແຕ່ກ່ອນ ເຫັນວ່າ ລາຄາສິນຄ້າແມ່ນແພງຂຶ້ນຫຼາຍກວ່າສອງເທົ່າແລ້ວ ເຊິ່ງກໍ່ເຮັດໃຫ້ຊາວບ້ານ ປະສົບຄວາມຍາກລຳບາກໃນການດຳຣົງຊີວິດປະຈຳວັນຫຼາຍ.
ໂດຍ, ໂຕນີ້ແມ່ນແບບຂຶ້ນເຟີ້ເລີຍ ບໍ່ແມ່ນວ່າຊິຫຼຸດ. ທີ່ຈິງກະລຳບາກ ລຳບາກຕັ້ງແຕ່ມື້ເຣີ່ມຫັ້ນນ່າ ກະຈົນປັດຈຸບັນນີ້ກະແມ່ນວ່າ ມັນກະມີການເພີ່ມຂຶ້ນເທື່ອລະນ້ອຍຫັ້ນນ່າ ແຕ່ມັນກະເພີ່ມຂຶ້ນ
ຄັນວ່າຖ້າທຽບໃສ່ແຕ່ກ່ອນ ມັນກະກໍ່ທົບເຄິ່ງແລ້ວ.
ການລົງກວດກາ ຂອງເຈົ້າໜ້າທີ່ເມື່ອມໍ່ໆຜ່ານມານີ້ ກໍມີຄັ້ງວັນທີ 28 ມິຖຸນາ ແລະຄັ້ງວັນທີ 6 ກໍຣະກະດານີ້. ການກວດກາທັງທຳອິດ  ແມ່ນໄດ້ກວດພົບຊິງ ຊັ່ງນໍ້າໜັກສິນຄ້າບໍ່ໄດ້ມາຕຖານ ໂດຍສະເພາະຢູ່ຮ້ານຂາຍປາ, ເຈົ້າໜ້າທີ່ຍຶດຊິງທີ່ບໍ່ຖືກຕ້ອງນັ້ນໄດ້ 3 ໜ່ວຍ ຄືຊິງຂນາດ 30 ກິໂລ  2 ໜ່ວຍ ແລະ ຊິງຂນາດ 15 ກິໂລ 1 ໜ່ວຍ ແລະໄດ້ເຮັດບົດບັນທຶກ, ສຶກສາອົບຮົມ ແລະປັບໃໝຕາມຣະບຽບການທີ່ໄດ້ວາງອອກ.
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ນຶ່ງຢູ່ແຂວງຈຳປາສັກ ເຊິ່ງບໍ່ປະສົງອອກ ຊື່ແລະຕຳແໜ່ງ ກ່າວວ່າ:

ຜົລນຳໃຊ້ຊິງຊັ່ງທີ່ບໍ່ໄດ້ຮັບການກວດຄືນ ໃຫ້ມີຄວາມຖືກຕ້ອງ ມັນກໍ່ເຮັດໃຫ້ເປັນການລັກໂຫຼບນ້ຳໜັກສິນຄ້າໃນເວລາຊື້ຂາຍຫັ້ນ. ສຳລັບຢູ່ຕລາດໃໝ່ປາກເຊເຮົາມີຊິງກາງ ຫຼືວ່າຊິງຊັ່ງມາຕຖານ ມັນຈະມີຢູ່ 10 ໜ່ວຍນໍ ຕັ້ງຢູ່ແຕ່ລະຈຸດຂອງຕລາດຫັ້ນ. ບົດຜູ້ທີ່ລະ ເມີດ ພວກເຮົາກໍ່ໄດ້ມີການປັບໃໝຕາມດຳຣັດຂອງຣັຖບານ ແລະປະຕິບັດມາຕການອື່ນຕໍ່ຜູ້ລະເມີດຫັ້ນ.
ທ່ານກ່າວຕຶ່ມວ່າ ກ່ຽວກັບບັນຫາສິນຄ້າປອມແປງ ແລະການຂາຍສິນຄ້າເກີນລາຄາ ທາງເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ລົງກວດກາຕາມຕລາດ ແລະຫ້າງຮ້ານຕ່າງໆໃນຂອບເຂດຮັບຜິດຊອບ ຂອງຕົນ ເພື່ອປປ້ອງກັນບໍ່ໃຫ້ມີການລັກ ລອບນຳສິນຄ້າປອມແປງ ເຂົ້າມາຂາຍ ແລະການສວຍໂອ ກາດຂຶ້ນລາຄາສິນຄ້າ.
ປັດຈຸບັນ, ກະຊວງອຸດສາຫະກັມ ແລະການຄ້າ ຂອງລາວ ມີນະໂຍບາຍຫຼຸດຜ່ອນ ບັນຫາລາຄາສິນຄ້າແພງ ຍ້ອນສະພາບເງີນເຟີ້ ດ້ວຍວິທີໃຫ້ພາກສ່ວນກ່ຽວຂ້ອງຂັ້ນແຂວງ ນຳເອົາເຂົ້າສານໜຽວປະເພດ 2 ມາຈຳໜ່າຍໃຫ້ປະຊາຊົນ ໃນລາຄາຖືກກວ່າຕລາດ.

ດັ່ງທີ່ ຍານາງ ຈັນສຸກ ແສງສະຫວັນ ຮອງຣັຖມົນຕຣີກະຊວງອຸດສາຫະກັມ ແລະການຄ້າຂອງລາວ ກ່າວຕໍ່ກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 28 ມິຖຸນາ ທີ່ຜ່ານມາວ່າ:

ແຜນໃນຕໍ່ໜ້ານີ້ ໃນປີ 2023 ນີ້ ຈາກສະພາບວິກິດທົ່ວໂລກ ຍັງສືບຕໍ່ມີຄວາມຫຍຸ້ງຍາກນີ້ ລາຄາສະບຽງອາຫານກະເໜັງຕີງຂຶ້ນສູງ ສະນັ້ນ, ເພື່ອຊ່ອຍຫຼຸດຜ່ອນຜົລກະທົບນີ້ນໍ, ທາງກະຊວງກະໄດ້ສືບຕໍ່ຊີ້ນຳບັນດາ ຜແນກອຸດສາຫະກັມ ແລະການຄ້າແຂວງນໍ ເພື່ອກະກຽມນຳເອົາເຂົ້າປະເພດ 2 ອອກມາຈຳໜ່າຍໃນລາຄາແຊກແຊງນໍ.
ຍານາງກ່າວຕໍ່ໄປວ່າ ທາງກະຊວງອຸດສາຫະກັມ ແລະການຄ້າ ຂອງລາວ ຈະໄດ້ເລັ່ງສົ່ງເສີມການປຸກລະດົມສັງຄົມ ໃຫ້ຫັນມາຊົມໃຊ້ສິນຄ້າທີ່ຜລິດ ພາຍໃນປະເທດຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ ແລະສົ່ງເສີມເສຖກິຈພາຍໃນປະເທດ, ແຕ່ເຖິງຢ່າງໃດກໍ່ຕາມ, ມາຕການດັ່ງກ່າວຂອງທາງການລາວ ທີ່ວ່ານັ້ນກໍ່ຍາກທີ່ຈະປະຕິບັດ ໃນພາກໂຕຈິງໄດ້ ຍ້ອນມາຕຖານການຜລິດສິນຄ້າ ຢູ່ປະເທດລາວຍັງຕ່ຳຫຼາຍ ປະກອບກັບສິນຄ້າອຸປະໂພກ-ບໍຣິໂພກ ພາຍໃນປະເທດຫຼາຍປະເພດ ເປັນຕົ້ນ ເກືອ, ແປ້ງນົວ ແລະປາແດກ ທີ່ມີລາຄາແພງກວ່າສິນຄ້ານຳເຂົ້າ ຈາກປະ ເທດເພື່ອນບ້ານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org