ໂຄວິດ-19 ຍັງຊໍ້າເຕີມ ທຸຣະກິຈ ຢູ່ລາວ

ພອນ ພູມມີທອນ
2021.08.11
ໂຄວິດ-19 ຍັງຊໍ້າເຕີມ ທຸຣະກິຈ ຢູ່ລາວ ສະຖານທີ່ທ່ອງທ່ຽວ ຢູ່ ເມືອງວັງວຽງ ທີ່ ຍັງງຽບເຫງົາ
ນັກຂ່າວພົລເມືອງ

ເມື່ອທ້າຍເດືອນ ກໍຣະກະດາ ນີ້ ຜແນກແຜນການ ແລະ ການລົງທຶນ ນະຄອນຫລວງວຽງຈັນ ໄດ້ຣາຍງານຕໍ່ກອງປະຊຸມ ພົບພໍ້ກັບ ນັກທຸຣະກິຈ ແລະ ການລົງທຶນ ທີ່ດຳເນີນກິຈການ ຢູ່ ນະຄອນຫລວງວຽງຈັນ ວ່າ: ການແຜ່ຣະບາດຂອງເຊື້ອໂຄວິດ-19 ໃນຮອບ ທີສອງ ນັບແຕ່ກາງເດືອນ ເມສາ 2021 ເປັນຕົ້ນມາ, ເຮັດໃຫ້ທຸຣະກິຈຫຼາຍໜ່ວຍ ຕ້ອງຢຸດກິຈການ ສ້າງຜົນກະທົບອັນໃຫ່ຍຫຼວງ ຕໍ່ທຸຣະກິຈບໍຣິການ ເຖິງແມ່ນວ່າ ປະຈຸບັນ ຈະສາມາດກັບມາ ເປີດບໍຣິການ ໄດ້ແລ້ວກໍຕາມ.

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ຫ້ອງການ ອຸດສາຫະກັມ ແລະ ການຄ້າ ເມືອງຈັນທະບູຣີ ນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ໃຫ້ຄວາມເຫັນວ່າ: ໃນໄລຍະຫລາຍເດືອນ ທີ່ຜ່ານມາ ທຸຣະກິຈໃນຂແນງບໍຣິການ ແລະ ທ່ອງທ່ຽວ ໂຮງແຮມ ບ້ານພັກ ແລະ ສະຖານທີ່ບັນເທີງ ໄດ້ຮັບຜົນກະທົບຢ່າງຕໍ່ເນື່ອງ ແລະ ຫລາຍແຫ່ງຕ້ອງໄດ້ ປິດບໍຣິການຊົ່ວຄາວ, ເປັນໄລຍະເວລາ 2-3 ເດືອນ ແລະ ບາງແຫ່ງ ຕ້ອງໄດ້ປິດ ບໍຣິການຖາວອນ. ເຖິງແມ່ນວ່າ ມາຮອດປະຈຸບັນ ພາກຣັຖຈະອະນຸຍາດ ໃຫ້ເປີດບໍຣິການໄດ້ ແຕ່ກໍຕ້ອງໄດ້ ປະຕິບັດຕາມ ມາຕການຂອງຣັຖ ຢ່າງເຂັ້ມງວດ, ດັ່ງທີ່ທ່ານ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ສິງຫາ ນີ້ວ່າ:

“ໄນຄລັບ (NIGHT CLUB) ຄື ເທັກ (TECH) ນໍ, ເຂົາກໍບໍ່ໃຫ້ເປີດໂຕນີ້ນ່າ. ພວກຮ້ານອາຫານນີ້ ເຂົາໃຫ້ເປີດຢູ່ ຕ່າງແຕ່ຮັກສາ ໄລຍະຫ່າງຫັ້ນແຫລະ ຕາມທີ່ວ່າເພິ່ນ ເພິ່ນໃຫ້ປິດ 10 ໂມງ, ກຳນົດ 10ໂມງ ໃຫ້ປິດ. ສ່ວນຫລາຍກະເພິ່ນຊື້ໄປກິນເຮືອນດອກ.“

ທ່ານ ກ່າວຕື່ມວ່າ; ນັບຕັ້ງແຕ່ ເດືອນເມສາ ມາເຖິງ ເດືອນມິຖຸນາ 2021 ທາງພາກຣັຖ ໄດ້ມີມາຕການ ຫລຸດຜ່ອນອາກອນຮ້ານຄ້າ ໃຫ້ກັບຜູ້ປະກອບການ ໃນຂແນງການບໍຣິການ ແລະ ຄາດວ່າ ຈະມີການຊ່ວຍເຫລືອຕື່ມ ແຕ່ຈະເປັນໄປແນວໃດນັ້ນ ຕ້ອງໄດ້ລໍຖ້າ ແຈ້ງການ ຈາກ ພາກຣັຖໃນໄລຍະຕໍ່ໄປ.

ທາງດ້ານຜູ້ປະກອບການຮ້ານອາຫານ ຢູ່ ນະຄອນຫຼວງວຽງຈັນ ກ່າວວ່າ; ນັບຕັ້ງແຕ່ ມີການແຜ່ຣະບາດຂອງເຊື້ອໂຄວິດ-19 ອີກ ຮອບທີສອງ, ຣັຖບານ ກໍປະກາດ ລ໊ອກດາວ (Lock Down), ບໍ່ອະນຸຍາດໃຫ້ປະຊາຊົນ ໃນປະເທດເດີນທາງຂ້າມແຂວງ ແລະ ບໍ່ເປີດຮັບຊາວຕ່າງຊາດ ເຂົ້າມາໃນປະເທດ ແບບປົກກະຕິ, ເຮັດໃຫ້ລູກຄ້າ ຫລຸດນ້ອຍລົງ ບາງມື້ ກໍມີລູກຄ້າ 4-5 ຄົນ, ຈຶ່ງເປັນ ສາເຫດ ໃຫ້ປິດກິຈການ ຊົ່ວຄາວ ເປັນເວລາສອງເດືອນ ໂດຍເພິ່ນຫາກໍມາເຣີ່ມເປີດຄືນ ໃນໄລຍະ ບໍ່ດົນມານີ້ ແຕ່ກະບໍ່ໄດ້ຈ້າງ ລູກຈ້າງຫຼາຍຄືເກົ່າ, ດັ່ງ ຍານາງ ກ່າວ ໃນມື້ດຽວກັນນີ້ວ່າ:

“ພວກລູກຈ້າງ ເຮົາກໍຫລຸດລົງ ເຮົາກໍບໍ່ໄດ້ ເອົາຄືເກົ່າ ໂຕຢ່າງວ່າ ຈາກ 20 ຄົນຈັ່ງຊີ້ ເຮົາກໍເອົາເຄິ່ງນຶ່ງເນາະ ເພາະມັນຣາຍໄດ້ມັນ ບໍ່ໄດ້ຮັບຄືເກົ່າເດ່.”

ສ່ວນທຸຣະກິຈ ທີ່ກ່ຽວກັບ ສະຖານທີ່ບັນເທີງ ທາງເຈົ້າຂອງກິຈການ ຢູ່ ນະຄອນຫຼວງວຽງຈັນ ກໍກ່າວວ່າ; ຕັ້ງແຕ່ມີການແຜ່ຣະບາດ ຂອງເຊື້ອໂຄວິດ-19 ໃນເດືອນເມສາ ກະບໍ່ສາມາດ ເປີດໃຫ້ບໍຣິການໄດ້ ແລະ ບໍ່ໄດ້ຮັບການຊ່ອຍເຫຼືອໃດໆ, ຕ່າງຈາກຮ້ານອາຫານ ທີ່ສາມາດ ເປີດໃຫ້ບໍຣິການໄດ້ ເປັນບາງບ່ອນ ແຕ່ກໍຕ້ອງປະຕິບັດ ຕາມນະໂຍບາຍ ຂອງພາກຣັຖ.

ຢ່າງໃດກໍຕາມ ມາຮອດປະຈຸບັນ ລາວ ກໍຍັງບໍ່ໄດ້ຮັບການຊ່ອຍເຫຼືອ ຈາກພາກຣັຖແນວໃດເລີຍ ໂດຍສະເພາະເຣື່ອງການຫຼຸດຜ່ອນ ອາກອນຕາມທີ່ ສື່ມວນຊົນໄດ້ປະກາດໄວ້ ກ່ອນໜ້ານີ້ ດັ່ງ ຍານາງ ໄດ້ກ່າວວ່າ:

“ແບບແຜນຜ່ອນຜັນໃຫ້ 3 ເດືອນ ຕາມທີ່ເປັນຂ່າວເນາະ ແຕ່ວ່າຍັງບໍ່ທັນຈະແຈ້ງ ເພາະວ່າມັນຈະເປັນຂ່າວແບບລອຍໆ ແຕ່ວ່າທີ່ ວ່າມັນເປັນໃບແຈ້ງອອກມາ ໃຫ້ເຖິງຮ້ານຄ້າຕ່າງໆ ບໍ ຫລືວ່າ ເປັນຮ້ານທີ່ມີໃບອາະນຸຍາດ ຍັງບໍ່ເຫັນ. ມີແຕ່ຂ່າວປະກາດທາງສື່."

ນອກຈາກ ຜູ້ປະກອບການແລ້ວ ຄົນງານລາວ ໃນພາກທຸຣະກິຈ ບໍຣິການ ຢູ່ ນະຄອນຫລວງວຽງຈັນ ກະໄດ້ ຮັບຜົນກະທົບຄືກັນ ແລະ ຈຳນວນຫລາຍ ກໍບໍ່ມີວຽກເຮັດ ຍ້ອນທຸຣະກິຈ ຫລາຍຫົວໜ່ວຍ ຕ້ອງໄດ້ປິດກິຈການລົງ ຕັ້ງແຕ່ມີມີການ ແຜ່ຣະບາດຂອງ ເຊື້ອໂຄວິດ-19 ຮອບ 1 ແລະ ມາຮອດຮອບ 2 ພວກເຂົາເຈົ້າ ກໍບໍ່ໄດ້ຮັບການຊ່ວຍເຫລືອ ແນວໃດ ຈາກ ໜ່ວຍງານຣັຖ, ດັ່ງ ທ່ານໄດ້ກ່າວວ່າ:

“ບໍ່ມີຫຍັງນ່າ ບໍ່ມີຫຍັງ ບໍ່ໄດ້ມີການຊ່ອຍເຫຼືອຫຍັງ ມີແຕ່ປິດລະກໍບໍ່ມີ ທັມມະດາ ມັນກໍຕ້ອງມີການຊ່ວຍເຫຼືອ ເດືອນນຶ່ງເງິນເດືອນ ເຮົາເຄິ່ງນຶ່ງບໍ່ ຢູ່ລາວເຮົາບໍ່ມີ."

ກ່ຽວກັບເຣຶ້ອງນີ້, ພະນັກງານຮ້ານນວດ ຢູ່ ນະຄອນຫລວງວຽງຈັນ ທີ່ຫາກໍກັບມາວຽກ ພາຍຫລັງທີ່ຣ້ານ ໄດ້ກັບຄືນມາເປີດບໍຣິການ ໄດ້ປະມານ 7-8 ມື້ ກໍກ່າວວ່າ ໄດ້ເງິນຄ່າ ແຮງງານຫລຸດລົງ ຈາກແຕ່ກ່ອນມີຣາຍໄດ້ປະມານ 2-3 ລ້ານກີບ ກໍຫຼຸດລົງມາເຫຼືອ ເດືອນລະປະມານ 1 ລ້ານກີບ ແລະ ຫາກເປັນໄປໄດ້ ກະຢາກໃຫ້ພາກຣັຖ ໃຫ້ການຊ່ວຍເຫລືອບໍ່ ແນວໃດແນວນຶ່ງ, ດັ່ງ ຍານາງ ໄດ້ກ່າວວ່າ:

“ໂອ້ ຖ້າວ່າ ມັນກະອີງຕາມຣາຍໄດ້ ຫັ້ນແຫລະເນາະ ຍ້ອນຊ້ວງນີ້ ພະນັກງານເຮົາ ຣາຍໄດ້ເຮົາກໍຈະໜ້ອຍ ຫລຸດລົງຫລາຍ. ທີ່ວ່າ ທີ່ຜ່ານມາເຮົາໄດ້ຢ່າງ 99% ດຽວນີ້ມັນຫລຸດລົງ ເກືອບອັນ ເຄິ່ງ-ເຄິ່ງ ຂອງ ເປິເຊັນ ເຫລືອແຕ່ 50-50 ເປິເຊັນ ປະມານນີ້."

ອີງຕາມຂໍ້ມູນ ຈາກຜົນການສຳຣວດ ບັນດາຂແນງການພາກຣັຖ ແລະ ພາກທຸຣະກິຈຈຳນວນ 1,541 ຫົວໜ່ວຍພົບວ່າຫົວໜ່ວຍ ທຸຣະກິຈ ທີ່ໄດ້ຮັບຜົນກະທົບຮຸນແຮງ ໃນ ນະຄອນຫລວງວຽງຈັນ ມີຈຳນວນ 245 ຫົວໜ່ວຍ ໂດຍສ່ວນຫລາຍ ເປັນທຸຣະກິຈ ການບໍຣິການທ່ອງທ່ຽວ ໂຮງແຮມ ບ້ານພັກ ແລະ ສະຖານທີ່ບັນເທີງ ພ້ອມຄາດການວ່າ ຈະໄດ້ຮັບຜົນກະທົບ ໃນໄລຍະຍາວ ຈົນກວ່າສະພາບການໂລກ ແລະ ພາຍໃນປະເທດ ຈະຄືນສູ່ ພາວະປົກກະຕິ.

ສ່ວນ ທຸຣະກິຈ ທີ່ໄດ້ຮັບຜົນກະທົບ ໃນຣະດັບກາງ ຈະເປັນຜູ້ ປະກອບການ ດ້ານອຸດສາຫະກັມມີຈຳນວນ 542 ຫົວໜ່ວຍ ແລະ ທຸຣະກິຈ ທີ່ຮັບຜົນກະທົບ ໃນຣະດັບໜ້ອຍ ເປັນຂແນງ ກະສິກັມ ປູກຝັງ ແລະ ເລື້ອງສັດ ມີຈຳນວນ 753 ຫົວໜ່ວຍ.

ນັກວິເຄາະທາງດ້ານເສຖກິຈ ທ່ານນຶ່ງເວົ້າວ່າ ເປັນການຍາກ ທີ່ເສຖກິດລາວຈະສາມາດ ຟື້ນຄືນໃໝ່ໄດ້ ຫຼັງຈາກໂຄວິດ-19 ສິ້ນສຸດ ລົງຍ້ອນສາເຫດ ຫຼາຍປະການ ເປັນຕົ້ນນັກລົງທຶນ ຕ່າງຊາດທີ່ມາລົງທຶນ ໃນລາວ ກັບບ້ານ ແລະ ຫຼາຍຄົນກໍບໍ່ກັບຄືນມາອີກ, ຂາດແຫລ່ງທຶນເງິນກູ້ ໃນການກັບມາເປີດທຸຣະກິດຄືນໃໝ່ ຂອງຜູ້ປະກອບການ. ລູກຄ້າທີ່ເຄີຍສັ່ງຊື້ສິນຄ້າ ອາດຈະບໍ່ກັບຄືນມາໃໝ່ ແລະ ບັນຫາອື່ນໆ ຮ່ວມດ້ວຍມາຕການ ຄວບຄຸມໂຄວິດ-19 ແລະ ການປິດບ້ານປິດເມືອງ ຂອງຣັຖບານ ຍັງຈະສືບຕໍ່ໄປ.

ອີງຕາມການຣາຍງານ ຈາກ Economic Monitor ຂອງ ທະນາຄານໂລກ ໃນເດືອນ ມົກກະຣາ ປີ 2021 ກ່ຽວກັບເສຖກິດລາວ: ການຣະບາດຂອງ ໂຄວິດ-19 ເຮັດໃຫ້ເສຖກິຈລາວ ເຕີບໂຕຊ້າລົງ ແລະ ກໍກ້າວເຂົ້າສູ່ສະພາບການຖົດຖອຍ ເປັນເທື່ອທຳອິດ ນັບຕັ້ງແຕ່ເກີດວິກິດການ ການເງິນໃນເອເຊັຽ ເມື່ອທ້າຍຊຸມປີ 1990 ເປັນຕົ້ນມາ.

ການເຕີບໂຕຂອງຜົລຜລິດຮວມຍອດ ພາຍໃນ ຫລື GDP ຂອງລາວໄດ້ຫລຸດລົງເຫລືອ 0.6% ໃນປີ 2020 ຂແນງການທີ່ໄດ້ຮັບ ຜົລກະທົບ ຮ້າຍແຮງກວ່າໝູ່ກໍແມ່ນຂແນງການ ບໍຣິການ ແລະ ອຸດສາຫະກັມ.

ການຣະບາດຂອງໂຄວິດ-19 ສົ່ງຜົລກະທົບໜັກໜ່ວງ ໃສ່ການເດີນທາງ ແລະ ການທ່ອງທ່ຽວ ຕັ້ງແຕ່ເດືອນ ມົກກະຣາ ຫາ ກັນຍາ ປີ 2020 ຊື່ງລາວ ມີນັກທ່ອງທ່ຽວ ຫລຸດລົງ 74% ເມື່ອທຽບໃສ່ ແຕ່ລະປີກ່ອນນັ້ນ. ແຮງກົດດັນຕໍ່ເງິນກີບຂອງລາວສູງເຖິງ 9.7% ໃນທ້າຍເດືອນ ກໍຣະກະດາ ປີ 2020 ແລະ ອັດຕຣາເງິນເຟີ້ ກໍຢູ່ໃນຣະດັບສູງ ເໝືອນກັນ ຍ້ອນຣາຄາ ອາຫານແພງ ແລະເງິນກີບ ອ່ອນຄ່າ.

ຣັຖບານລາວຍັງປະເຊີນກັບບັນຫາທ້າທາຍ ທາງດ້ານການເກັບຣາຍຮັບ ແລະ ການຮົ່ວໄຫຼ ທາງດ້ານງົບປະມານນຳອີກ, ການເກັບ ຣາຍຮັບ ແຕ່ເດືອນມົກກະຣາ ຫາ ເດືອນ ພຶສຈິກາ ປີ 2020 ໄດ້ພຽງແຕ່ 77% ຂອງຣາຍຮັບທັງໝົດ. ການຂາດດູນງົບປະມານ ໄດ້ເພີ່ມຂຶ້ນ 7.6% ຂອງ GDP ໃນປີ 2020.

ໂຄງການພັທນາຕ່າງໆຂອງຣັຖບານ ໄດ້ເພີ່ມພາລະໜີ້ ສາທາຣະນະໃຫ້ແກ່ຣັຖບານລາວ ແລະຄວາມຫຍຸ້ງຍາກໃນການຊໍາຣະໜີ້ ສາທາຣະນະ ເພີ່ມຂຶ້ນເຖິງ 69% ຂອງ GDP ໃນປີ 2020. ການຊໍາຣະໜີ້ ຕ່າງປະເທດ ແມ່ນຢູ່ໃນຈຳນວນ 1 ພັນ 200 ລ້ານ ໂດລາ ສະຫະຣັຖ ສໍາລັບ ປີ 2020.

ກ່ຽວກັບສະພາບເສຖກິຈໃນລາວ ນາຍົກຣັຖມົນຕຣີລາວ ທ່ານ ພັນຄຳ ວິພາວັນ ກ່າວຕໍ່ກອງປະຊຸມສະພາ ຫວ່າງຫຼັງມານີ້ວ່າ:

“ເສຖກິຈມະຫາພາກ ຂອງພວກເຮົາບອບບາງຫຼາຍ ຄັງສະສົມແຫ່ງຊາດ ບໍ່ມີເງິນມີກໍມີໜ້ອຍ ຖ້າຢາກໃຫ້ເສຖກິຈມະຫາພາກເຂັ້ມແຂງ ຕ້ອງມີຄັງສະສົມແຫ່ງຊາດ ເອົາມາຈາກໃສ ຄັງສະສົມແຫ່ງຊາດນີ້ ເອົາມາຈາກສອງອັນ ອັນສຳຄັນທີ່ສຸດກໍແມ່ນເອົາມາຈາກການຜລິດ ນັບແຕ່ທຸຣະກິດຂອງຣັຖ ແລະ ຂອງເອກກະຊົນ ໄດ້ນຳພາສີອາກອນ ໄດ້ນຳນັ້ນນຳນີ້ ແຕ່ຜ່ານມານີ້ ມັນນ້ອຍມັນອ່ອນເພັຽ ອັນທີ ສອງ ແມ່ນໄດ້ມາຈາການປະຢັດ ຕາມເງື່ອນໄຂ ໃນປັດຈຸບັນທີ່ພວກເຮົາ ຈະເຮັດໃນມື້ອື່ນມື້ຮືນີ້ ແມ່ນວ່າດ້ວຍຣົດຂອງຣັຖ.”

ບົດຣາຍງານ ຣະບຸຕໍ່ໄປວ່າ ເສຖກິຈລາວ ຈະບໍ່ສາມາດຟື້ນຕົວໄດ້ ໃນປີ 2021 ຖ້າບັນຫາການຣະບາດຂອງໂຄວິດ-19 ບໍ່ຈົບລົງ ແລະ ຄວາມສ່ຽງດ້ານລົບ ທີ່ທ້າທາຍແນວໂນ້ມ ການເຕີບໂຕ ມີຮວມທັງການຣະບາດຂອງໂຄວິດ-19 ທີ່ຍືດເຍື້ອ, ຄວາມຫຍຸ້ງຍາກ ໃນການປະຕິບັດພັນທະ ການຊໍາຣະໜີ້ ສາທາຣະນະ, ຄວາມບອບບາງຂອງຂແນງການເງິນ, ຣາຄາ ອາຫານແພງ ປະກອບດ້ວຍ ຄວາມບໍ່ແນ່ນອນຂອງຣາຍໄດ້ ແລະ ເສຖກິດການສົ່ງອອກ. ສິ່ງດັ່ງກ່າວທັງໝົດນີ້ ຈະເຮັດເສຖກິຈລາວ ຍາກທີ່ຈະສາມາດຟື້ນຕົວ  ຄືນໄດ້ຫຼັງຈາກ ໂຄວິດ-19.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.