ຣັຖບານລາວໂຕ້ຖຽງບັນຫາ ທີ່ດິນ

ສິດນີ
2014.10.27
F-Cabinet ຄນະຣັຖບານໂຕ້ຖຽງບັນຫາ ທີ່ດິນ
LPDR

 

ກົລໄກ ການ ພັທນາ ຕລາດ ຫລັກຊັບ ແລະ ນະໂຍບາຍ ກ່ຽວກັບ ທິີ່ດິນ ຖືກ ຍົກມາ ໂຕ້ຖຽງ ກັນ ໃນກອງ ປະຊຸມ ຄນະຣັຖບານ ເທື່ອນີ້.

ກອງປະຊຸມ ປະຈຳ ເດືອນ ຕຸລາ ຂອງ ຄນະຣັຖບານ ທີ່ຈັດຂື້ນ ໃນອາທິດ ກ່ອນ ໄດ້ຮັບຮອງ ເອົາກົລໄກ ການພັທນາ ຕລາດ ຫລັກຊັບ ແບບ ຮອບດ້ານ ໃນ ຈຸດປະສົງ ທີ່ ແນ່ໃສ່ ການເຄື່ອນຍ້າຍ ກອງທຶນ ສຳລັບ ການພັທນາ ເສຖກິດ ແລະ ສັງຄົມ ຂອງ ຣັຖບານ ລາວ. ກອງປະຊຸມ ດັ່ງກ່າວ ເປັນປະທານ ໂດຍ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສິງ ທັມມະວົງ ແລະ ກົລໄກ ການພັທນາ ຕລາດ ຫລັກຊັບ ໃຫ້ມີ ປະສິດທິພາບ ຫຼາຍຂຶ້ນ ກໍ່ເພື່ອເພີ້ມ ຄວາມແຂງ ແກ່ນ ໃຫ້ແກ່ ຣະບົບ ການເງິນ ໃນລາວ.

ໃນ ກົລໄກ ການພັທນາ ຕລາດ ຫລັກຊັບ ຈະປະກອບ ດ້ວຍ 12 ຣາຍການ ທີ່ ຮ່ວມດ້ວຍ 39 ໂຄງການ ໃນ ຈຳນວນ 8 ເປົ້າ ຫມາຍ. ເປົ້າຫມາຍ ຫລັກ ກໍ່ແມ່ນ ການສ້າງຕັ້ງ ສະພາບການ ທີ່ ສຳຄັນ ແລະ ຈຳເປັນ ເພື່ອໃຫ້ ກຸ່ມ ທຸຣະກິດ ໃນລາວ ສາມາດ ຣະດົມ ທຶນ ຜ່ານຕລາດ ຫລັກຊັບ ໄດ້ ໃນການ ຍົກຣະດັບ ຄວາມ ສາມາດ ທາງດ້ານ ທຸຣະກິດ ການຄ້າ ຂອງ ພວກ ຂະເຈົ້າ.

ນອກຈາກ ການ ໂຕ້ຖຽງ ກັນ ກ່ຽວກັບ ການພັທນາ ຕລາດ ຫລັກຊັບ ແລ້ວ ບັນຫາ ອື່ນໆ ທີ່ ຄນະຣັຖບານ ໄດ້ເອົາມາ ປຶກສາ ຫາລື ກັນ ໃນ ກອງປະຊຸມ ເທື່ອນີ້ ກໍ່ແມ່ນ ນະໂຍບາຍ ກ່ຽວກັບ ທີີ່ດິນ ໃນລາວ. ໃນ ບັນຫາ ທີ່ດິນ ຄນະຣັຖບານ ໄດ້ເນັ້ນໃສ່ ການຈັດສັນ ທີ່ດິນ ໃນນັ້ນ ຮ່ວມດ້ວຍ ບັນຫາ ຄວາມຂັດແຍ່ງ ທາງດ້ານ ທີ່ດິນ ການຈ່າຍຄ່າ ຊົດເຊີຍ ແກ່ ຜູ້ທີ່ເສັຽ ດິນ ຈາກ ໃນໂຄງການ ພັທນາ ຕ່າງໆ. ການໃຊ້ ດິນ ໃຫ້ ເປັນປະໂຍດ ຕໍ່ ປະເທດຊາດ ປະຊາຊົນ ແລະ ຣັຖບານ ແລະ ການເກັບຄ່າ ສຳປະທານ ຈາກ ການໃຊ້ ຊັພຍາກອນ ທັມມະຊາດ ຂອງ ນັກລົງທຶນ ຕ່າງຊາດ ດັ່ງການ ຂຸດຄົ້ນ ແຮ່ທາດ ການສ້າງ ເຂື່ອນ ແລະ ການ ປູກຕົ້ນໄມ້ ເສຖກິດ ເພື່ອ ສ້າງຣາຍໄດ້ ໃຫ້ ແກ່ ຣັຖບານ ຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.