ທາງການລ໊ອກດາວພື້ນທີ່ ສີແດງ ເພີ່ມອີກ 15 ມື້
2021.08.03

ທາງການລາວປະກາດ ລ໊ອກດາວ ໃນພື້ນທີ່ສີແດງ ແລະ ພື້ນທີ່ສ່ຽງເພີ່ມອີກ 15 ມື້ ເລີ້ມແຕ່ວັນທີ 4 ຫາ ວັນທີ 18 ສິງຫາ ນີ້ເພື່ອ ສະກັດກັ້ນ ການແຜ່ລາມຂອງເຊື້ອໂຄວິດ-19 ຮອບໃໝ່ ຍ້ອນມີຄົນງານລາວ ກັບມາຈາກຕ່າງປະເທດ ນຳເຊື້ອເຂົ້າມານຳ ເຮັດໃຫ້ ຄົນຕິດເຊື້ອເພີ່ມອີກຫຼາຍຄົນ.
ກ່ຽວກັບມາຕການຕ້ອງຫ້າມ ໃນການລ໊ອກດາວເທຶ່ອນີ້ ແມ່ນວ່າ ສຳລັບພື້ນທີ່ສີແດງ ຊຶ່ງເປັນເຂດທີ່ສ່ຽງໃນການຕິດເຊື້ອ.
1-ຫ້າມຄົນເຂົ້າ-ອອກ ໃຫ້ຢູ່ບ້ານໃຜມັນ
2-ຫ້າມຊຸມແຊວກັນ, ຫ້າມຫລິ້ນກິລາກາງແຈ້ງ ທີ່ມີຫຼາຍຄົນເຂົ້າຮ່ວມ.
3-ໂຮງຮຽນ, ຮ້ານບັນເທີງ, ຮ້ານອາຫານ ແລະ ຮ້ານຄ້າຕ່າງໆ ຫ້າມເປີດບໍຣິການ.
4-ຫ້າມຈັດງານສັງສັນ, ງານລ້ຽງ ແລະ ງານຕ່າງໆ ທີ່ມີຄົນເຂົ້າຮ່ວມຫຼາຍຄົນແລະອຶ່ນໆ.
ສຳລັບມາຕການຜ່ອນຜັນນັ້ນ ສ່ວນຫລາຍແມ່ນຢູ່ໃນພື້ນທີ່ສີຂຽວ ກໍແມ່ນວ່າ.
1-ປະຊາຊົນສາມາດເດີນທາງໄປ-ມາໄດ້.
2-ຮ້ານຄ້າ, ຮ້ານອາຫານ ແລະ ສະຖານທີ່ບັນເທີງ ແລະ ການທ່ອງທ່ຽວຕ່າງໆ ສາມາດເປີດໄດ້.
3-ການຈັດງານສັງສັນຕ່າງໆ ຕ້ອງມີຣະຍະຫ່າງ ໃສ່ຜ້າປິດປາກປິດດັງ ໃນເວລາອອກນອກບ້ານ ແລະ ລ້າງມືດ້ວຍເຈວ ພາຍຫຼັງສຳພັດ ກັບສິ່ງຂອງຕ່າງໆ.
4-ກິລານອກບ້ານ ສາມາດຫລິ້ນໄດ້ ແຕ່ຕ້ອງມີໄລຍະຫ່າງ ແລະ ໃສ່ຜ້າອັດປາກອັດດັງ ແລະ ອຶ່ນໆ.
ນອກຈາກນັ້ນແຈ້ງການຍັງໄດ້ແນະນຳ ໃຫ້ເຈົ້າໜ້າທີ່ເຂັ້ມງວດ ໃນການກວດຄົນເຂົ້າ-ອອກ ຕາມດ່ານຕ່າງໆແລະຕາມແນວຊາຍແດນ ກັບປະເທດເພື່ອນບ້ານເພີ່ມຂຶ້ນ ຮ່ວມດ້ວຍ ການສືບຕໍ່ຊອກຫາ ຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ແລະ ໃຫ້ປະຊາຊົນສືບຕໍ່ປະຕິບັດ ມາຕການປ້ອງກັນ ໂຄວິດ-19 ຢ່າງເຄັ່ງຄັດ.
ກ່ຽວກັບການລ໊ອກດາວຮອບໃໝ່ນີ້, ຜູ້ປະກອບການ ແລະ ຜູ້ເຮັດວຽກໃນຂແນງການບໍຣິການ ທີ່ໄດ້ຮັບຜົລກະທົບຈາກໂຄວິດ-19 ໃນພື້ນທີ່ສີແດງ ກໍຢາກໃຫ້ທາງການລາວອອກ ມາຕການຊ່ອຍເຫຼືອຂະເຈົ້າ ບໍ່ທາງໃດກໍທາງນຶ່ງ ເປັນຕົ້ນ ເງິນຄ່າເສັຽຫາຍ ຫຼື ເຄື່ອງດຳຣົງຊີວິດ ເພຶ່ອຫຼຸດຜ່ອນຜົລກະທົບ ທີ່ເກີດຂຶ້ນໃນເວລານີ້. ດັ່ງຫົວຫນ້າວົງດົນຕຣີ ທີ່ ແຂວງ ຈຳປາສັກ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 3 ສິງຫາ ນີ້ວ່າ:
“ບໍ່ໄດ້ຮັບເລີຍ ຢຽວຢາເພິ່ນກະບໍ່ມີ ບໍ່ມີຫຍັງໃຫ້ຊ່ອຍເຫຼຶອ ນັກດົນຕຣີຫຍັງຫັ້ນແຫລະ ຜູ້ເຂົາບໍ່ມີອາຊີບເສີມຫຍັງຫັ້ນນ່າ.”
ນັກດົນຕຣີ ອີກຄົນນຶ່ງ ຢູ່ນະຄອນຫູວງວຽງຈັນ ກ່າວວ່າດຽວນີ້ ບໍ່ໄດ້ຮັບງານເສບດົນຕຣີ ເປັນເວລາ 3 ເດືອນແລ້ວ ບໍ່ມີຣາຍໄດ້ ສະມາຊິກໃນວົງ 5 ຄົນກໍໄດ້ແຍກຍ້າຍກັນໄປ ຫາເຮັດ ວຽກເຮັດບ່ອນອື່ນ ຖ້າຫາກສະພາບໂຄວິດ-19 ຍັງແກ່ຍາວອອກໄປອີກ ຍ້ອນລ໊ອກດາວ ກໍຈະປິດກິຈການເລີຍ.
”ບໍໄດ້ຮັບເລີຍ ປິດມາແຕ່ຫຼັງສົງການມານີ້ ໄດ້ 3 ເດືອນ ທາງຣັຖບານເພິ່ນບໍ່ມີເລີຍ ແຕ່ກະບໍ່ຊ່ອຍດອກ ສຳລັບລາວ ແລ້ວບໍ່ມີດອກ ຣັຖບານຈະບໍ່ໄດ້ຊ່ອຍຫຍັງ ອາຊີບນີ້ໂດຍສະເພາະ ກໍມີແຕ່ຜົລກະທົບ.”
ເຈົ້າຂອງຮ້ານກິນດື່ມ ໃນເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງເວົ້າວ່າ ຖືເປັນກິິຈການມາແຕ່ບຸນປີໃໝ່ລາວ ດຽວນີ້ ກໍຍັງບໍ່ເຫັນ ທາງການລາວ ອອກມາໃຫ້ການຊອ່ຍເຫຼຶອ ຜູ້ປະກອບ ການຕ່າງໆແຕ່ຢ່າງໃດ ຫຼາຍຄົນກໍໄປເຮັດວຽກອື່ນ ເພຶ່ອຫາເງິນມາເສັຽ ຄ່ານ້ຳຄ່າໄຟ.
“ເຮົາກໍໄປຂາຍເຄຶ່ອງຂາຍຂອງຢູ່ຕລາດ ບໍໄດ້ຊ່ອຍຫຍັງເລີຍ ບໍ່ໄດ້ເກື້ອໜູນຫຍັງນ່າ ມີແຕ່ຫາກິນເອງຕາມມີ.”
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຈາກ ກະຊວງແຮງງານ ແລະສວັດດີການສັງຄົມ ທ່ານນຶ່ງກ່່າວວ່າ ສຳລັບຜູ້ປະກອບການ ຮ້ານກິນດື່ມ ທີ່ຈົດທະບຽນລົງທຶນຖືກຕ້ອງ ຈະໄດ້ຮັບການຍົກເວັ້ນ ພາສີ ເພາະຖືວ່າ ເປັັນທຸຣະກິດ ທີ່ບໍ່ມີຣາຍຮັບໃນເວລານີ້ ແລະ ຈະໄດ້ຮັບ ການຫລຸດຜ່ອນ ຄ່າໄຟຟ້າ ແລະ ເລື່ອນການໃຊ້ໜີ້ນຳອີກ.
ສ່ວນການຊ່ອຍເຫຼຶອດ້ານອຶ່ນໆ ໃຫ້ກັບກຸ່ມນັກຮ້ອງ ນັກດົນຕຣີ ຫລື ຂແນງການບໍຣິການອຶ່ນໆ ຖ້າຫາກບໍ່ຢູ່ໃນຣະບົບ ປະກັນສັງຄົມ ກໍຈະບໍ່ໄດ້ຮັບ ການຊ່ອຍເຫຼຶອໃດໆ ແລະ ຣັຖບານ ກໍຍັງມີແຜນການ ທີ່ຈະຊ່ອຍເຫຼຶອຢູ່.
“ບໍ່ໄດ້ເປີດຮ້ານແລ້ວຄັ້ງນີ້ ພະນັກງານກະບໍ່ໄດ້ເຮັດວຽກ ຄັນຖ້າວ່າບໍ່ໄດ້ເປັນສະມາຊິກ ບໍ່ໄດ້ເຂົ້າປະກັນສັງຄົມ ຫັ້ນນ່າ ພວກເຮົາ ຈະບໍ່ມີເງິນຫຍັງທົດແທນ ໃຫ້ເນາະ.”
ປັດຈຸບັນ ມາຕການຊ່ອຍເຫຼຶອ ທາງດ້ານອາກອນ ແລະ ຄ່າທຳນຽມທາງ ຕາມມາຕການຜ່ອນຜັນ ຂອງກະຊວງການເງິນ ໄລຍະ 6 ເດືອນ ຜ່ານມານັ້ນ ໄດ້ສິ້ນສຸດລົງແລ້ວ ແຕ່ ຜູ້ປະກອບການ ຍັງຢາກໃຫ້ພາກຣັຖຊ່ອຍ ໃນຈຸດທີ່ສາມາດຊ່ອຍໄດ້.